ເຈົ້າແຂວງຄຳມ່ວນ ຕ້ອນຮັບກຸ່ມບໍລິສັດ THທີ່ມາສະເໜີເຈດຈຳນົງໃນການລົງທຶນຢູ່ແຂວງ

ເຈົ້າແຂວງຄຳມ່ວນ ຕ້ອນຮັບກຸ່ມບໍລິສັດ THທີ່ມາສະເໜີເຈດຈຳນົງໃນການລົງທຶນຢູ່ແຂວງ

ເຈົ້າແຂວງຄຳມ່ວນ ຕ້ອນຮັບກຸ່ມບໍລິສັດ THທີ່ມາສະເໜີເຈດຈຳນົງໃນການລົງທຶນຢູ່ແຂວງ
ໃນວັນທີ 10 ມິຖຸນາຜ່ານມາ ຢູ່ທີ່ເຮືອນຮັບແຂກ ເລກ 1 ແຂວງຄຳ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳແຂວງໄດ້ຕ້ອນຮັບພົບປະ ກຸ່ມບໍລິສັດ TH ໂດຍການນຳພາຂອງທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີທ່ານ ນາງ ຖ໋າຍ ເຮືອງ ປະທານສະພາຍຸດທະສາດ ກຸ່ມບໍລິສັດ TH ພ້ອມດ້ວຍຄະນະ.
ເຈາແຂວງຄຳມວນ ຕອນຮບກມບລສດ THທມາສະເໜເຈດຈຳນງໃນການລງທນຢແຂວງ - image 1
 

ຕາງໜ້າຄະນະດັ່ງກ່າວ, ໄດ້ສະເໜີເຈດຈຳນົງ ຕໍ່ການນຳຂອງແຂວງຄຳມ່ວນ ຊຶ່ງກຸ່ມບໍລິສັດ TH ແມ່ນມີຄວາມສົນໃຈ ໃນການລົງທຶນພັດທະນາທາງດ້ານກະສິກຳ ທີ່ນຳໃຊ້ເຕັກໂນໂລຊີລະດັບສູງ (ສຳປະທານເນື້ອທີ່ດິນ ເພື່ອປູກອ້ອຍ ແລະ ສ້າງຕັ້ງໂຮງງານຜະລິດນໍ້າຕານ, ປູກໄມ້ສະໝຸນໄພ ແລະ ປູກໄມ້ໃຫ້ໝາກ), ສຳຫຼວດກໍ່ສ້າງໂຮງງານຂຸດຄົ້ນເກືອກາລີ ແລະ ໂຮງງານຜະລິດປຸ໋ຍ, ຜ່ານມາກຸ່ມບໍລິສັດ TH ກໍໄດ້ມາດໍາເນີນການລົງທຶນຢູ່ໃນ ສປປ ລາວ ໃນຫຼາຍໂຄງການ, ຫວັງວ່າທາງການນໍາຂອງແຂວງ ຈະໃຫ້ການສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ນັກລົງທຶນຂອງຫວຽດນາມ ກໍຄືກຸ່ມບໍລິສັດ TH ໃນການເກັບກຳຂໍ້ມູນເພື່ອລົງທຶນຢູ່ແຂວງຄຳມ່ວນ ເພື່ອເຮັດແນວໃດໃຫ້ການລົງທຶນໄດ້ຮັບການຈັດຕັ້ງປະຕິບັດ ແລະ ດຳເນີນການໂດຍໄວ, ມີຄວາມສະດວກ ແລະ ມີປະສິດທິພາບສູງ,

ເຈາແຂວງຄຳມວນ ຕອນຮບກມບລສດ THທມາສະເໜເຈດຈຳນງໃນການລງທນຢແຂວງ - image 2
 

ທ່ານເຈົ້າແຂວງຄໍາມ່ວນ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄະນະທີ່ໄດ້ສະເໜີຈຸດປະສົງ ໃນການລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ແລະ ໄດ້ໃຫ້ຂໍ້ມູນ ຈະດຳເນີນການລົງທຶນ ຢູ່ໃນ ສປປ ລາວ, ຊຶ່ງວ່າ ສປປ ລາວ ແລະ ສສ ຫວຽດນາມ ແມ່ນເປັນປະເທດເພື່ອນມິດຍຸດທະສາດ ມາແຕ່ດົນນານ, ສຳລັບຢູ່ຂັ້ນທ້ອງຖິ່ນ ໃນໄລຍະຜ່ານມາກໍໄດ້ປະຕິບັດບົນຈິດໃຈການຕົກລົງຂອງສອງກົມການເມືອງ ກໍຄືສອງລັດຖະບານ ໃນການພົວພັນຮ່ວມມື ໃນທຸກຂົງເຂດວຽກງານ, ທາງດ້ານຂົງເຂດເສດຖະກິດ ແຂວງຄຳມ່ວນ ກໍໄດ້ເອົາໃຈໃສ່ໃນການໂຄສະນາດຶງດູດການລົງທຶນຈາກເພື່ອນມິດຍຸດທະສາດ ໂດຍສະເພາະແມ່ນບັນດາແຂວງໃກ້ຄຽງ ທີ່ມີຊາຍແດນຕິດຈອດກັນ ແລະ ບັນດາແຂວງອື່ນໆ ຂອງ ສສ ຫວຽດນາມ. ປັດຈຸບັນນີ້,ກໍມີພາກທຸລະກິດຂອງຫວຽດນາມ ທີ່ມາດຳເນີນທຸລະກິດຢູ່ພາຍໃນແຂວງຄຳມ່ວນ ໃນຫຼາຍໂຄງການ, ສຳລັບເຈດຈຳນົງຂອງທາງກຸ່ມບໍລິສັດTH ທີ່ໄດ້ສະເໜີໃນຄັ້ງນີ້ ແມ່ນສອດຄ່ອງກັບ 3 ທ່າແຮງຫຼັກໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຄຳມ່ວນ ກໍຄື: ທ່າແຮງດ້ານກະສິກຳ, ທ່າແຮງດ້ານອຸດສາຫະກຳ, ພະລັງງານ-ບໍ່ແຮ່ ແລະ ທ່າແຮງດ້ານການບໍລິການ-ການທ່ອງທ່ຽວ, ໃນນາມຕາງໜ້າການນຳຂອງແຂວງຄໍາມ່ວນ ແມ່ນມີຄວາມຍິນດີຕ້ອນຮັບ ທາງກຸ່ມບໍລິສັດ TH ທີ່ມີຈຸດປະສົງຢາກມາສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການລົງທຶນດ້ານຕ່າງໆຢູ່ແຂວງຄໍາມ່ວນ.ໃນນັ້ນ, ການສ້າງຕັ້ງໂຮງງານຜະລິດປຸ໋ຍ ແມ່ນສອດຄ່ອງກັບແນວຄວາມຄິດຂອງລັດຖະບານ ສປປ ລາວ ທີ່ຈະໃຫ້ແຂວງຄຳມ່ວນເປັນຈຸດສ້າງຕັ້ງໂຮງງານ ເນື່ອງຈາກ ສປປ ລາວ ເປັນປະເທດກະສິກຳ, ປັດໄຈການຜະລິດ ໂດຍສະເພາະ ປຸ໋ຍ ແມ່ນຍັງນໍາເຂົ້າຈາກຕ່າງປະເທດເປັນສ່ວນຫຼາຍ ຊຶ່ງເປັນບັນຫາກະທົບຕໍ່ການຜະລິດທາງດ້ານຕົ້ນທຶນສູງ, ຖ້າມີການລົງທຶນໃນການຜະລິດປຸ໋ຍຢູ່ພາຍໃນ ເພື່ອຕອບສະໜອງໃຫ້ແກ່ພາຍໃນ ຈະເປັນການດີ ເພື່ອສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ກໍຄືກຸ່ມຜູ້ຜະລິດຢູ່ພາຍໃນ, ສຳລັບຂໍ້ສະເໜີ ກໍຄືເຈດຈຳນົງ ຂອງກຸ່ມບໍລິສັດ TH ທີ່ໄດ້ສະເໜີໃນຄັ້ງນີ້ ການນຳແຂວງຈະຮັບເອົາ ແລະ ມອບໃຫ້ຂະແໜງການກ່ຽວຂ້ອງມາພົວພັນ ແລະ ສຶກສາຄົ້ນຄວ້າລົງເລິກລາຍລະອຽດ ເຖິງຄວາມເປັນໄປໄດ້ໃນຂັ້ນຕໍ່ໄປ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະຜູ້ແທນສະພາທິດສະດີສູນກາງພັກ ປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ຄະນະຜູ້ແທນສະພາທິດສະດີສູນກາງພັກ ປປ ລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ພັກກອມມູນິດຫວຽດນາມ

ໃນຕອນເຊົ້າວັນທີ 27 ຕຸລາ ນີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ; ຄະນະຜູ້ແທນສະພາທິດສະດີສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລີມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເນື່ອງໃນໂອກາດທີ່ຄະນະຜູ້ແທນສະພາທິດສະດີສູນກາງພັກ ຊຶ່ງນຳໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຫວຽດນາມ ຄັ້ງທີ XII ທີ່ ສສ ຫວຽດນາມ ເປັນເຈົ້າພາບຊຶ່ງຈັດຂຶ້ນທີ່ ນະຄອນດາໜັງ.
ລາວ-ຫວຽດນາມ ປຶກສາຫາລືການຮ່ວມມືວຽກງານຖະແຫຼງຂ່າວ-ສື່ມວນຊົນໃນຕໍ່ໜ້າ

ລາວ-ຫວຽດນາມ ປຶກສາຫາລືການຮ່ວມມືວຽກງານຖະແຫຼງຂ່າວ-ສື່ມວນຊົນໃນຕໍ່ໜ້າ

ໃນວັນທີ 27ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ສປປ ລາວ ໄດ້ພົບປະກັບກະຊວງວັດທະນາທຳ, ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ, ຝ່າຍລາວນຳໂດຍສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກພ້ອມຄະນະ, ຝ່າຍຫວຽດນາມນໍາໂດຍ ສະຫາຍ ເລຮາຍບິ່ງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ພ້ອມຄະນະ.
ຮອງຫົວໜ້າ ຄອສພ ພ້ອມຄະນະ ພົບປະກັບໂທລະພາບຫວຽດນາມ

ຮອງຫົວໜ້າ ຄອສພ ພ້ອມຄະນະ ພົບປະກັບໂທລະພາບຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະ ນະໂຄສະນາອົບຮົມສູນກາງພັກ (ຄອສພ), ໃນລະຫວ່າງວັນທີ 22-29 ຕຸລາ 2025, ນໍາໂດຍສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໃນວັນທີ 27 ຕຸລາ ນີ້, ຄະນຜູ້ແທນດັ່ງກ່າວໄດ້ຢຽມຢາມ ແລະ ພົບປະກັບໂທລະພາບຫວຽດນາມ (VTV), ໂດຍມີ ສະຫາຍ ຢິງດຶກວິງ ຮອງຜູ້ອໍານວຍການໃຫຍ່ໂທລະພາບຫວຽດນາມພ້ອມຄະນະໃຫ້ການຕ້ອນຮັບ. ໃນໂອກາດດັ່ງກ່າວ ສະຫາຍ ຢິງດຶກວິງ ໄດ້ລາຍງານການເຄື່ອນໄຫວວຽກງານໂທລະພາບຫວຽດນາມໂດຍ ຫຍໍ້ ໃຫ້ຄະນະຜູ້ແທນໄດ້ຮັບຊາບວ່າ: ໂທລະພາບຫວຽດນາມໄດ້ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງ ພັກ ແລະ ລັດຖະບານຫວຽດນາມ ແລະ ເຮັດ ທຸລະກິດຫຼາຍຜະລິດຕະພັນເພື່ອເປັນການສ້າງແຫຼ່ງລາຍ ຮັບໃນການກຸ້ມຕົນເອງ ແລະ ໄດ້ນຳໃຊ້ລະບົບດີຈີຕອນເຂົ້າໃນວຽກງານ, ປັດຈຸບັນມີພະນັກງານ 3,500 ຄົນ, ມີ 3 ສາຂາຄື: ດານັງ, ໂຮ່ຈິມິນ ແລະ ເກີນເທີ, ໃນນັ້ນ, ແຜນການແມ່ນຈະນໍາໃຊ້ລະບົບ AI ເຂົ້າໃນວຽກ ງານຂອງໂທລະພາບຫວຽດນາມ, ທ່ານຮອງຜູ້ອຳນວຍການຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບການຮ່ວມ ມື ສອງຝ່າຍລະຫວ່າງໂທລະພາບຫວຽດນາມ ແລະ ໂທ ລະພາບແຫ່ງຊາດລາວ, ລວມທັງໂທລະພາບທ້ອງຖິ່ນ ຂອງລາວ, ປັດຈຸບັນແມ່ນກຳລັງວາງສີລາລືກສ້າງຕັ້ງ ໂທລະພາບແຂວງຫົວພັນອີກດ້ວຍ.
ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ-ລາວ ຢ້ຽມຢາມແຂວງວຽງຈັນ.

ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ-ລາວ ຢ້ຽມຢາມແຂວງວຽງຈັນ.

ໃນວັນທີ 26 ຕຸລານີ້ ທີ່ຫ້ອງວ່າການແຂວງວຽງຈັນ, ຄະນະຜູ້ແທນອາດີດຊ່ຽວຊານທະຫານອາສາສະຫມັກຫວຽດນາມ-ລາວ ຂອງແຂວງຟູ້ເທາະ, ລາວກາຍ ແລະ ຮາຍຟອງ ສສ ຫວຽດນາມ ໄດ້ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ຊຶ່ງນຳໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະຜູ້ແທນອະດີດຊ່ຽວຊານທະຫານອາສາສະໝັກຫວຽດນາມ ແຂວງຟູ້ເທາະ, ແຂວງລາວກາຍ, ແຂວງຮາຍຟອງ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ພ້ອມດ້ວຍຄະນະ.
ບົດສໍາພາດ ຂອງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ

ບົດສໍາພາດ ຂອງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ

ກ່ຽວກັບ ລະຫັດລັບຄວາມປະສົບຜົນສຳເລັດໃນການບໍລິຫານປະເທດຂອງຈີນ, ການປະກອບສ່ວນສໍາຄັນ ຂອງຈີນຕໍ່ສັນຕິພາບ ແລະ ການພັດທະນາຂອງໂລກ, ໝາກຜົນອັນອຸດົມສົມບູນຂອງການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ລາວ.
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ  ສສ ຫວຽດນາມ

ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ

ໃນວັນທີ 24 ຕຸລານີ້ ທີ່ຫ້ອງຮັບແຂກຊັ້ນ 4 ຫ້ອງວ່າການແຂວງ ໄຊຍະບູລີ, ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ໄຊຍະບູລີ ໄດ້ຕ້ອນຮັບຄະນະອາດີດ ຊ່ຽວຊານທະຫານອາສາສະມັກ ສສ ຫວຽດນາມ ນໍາໂດຍ ທ່ານ ວູກວາງຍາກ ຫົວໜ້າຄະນະອາດີດ ຊ່ຽວຊານທະຫານອາສາສະມັກຫວຽດນາມພ້ອມຄະນະ.
ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ທູດລາວ ຍື່ນໜັງສືແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ

ໃນວັນທີ 21 ຕຸລາ ຜ່ານມາ, ທ່ານ ກາລະມຸງຄຸນ ສຸພານຸວົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳຝຣັ່ງ ໄດ້ເຂົ້າຍື່ນສານແຕ່ງຕັ້ງຕໍ່ ທ່ານ ນາງ Louise Mushikiwabo ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ ເພື່ອດຳລົງຕຳແໜ່ງ ເປັນຜູ້ຕາງໜ້າສ່ວນຕົວ ຂອງ ທ່ານປະທານປະເທດ ແຫ່ງ ສປປ ລາວ (ພະນະທ່ານ ທອງລຸນ ສີສຸລິດ) ປະຈຳ ອົງການຝຣັ່ງໂກໂຟນີສາກົນ (CPF) ທີ່ ມີສຳນັກງານໃຫຍ່ ຕັ້ງຢູ່ ນະຄອນຫຼວງປາຣີ ສາທາລະນະລັດ ຝຣັ່ງ.
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍານະຄອນ-ຫຼວງພະບາງຄົນໃໝ່ຍື່ນໜັງສືແຕ່ງຕັ້ງ

ໃນວັນທີ 23 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງ ຂອງ ສະຫາຍ ຫວູ ຫງອກ ຫຼີ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ຢູ່ ນະຄອນ-ຫຼວງພະບາງ ຄົນໃໝ່.
ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ຄະນະຜູ້ແທນ ຄອສພ ແລກປ່ຽນບົດຮຽນກັບໜັງສືພິມຕວຍແຈ ຫວຽດນາມ

ໃນລະຫວ່າງວັນທີ 22-29 ຕຸລານີ້, ໃນການເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນຂັ້ນສູງຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ນໍາໂດຍສະຫາຍນາງວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ໄປຢ້ຽມຍາມ ແລະ ພົບປະກັບໜັງສືພິມຕວຍແຈ ໃນວັນທີ 23 ຕຸລານີ້ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ,ໂດຍສະຫາຍ ເລເຖຈິ ບັນນາທິການໃຫຍ່ໜັງສືພິມຕວຍແຈ, ພ້ອມຄະນະໃຫ້ການຕ້ອນຮັບ.
ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະພາປະຊາຊົນ ສາລະວັນ-ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ ສະພາປະຊາຊົນ ແຂວງສາລະວັນ ສປປ ລາວ ແລະ ສະພາປະຊາຊົນ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມານີ້ ຢູ່ທີ່ຫ້ອງປະຊຸມ ຊັ້ນສອງ ຂອງສະໂມສອນແຂວງສາລະວັນ ຝ່າຍສະພາປະຊາຊົນ ແຂວງສາລະວັນ ນໍາໂດຍ ທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ປະທານສະພາປະຊາຊົນ ແຂວງສາລະວັນ ພ້ອມດ້ວຍຄະນະ ແລະ ຝ່າຍສະພາປະຊາຊົນ ນະຄອນເຫວ໋ ນໍາໂດຍ ທ່ານ ຫງວຽນ ກວາງ ຕ໋ວນ ຄະນະປະຈໍາພັກແຂວງ ຮອງປະທານຜູ້ປະຈໍາການ ສະພາປະຊາຊົນ ນະຄອນເຫວ້ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ເພີ່ມເຕີມ