ເຈົ້າແຂວງຄຳມ່ວນລົງເບິ່ງເສັ້ນທາງທີ່ຮັບຜົນກະທົບໃນໄລຍະລະດູຝົນຜ່ານມາ

ເຈົ້າແຂວງຄຳມ່ວນລົງເບິ່ງເສັ້ນທາງທີ່ຮັບຜົນກະທົບໃນໄລຍະລະດູຝົນຜ່ານມາ
ໃນໄລຍະຕົ້ນເດືອນສິງຫາຜ່ານມາ ເກີດມີສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດມີສະພາບນໍ້າຖ້ວມຢູ່ຫຼາຍພື້ນທີ່, ດ້ານພື້ນຖານໂຄງລ່າງ, ເຮືອນຊານບ້ານຊ່ອງ, ເນື້ອທີ່ທຳການຜະລິດ, ລະບົບໄຟຟ້າ, ລະບົບຄົມມະນາຄົມຈຳນວນຫຼາຍໄດ້ຮັບຜົນກະທົບ ໂດຍສະເພາະບັນດາເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງໄປຫາເມືອງ, ລະຫວ່າງເມືອງ ແລະ ບ້ານຕໍ່ບ້ານ ເຮັດໃຫ້ການສັນຈອນໄປ-ມາ, ການຂົນສົ່ງແລກປ່ຽນຊື້-ຂາຍສິນຄ້າ ຂອງພໍ່ແມ່ປະຊາຊົນມີຄວາມຫຍຸ້ງຍາກ.
     ໃນວັນທີ 27 ກັນຍານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງຕິດຕາມເບິ່ງສະພາບເສັ້ນທາງ, ຂົວ ລວມເຖິງຕາຝັ່ງແມ່ນໍ້າຂອງ ທີ່ໄດ້ຮັບຜົນກະທົບເປ່ເພ, ເຊາະເຈື່ອນ ໃນນັ້ນແມ່ນໄດ້ລົງຕິດຕາມເສັ້ນທາງ ເລກທີ 11 ແຕ່ຈຸດເມືອງທ່າແຂກ ຫາ ບ້ານດ່ານປາກເຊ ເມືອງໜອງບົກ ຊຶ່ງມີໄລຍະທາງ 50 ກວ່າກິໂລແມັດ ແລະ ເສັ້ນທາງ ເລກທີ 1Fແຕ່ເມືອງມະຫາໄຊ ຫາ ເມືອງໄຊບົວທອງ ລວມມີໄລຍະທາງ 40 ກວ່າກິໂລແມັດ ຊຶ່ງໃນຈຳນວນ 2 ເສັ້ນທາງດັ່ງກ່າວແມ່ນນອນຢູ່ໃນເສັ້ນທາງຫຼວງແຫ່ງຊາດ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຊຶ່ງພະແນກໂຍທາທິການ ແລະ ຂົນສົ່ງແຂວງຄຳມ່ວນ ໄດ້ສົມທົບກັບ ກະຊວງ ແລະ ກົມ ທີ່ກ່ຽວຂ້ອງ ໄດ້ລົງສຳຫຼວດ ແລະ ສັງລວມຄືນ ກ່ຽວກັບສະພາບຜົນເສຍຫາຍ ລວມເຖິງການເກັບກຳຂໍ້ມູນ ແລະ ກຳນົດບັນດາໜ້າວຽກ ເພື່ອດຳເນີນການຟື້ນຟູສ້ອມແປງ. 
ໃນປັດຈຸບັນແມ່ນຍັງຢູ່ໃນຂັ້ນຕອນການຄິດໄລ່ ແລະ ປະເມີນມູນຄ່າ ຊຶ່ງພາຍຫຼັງສຳເລັດຂັ້ນຕອນດັ່ງກ່າວແມ່ນຈະໄດ້ຈັດກອງປະຊຸມ ຮ່ວມກັບ ບັນດາພະແນກການ, ຂະແໜງການທີ່ກ່ຽວຂ້ອງປຶກສາຫາລື ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ແລະ ຄາດວ່າຈະໄດ້ເລີ່ມລົງມືຈັດຕັ້ງປະຕິບັດຟື້ນຟູສ້ອມແປງພາຍໃນທ້າຍປີ 2023 ນີ້.
(ຂ່າວ-ພາບ: ກອງຄຳ)
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ