ເຈົ້າແຂວງຫຼວງນໍ້າທາ ລົງເຮັດວຽກຢູ່ເມືອງສີງ

ເຈົ້າແຂວງຫຼວງນໍ້າທາ ລົງເຮັດວຽກຢູ່ເມືອງສີງ
ໃນຕອນເຊົ້າຂອງວັນທີ 1 ມີນາ 2024 ທ່ານ ວຽງສະຫວັດ ສີພັນດອນ ແຂວງຫຼວງນໍ້າທາ ໄດ້ລົງຢຽມຍາມເຮັດວຽກຢູ່ເມືອງສິງ ໂດຍການຕອນຮັບຂອງທ່ານ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆສີງ  ພ້ອມດ້ວຍຄະນະເຂົ້າຮ່ວມ.
ໂອກາດນີ້, ທ່ານ ເຈົ້າເມືອງໆສີງ ໄດ້ລາຍງານໂດຍຫຍໍ້ຂອງເມືອງວ່າ:  ທົ່ວເມືອງມີດ່ານເຂົ້າ-ອອກເມືອງ 2 ດ່ານຄື: ດ່ານທ້ອງຖີ່ນປາງໄຮ ແລະ ດ່ານປະເພນີ ບ້ານມອມເປັນດ່ານທີ່ມີຄວາມ ສຳຄັນໃນການອຳນວຍ ຄວາມສະດວກການໄປມາຫາສູ່, ການພົວພັນການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງລາວ-ຈີນ. ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 5,54% ຕໍ່ປີ. ລວມຍອດ GDP ປີ 2023 ປະຕິບັດໄດ້ 1.511 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນປະຕິບັດໄດ້ 1.628 ໂດລາ ຫຼຸດລົງ 444 ໂດລາ, ເກັບລາຍຮັບເຂົ້າງົບປະມານໄດ້ 11,12 ຕື້ກີບ ຫຼື ເທົ່າກັບ 78% ຂອງແຜນການປີ. ພົ້ນເດັ່ນກວ່າໝູ່ ແມ່ນຂະບວນການປາດຢາງພາລາສ້າງລາຍຮັບໃຫ້ປະຊາຊົນໄດ້ 244 ຕື້ກີບ; ປູກອ້ອຍເປັນສິນຄ້າໃນລະດູການ 2022-2023 ລວມມີເນື້ອທີ່ທັງໝົດ 5.909 ຮຕ ເກັບກູ້ຜົນຜະລິດໄດ້ 3,9 ແສນໂຕນ ສ້າງລາຍຮັບໃຫ້ ແກ່ປະຊາຊົນໄດ້ 136,8 ລ້ານຢວນ ຫຼື ປະມານ 465 ຕື້ກີບ, ການປູກໝາກກ້ຽງຫວານຢູ່ບ້ານແສນແອ່ນທີ່ຂຶ້ນກັບ ກຸ່ມບ້ານມອມມີເນື້ອທີ່ປູກປະມານ 80 ຮຕ ເກັບກູ້ຜົນຜະລິດໃນແຕ່ລະປີໄດ້ປະມານ 4.000 ໂຕນ ໂດຍລວມແມ່ນ ຈຳໜ່າຍຢູ່ພາຍໃນປະເທດສ້າງລາຍຮັບໄດ້ປະມານ 60 ຕື້ກີບ, ໄດ້ເຮັດທົດລອງປູກກ້ວຍສະອາດເປັນສິນຄ້າຕົວ ແບບຕາມທິດ 3 ສ້າງຂອງພັກຢູ່ເຂດບ້ານປ່າຕອຍ 1 ໂຄງການ ແລະ ໂຄງການທອມງົວພັນຊີ້ນສົ່ງອອກໄປຂາຍຢູ່ ສປ ຈີນ ແລະ ພາກທຸລະກິດປູກຖົ່ວເຫຼືອງ 572 ເຮັກຕາ, ຖົ່ວຟັກຍາວ 20 ເຮັກຕາ, ໝາກໂມ 21 ເຮັກຕາ ລວມທັງໂຄການອື່ນໆຕື່ມອີກ ພ້ອມນັ້ນ ໃນໄລຍະຜ່ານມາໄດ້ເອົາໃຈໃສ່, ຜັນຂະຫຍາຍ, ຕິດຕາມກວດກາ ແລະ ຊຸຍູ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດເຮັດໃຫ້ປະຊາຊົນມີຄວາມສະໝັກໃຈລາຍງານຕົວເອງທີ່ຫຼົງ ຜິດເສບຢາເສບຕິດ 2149 ຄົນ ຍິງ 514 ຄົນ ແລະ ໃນຈໍານວນທີ່ກວດພົບສານເສບຕິດໃນຮ່າງກາຍແມ່ນ ໄດ້ຮັບການບໍາບັດສໍາເລັດ 100%.
ໂອກາດນີ້, ທ່ານແຂວງຫຼວງນໍ້າທາ ໄດ້ເນັ້ນໜັກຫຼາຍບັນຫາທີສໍາຄັນໂດຍສະເພາະແມ່ນໃຫ້ພະ ຍາຍາມເອົາໃຈໃສ່ຄົ້ນຄວ້າກໍາແໜ້ນ ແລະ ເຊືອມຊືມນິຕິກໍາກົດໝາຍຕ່າງໆໃຫ້ໜັກແໜ້ນພ້ອມທັງຍົກ ສູງວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບເພືອເຮັດໃຫ້ເມືອງສີງມີຄວາມສະຫງົບໂດຍຟື້ນຖານ ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ພ້ອມກັນພັດທະນາເສດຖະກິດຂອງເມືອງຫັນປ່ຽນການຜະລິດ ກາຍເປັນສີນຄ້າພັດທະນາ ການບໍລິການ ແລະ ການທອງທ່ຽວຍົກສູງສະດັບການສືກສາວຽກງານສາທາລະນະສຸກ, ດືງດູດການລົງ ທືນທັງພາຍໃນ ແລະ ຕ່າງປະເທດ ເພືອມາພັດທະນາເມືອງສີງກໍຄືແຂວງ ຫຼວງນໍ້າທາໃຫ້ມີຄວາມສີວິໄລຮຸ່ງ ເຮືອງຂຶ້ນເລືອຍໆ.
    (ຂ່າວ: ກີ່ງແກ້ວ) 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ກອງປະຊຸມ ວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ

ວັນທີ 12 ພະຈິກ 2025 ທີ່ ລີສອດນາປ່າກວາງເມືອງ ແກ້ວອຸດົມແຂວງວຽງຈັນ. ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ຈັດກອງປະຊຸມ ກວຽກງານການຕິດຕາມກວດກາການດຳເນີນຄະດີອາຍາ ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ເຄືອຂ່າຍບັງຄັບໃຊ້ກົດໝາຍ ກ່ຽວກັບສັດນໍ້າ ແລະ ສັດປ່າ (LAO-WEN) ທີ່ກ່ຽວຂ້ອງກັບ ອາຊະຍາກຳສັດປ່າ ພາຍໃຕ້ການເປັນປະທານຂອງ ທ່ານ ໄພຄຳ ວິໄລສຸກ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ ອອປສ, ມີບັນດາທ່ານຫົວໜ້າກົມ, ຮອງກົມ ຈາກ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.
ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດເຮົາມີການປ່ຽນແປງໃຫຍ່ຫຼວງຢ່າງຮອບດ້ານ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງສະຫວັນນະເຂດ ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວ ເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່, ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ແຕ່ດ້ວຍນໍ້າໃຈຮັກຊາດອັນດູດດື່ມ ແລະ ຄວາມຄຽດແຄ້ນຕໍ່ພວກສັດຕູທີ່ມາຮຸກຮານ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ ການນໍາພາຂອງພັກ ປະຊາຊົນປະຕິວັດລາວ, ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ກອງພົນທີ 2 ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ

ໃນວັນທີ 12 ພະຈິກ 2025, ກອງພົນທີ 2 ໄດ້ເປີດຂະບວນການແຂ່ງຂັນກິລາການທະຫານ-ກິລາມວນຊົນ ເພື່ອຂໍ່ານັບຮັບຕ້ອນວັນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ໂດຍການເປັນປະທານຂອງສະຫາຍ ພັນເອກ ສອນເພັດ ຈັນສົມ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພົນທີ 2, ມີບັນດາສະຫາຍ ຄະນະຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ຕະຫລອດຮອດນັກກິລາເຂົ້າຮ່ວມ.
ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ພິທີເປີດນໍ້າ ວັນຊົນລະປະທານ ແລະ ວັນສັກຢາປ້ອງກັນສັດແຫ່ງຊາດ

ວັນທີ 11 ພະຈິກຜ່ານມາ, ຫ້ອງການກະສີກຳ ແລະ ສິ່ງແວດລ້ອມ ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ຈັດພິທີເປີດນໍ້າ ວັນຊົນລະປະທານແຫ່ງຊາດ 3 ພະຈິກ ແລະ ວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ຂຶ້ນຢູ່ທີ່ກຸ່ມ ນາດີ ບ້ານ ຊານຫວ້າ ໂດຍການເປັນປະທານຂອງທ່ານ ວັນລະເດດ ແກ້ວຈັນທາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີສຸພັນ ແວງທີສານ ຕ່າງໜ້າພະແນກກະສີກຳ ແລະ ສິ່ງແວດລ້ອມແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ອະດີດຮອງນາຍົກລັດຖະມົນຕີ ຢ້ຽມຊົມສະຖານທີ່ທ່ອງທ່ຽວ ບຶງໜອງເທົາ ແລະ ຖໍ້າປາເຊືອມ

ວັນທີ 11 ພະຈິກຜ່ານມານີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວບຶງໜອງເທົາ ແລະ ຖໍ້າປາເຊືອມ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຂັມເພັດ ແກ້ວເພຍຈັນ ປະທານບໍລິສັດ ເພັດມະນີ ເຄພີຊີ ຈໍາກັດຜູ້ດຽວ ໃນນາມຜູ້ສໍາປະທານ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ.
ເພີ່ມເຕີມ