ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່

ເຈົ້າແຂວງຜົ້ງສາລີ ລົງເຄື່ອນໄຫວ ແລະ ແນະນຳວຽກ ຢູ່ເມືອງໃໝ່
ຕອນບ່າຍຂອງວັນທີ 16 ສິງຫາຜ່ານມາ ທີ່ສະໂມສອນເມືອງໃໝ່ ແຂວງຜົ້ງສາລີ, ທ່ານ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ ໄດ້ລົງພົບປະໂອ້ລົມຕໍ່ການນໍາ ແລະ ພະນັກງານຫຼັກແຫຼ່ງ ຂອງເມືອງໃໝ່ ໂດຍມີບັນດາຄະນະນຳຂອງເມືອງເຂົ້າຮ່ວມ.
ເຈາແຂວງຜງສາລ ລງເຄອນໄຫວ ແລະ ແນະນຳວຽກ ຢເມອງໃໝ - image 1
 

ໂອກາດນີ້, ທ່ານ ພອນທະວີ ໄຊມົນຕີ ກຳມະການພັກແຂວງ ເລຂາຄະນະບໍລິການງານພັກເມືອງໆໃໝ່ ໄດ້ລາຍງານວ່າ: ໃນໄລຍະ 6 ຜ່ານມາເສດຖະກິດຂອງເມືອງຂະຫຍາຍຕົວສະເລ່ຍ 5.50%, ລວມຍອດຜະລິດຕະພັນພາຍໃນເມືອງບັນລຸ 243.37 ຕື້ກີບ ທຽບໃສ່ແຜນການ ປະຕິບັດໄດ້ 70.30% ສະເລ່ຍຕໍໍ່ຫົວຄົນບັນລຸ 391 ໂດລາສະຫະລັດຕໍ່ຄົນຕໍ່ປີ ຫຼື 8,480,000 ກີບ, ຂະແໜງກະສິກໍາ: ຂະຫຍາຍເພີ່ມຂຶ້ນ 28.65% ສ້າງມູນຄ່າເພີ່ມຕາມລາຄາໃນປັດຈຸບັນໄດ້ 180.98 ຕື້ ກີບ ກວມເອົາ 74.36% ຂອງມູນຄ່າ, ຂະແໜງອຸດສາຫະກໍາ ແລະ ບໍ່ແຮ່: ສາມາດສ້າງມູນຄ່າເພີ່ມຕາມລາຄາໃນປັດຈຸບັນໄດ້ 13.73 ຕື້ກີບ, ກວມເອົາ 5.64% ຂອງມູນຄ່າ, ຂະແໜງການບໍລິການ: ສາມາດສ້າງມູນຄ່າເພີ່ມຕາມລາຄາໃນປັດຈຸບັນໄດ້ 48.65 ຕື້ກີບ ກວມເອົາ 19.99% ຂອງມູນຄ່າ.

ທ່ານ ພົນຕີ ສົມພອນ ມິດຕະພອນ ກໍໄດ້ໃຫ້ກຽດໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະພັກ ພະນັກງານທຸກຂັ້ນ ທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ວຽກງານຂອງຕົນຢ່າງຕັ້ງໜ້າ ເຖິງແມ່ນວ່າສະພາບເສດຖະກິດຂອງປະເທດ ພວມພົບກັບຄວາມຫຍຸ້ງຍາກ ແຕ່ສາມາດຜ່ານຜ່າປະຕິບັດວຽກງານ ສໍາເລັດ ໄດ້ແຕ່ຄຽງຄູ່ກັບຜົນສໍາເລັດ ແລະ ຜົນງານທີ່ຍາດມາໄດ້ນັ້ນ ກໍຍັງມີບັນຫາຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນ: ສືບຕໍ່ຕັ້ງໜ້າປະຕິບັດແນວທາງຍຸດທະສາດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງ, ກໍ່ສ້າງກໍາລັງ ປກສ-ປກຊ ໃຫ້ກະທັດຮັດ, ມີຄຸນນະພາບ, ຮັບປະກັນຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນ, ຍົກສູງຄວາມສາມາດໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້, ເພື່ອຮັບປະກັນໃຫ້ເມືອງ ແລະ ຮາກຖານ ມີສະຖຽນລະພາບດ້ານການເມືອງ, ມີຄວາມສະຫງົບ ແລະ ປອດໄພ ໃນສັງຄົມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ຂອງເມືອງ ຂະຫຍາຍຕົວຢ່າງຕໍ່ເນື່ອງ; ເດັດດ່ຽວແກ້ໄຂບັນດາປະກົດການຫຍໍ້ທໍ້ ທາງດ້ານສັງຄົມໃຫ້ຫຼຸດລົງ; ຕ້ອງເພີ່ມທະວີການຄຸ້ມຄອງ ແລະ ແກ້ໄຂສື່ສັງຄົມອອນລາຍ, ການຕອບໂຕ້, ການແກ້ໄຂເປົ້າໝາຍ ທີ່ກໍຄວາມບໍ່ສະຫງົບ; ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ບໍລິການພາຍໃນໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ; ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ເອົາໃຈໃສ່ສົ່ງເສີມການສຶກສາ ໂດຍສະເພາະ ການຮຽນ-ການສອນ; ເປັນເຈົ້າການຜັນຂະຫຍາຍ ໂດຍໃຫ້ສຸມໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນ ພາຍໃນເມືອງ ເພື່ອມາພັດທະນາເສດຖະກິດຂອງເມືອງ ໂດຍສະເພາະ ພື້ນຖານໂຄງລ່າງການຄົມມະນາຄົມຂົນສົ່ງ ໃຫ້ມີຄວາມສະດວກ ພ້ອມທັງເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ຫຼຸດໜ້ອຍຖອຍລົງ, ສືບຕໍ່ສຸມໃສຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢ່າງແຂງແຮງ ແລະ ແທດເຖິງຕາມແຜນການ, ໂຄງການທີ່ກໍານົດໄວ້. ເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜ່ນ ໄປພ້ອມກັບການໂຄສະນາເຜີຍແຜ່ ແນວທາງ ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ກຳແໜ້ນເຊື່ອມຊຶມ ແລະ ຮັບຮູ້ຢ່າງເລິກເຊິ່ງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ປະກອບສ່ວນໜ້າທີ່ສໍາຄັນເຂົ້າໃນການພັດທະນາປະເທດຊາດ ກໍຄືເມືອງ ໃຫ້ມີຄວາມຈະເລີນ ກ້າວໜ້າ ແລະ ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ.

(ພາບ ຂ່າວ ວັນນວິໄລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ