ເຈົ້າແຂວງຜົ້ງສາລີ ລົງຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ບໍລິສັດ ພູຜາໄພສານການຄ້າ.

ເຈົ້າແຂວງຜົ້ງສາລີ ລົງຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ບໍລິສັດ ພູຜາໄພສານການຄ້າ.
ໃນວັນທີ 29 ກຸມພາຜ່ານມາ, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງພົບປະ ແລະ ຊຸກຍູ້ສົ່ງເສີມ ບໍລິສັດ ພູຜາໄພສານການຄ້າຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຢູ່ເມືອງຂວາ. ໂດຍມີທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ ພ້ອມດ້ວຍການນຳເມືອງໃຫ້ການຕ້ອນຮັບ.
ໂອກາດນີ້, ທ່ານ ສຸກຖາວອນ ຈັນທະລັງສີ ຮອງອຳນວຍການບໍລິສັດ ໄດ້ລາຍງານໃຫ້ຮູ້ວ່າ: ບໍລິສັດດັ່ງກ່າວໄດ້ສົ່ງເສີມປະຊາຊົນປູກພືດເປັນສີນຄ້າ: ປີ 2023 ໄດ້ສົ່ງເສີມປູກໝາກງາ ຢູ່ເມືອງຂວາ ມີ 5 ບ້ານ, 45 ຄອບຄົວ, ມີ 14 ເຮັກຕາ, ໄດ້ຜົນຜະລິດທັງໝົດ 28 ໂຕນ ລວມມູນຄ່າທັງໝົດ 336 ລ້ານກີບ. ວຽກງານລ້ຽງສັດ ບໍລິສັດໄດ້ສົ່ງເສີມການລ້ຽງງົວໃຫ້ແກ່ປະຊາຊົນບ້ານ ລາດຊາງ ມີ 7 ຄອບຄົວ, ມີ 12 ແຮງງານ, ມີເນື້ອທີ່ 50 ເຮັກຕ້າ, ມີ ງົວ 50 ໂຕ ລວມມູນຄ່າ 450 ລ້ານກີບ, ຄວາຍ 15 ໂຕ ມີມູນຄ່າ 225 ລ້ານກີບ. ປັດຈຸບັນບໍລິສັດ ໄດ້ປູກຢາງພາລາ 2 ສວນ ຂາຍຢາພາລາ 2 ຄັ້ງ/ເດຶອນ ລວມນໍ້າໜັກ 2,5-3 ໂຕນ. ນອກນັ້ນ, ຍັງໄດ້ສົ່ງເສີມ ກາເຟ, ໂຮງງານດິນບລອກ, ເກັບຊື້ເຄື່ອງປ່າຂອງດົງ ແລະ ສົ່ງເສີມກິດຈະກໍາອື່ນໆ ສ້າງລາຍຮັບໃຫ້ບໍລິສັດ ແລະ ປະຊາຊົນ ຢ່າງເໜາະສົມ.. 
ໂອກາດນີ້, ທ່ານ ເຈົ້າແຂວງ ໄດ້ສະແດງຄວາມຊົມເຊີຍ ຕໍ່ທາງບໍລິສັດ ທີ່ຈັດຕັ້ງປະຕິບັດຫຼາຍຈິດຈະກຳ ຊຶ່ງມັນໄດ້ປະກອນສ່ວນອັນສຳຄັນໃນການພັດທະນາເສດຖະກິດສັງຄົມຂອງແຂວງ, ເມືອງ ກໍຄືຂອງຄອບຄົວ ໃຫ້ມີລາຍຮັບເປັນປົກກະຕິ ທັງໄດ້ສ້າງວຽກງານເຮັດງານທຳໃຫ້ແກ່ປະຊາຊົນເຂດດັ່ງກ່າວຕື່ມອີກ ພ້ອມກັ້ນນັ້ນທ່ານໄດ້ເນັ້ນໃຫ້ ອົງການປົກຄອງເມືອງຕ້ອງໃຫ້ຄວາມໃກ້ສິດ ແລະ ອໍານວຍຄວາມສະດວກທາງດ້ານຕ່າງໆໃນການຈັດຕັ້ງປະຕິບັດ ຕໍ່ກັບບໍລິສັດໃຫ້ໃຫ້ສືບຕໍ່ຮັກສາອາຊີບ, ທຸລະກິດທີ່ມີຢູ່ແລ້ວ ແລະ ສືບຕໍ່ເພີ້ມອາຊີບທີ່ເຫັນວ່າຍັງມີທ່າແຮງເປັນຕົ້ນການລ້ຽງໝູ ແລະ ປາເປັນສິ້ນຄ້າ, ຊ່ວຍສົ່ງເສີມປະຊາຊົນເຂດດັ່ງກ່າວມີວຽກເຮັດງານທຳ, ເພື່ອໃຫ້ເຂົາເຈົ້າມີອາຊີບທີ່ໜັ້ນຄົງ ແລະ ຖາວອນ, ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວເປັນປົກະຕິ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
(ພາບ-ຂ່າວ: ແສງຄຳ ສາລີວັນ)
 

ຄໍາເຫັນ

ຂ່າວເສດຖະກິດ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ທ່ານວິວັດ ພົມມະຈັນ ຕົວແບບໃນການສ້າງເສດຖະກິດຄອບຄົວ

ໂດຍ: ແສງຈັນ ການສ້າງເສດຖະກິດຄອບຄົວ ໃຫ້ກາຍເປັນສິນຄ້າຢ່າງຍືນຍົງແລະ ເປັນມິດຕໍ່ສິ່ງແວດລ້ອມ ແມ່ນໜຶ່ງວຽກງານທີ່ພັກ, ລັດໃຫ້ຄວາມເອົາໃຈໃສ່ ທັງເປັນການຮັບປະກັນການຜະລິດໃຫ້ພຽງພໍ ກັບຄວາມຕ້ອງການຂອງສັງຄົມ.
ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ພຽງ 3 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 2.81%

ໃນໄລຍະ 3 ເດືອນຕົ້ນປີ 2025 ເສດຖະກິດຂອງແຂວງອັດຕະປື ມີການຂະຫຍາຍຕົວຢູ່ໃນລະດັບ 2.81% ຄິດເປັນມູນຄ່າຕາມລາຄາໃນປີ 1,922 ຕື້ກີບ ເທົ່າກັບ 24,5% ຂອງແຜນການ ທີ່ມະຕິສະພາຮັບຮອງ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນບັນລຸ 21.9 ລ້ານກີບ.
ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ລາວ-ຈີນ ຫາລືສົ່ງເສີມການສຶກສາ ແລະ ເສດຖະກິດ-ການຄ້າ

ອົງການປົກຄອງນະຄອນຫຼວງວຽງຈັນ ສປປ ລາວ ຮ່ວມກັບ ອົງການປົກຄອງແຂວງ ເສສວນ ສປ ຈີນ ຈັດກອງປະຊຸມເພື່ອປຶກສາຫາລື ສົ່ງເສີມ ແລະ ແລກປ່ຽນການສຶກສາ, ເສດຖະກິດ-ການຄ້າ ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ຊື ສຽວຫຼິນ ເຈົ້າແຂວງເສສວນ, ມີຜູ້ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງຂອງ ສປປ ລາວ, ພ້ອມດ້ວຍ ຄະນະກໍາມະການຮ່ວມມື ລາວ-ຈີນ ແຂວງເສສວນ, ນະຄອນຫຼວງວຽງຈັນ ແລະ ຜູ້ປະກອບການ, ນັກທຸລະກິດລາວ-ຈີນ ເຂົ້າຮ່ວມ.
ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ເສດຖະກິດ ເມືອງຫີນເຫີບຂະຫຍາຍຕົວ 6.78% ຕໍ່ປີ.

ສະຫາຍ ໂອລົດ ສີສູນທອນ ຮອງເລຂາພັກ ຮອງເຈົ້າເມືອງຫີນເຫີບ ແຂວງວຽງຈັນໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV (2020-2024) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2025-2029)
ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ຍ້ອນການນໍາພາຂອງອົງຄະນະພັກເມືອງປະທຸມພອນ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວ 7,26%ຕໍ່ປີ.

ສະຫາຍ ວຽງສະໄໝ ສີລິພອນພັນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆປະທຸມພອນ ແຂວງຈໍາປາສັກ ໃຫ້ສໍາພາດຕໍ່ສື່ທ້ອງຖິ່ນໃນວັນທີ 12 ກຸມພາຜ່ານມາວ່າ: ການນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ
ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ຮອດປີ 2029 ເມືອງຊະນະຄາມ ຈະສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ

ອົງຄະນະພັກເມືອງຊະນະຄາມ ແຂວງວຽງຈັນ ໄດ້ວາງຄາດໝາຍໃຫ້ເສດຖະກິດຂະຫຍາຍຕົວ 6,2% ຕໍ່ປີ ລວມຍອດລາຍຮັບພາຍໃນໃຫ້ໄດ້ 2,049 ຕື້ກວ່າກີບ, ລາຍຮັບຕໍ່ຫົວຄົນໃຫ້ໄດ້ 44 ລ້ານກວ່າກີບຕໍ່ຄົນຕໍ່ປີ,
ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ເສດຖະກິດ-ສັງຄົມຜົ້ງສາລີຂະຫຍາຍຕົວຢ່າງຕໍ່ເນື່ອງ

ໂດຍ: ພູວັນ ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີຄັ້ງທີ9ຂອງແຂວງສາມາດບັນລຸຕາມຄາດໝາຍທີ່ວາງໄວ້
ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ຜົນສໍາເລັດການພັດທະນາເສດຖະກິດ-ສັງຄົມ ບໍລິຄໍາໄຊ ປີ 2024 ຜ່ານມາ

ໂດຍ:ວັນໄຊ ຕະວິນຍານ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ໃນ ທ້າຍເດືອນທັນວາ ປີ 2024 ຜ່ານມາ, ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເຈົ້າແຂວງບໍລິຄໍາໄຊ
ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ສ້າງເສດຖະກິດຄອບຄົວຈາກການເພາະພັນລູກໝູຂາຍ ນອກໂມງການ

ພາຍຫຼັງທີ່ ພັກ-ລັດ ໄດ້ມີນະໂຍບາຍເປີດກວ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປຸກລະດົມຊຸກຍູ້ໃຫ້ພະນັກງານ ແລະ ປະຊາຊົນ ຫັນມາປູກຝັງ-ລ້ຽງສັດ ໃຫ້ຫຼາຍກາຍເປັນສິນຄ້າ
ເພີ່ມເຕີມ