ເຈົ້າແຂວງສາລະວັນ ພົບປະຄອບຄົວຜູ້ປູກກາເຟເປັນສິນຄ້າຢູ່ເມືອງເລົ່າງາມ

ເຈົ້າແຂວງສາລະວັນ ພົບປະຄອບຄົວຜູ້ປູກກາເຟເປັນສິນຄ້າຢູ່ເມືອງເລົ່າງາມ
ໃນວັນທີ 9 ຕຸລາ ນີ້, ທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເຈົ້າແຂວງສາລະວັນ,ພ້ອມຄະນະ ແລະ ພະແນກການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວພົບປະໂອ້ລົມ, ຢ້ຽມຢາມຖາມຂ່າວຄອບຄົວປະຊາຊົນທີ່ປູກກາເຟເປັນສິນຄ້າຢູ່ເມືອງເລົ່າງາມ, ໂດຍເປັນກຽດຕ້ອນຮັບ ແລະ ນໍາພາຂອງ ທ່ານ ສົມສັກ ທົງຄໍາຫານ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງເລົ່າງາມ, ພ້ອມດ້ວຍພະນັກງານການນໍາຂອງເມືອງ ເຂົ້າຮ່ວມ.
ໃນໂອກາດນີ້ ອໍານາດການປົກຄອງເມືອງເລົ່າງາມ ໄດ້ນໍາພາທ່ານເຈົ້າແຂວງສາລະວັນ ລົງຢ້ຽມຍາມຄອບຄົວປະຊາຊົນທີ່ປູກກາເຟເປັນສິນຄ້າ ຢູ່ໃນ 3 ບ້ານຄື: ບ້ານຜັກກູດ, ບ້ານໜອງຈົວ ແລະ ບ້ານເລົ່າຫຍ້າ ຂອງເມືອງເລົ່າງາມ, ທ່ານ ແສງຈັນ ທໍາມະວົງສາ ຕາງໜ້າສະມາຊິກໂຄງການສົ່ງເສີມການປູກກາເຟຄຸນນະພາບໃຫ້ຮູ້ວ່າ: ປັດຈຸບັນພວກເຮົາມີສະມັກຊິກທີ່ເຂົ້າໂຄງການສົ່ງເສີມການປູກກາເຟຄຸນະພາບທັງໝົດ 125 ກວ່າຄອບຄົວ, ມີເນື້ອທີ່ປູກກາເຟທັງໝົດ 47.237 ເຮັກຕາ, ໃນນີ້ສວນກາເຟກາງ 21.642 ເຮັກຕາ, ກາເຟນ້ອຍ 18.851 ເຮັກຕາ. ກ່ອນເຂົ້າໂຄງການຜົນຜະລິດສະເລ່ຍໃນເມື່ອກ່ອນແມ່ນ 3-4 ໂຕນ ໝາກແດງຕໍ່ເຮັກຕາ, ກາເຟກາງ 4-5 ໂຕນຕໍ່ເຮັກຕາ ແລະ ກາເຟນ້ອຍ 3-4 ໂຕນຕໍ່ເຮັກຕາ. ມາຮອດປີ 2022 ຜູ້ທີ່ເຂົ້າໂຄງການແມ່ນໄດ້ຮັບຜົນຜະລິດເພີ່ມຂຶ້ນເຄິ່ງໝຶ່ງຈາກເຄີຍໄດ້ 3-4 ໂຕນ ກໍໄດ້ 8-10 ໂຕນຕໍ່ເຮັກຕາ, ມາຮອດປັດຈຸບັນສະເລ່ຍຜົນຜະລິດແມ່ນບໍ່ຕໍ່າກວ່າ 15 ໂຕນຕໍ່ເຮັກຕາ, ສ່ວນການລົງທຶນແມ່ນບໍ່ເກີນ 25% ຂອງລາຍຮັບ. ນັບແຕ່ໂຄງການເຂົ້າມາເຫັນວ່າຊາວສວນມີລາຍຮັບຫຼາຍຂຶ້ນ ມີຄວາມເປັນຢູ່ດີຂຶ້ນເປັນຂັ້ນໆຈາກຜູ້ທີ່ມີລາຍຮັບບໍ່ເຖິງ 80-90 ລ້ານຕໍ່ປີ ກໍມີລາຍຮັບສະເລ່ຍ 150-200 ລ້ານກີບ ຕໍ່ຄອບຄົວ. 
ເມືອງເລົ່າງາມເປັນເຂດພູພຽງບໍລິເວນເໝາະແກ່ການສຸມໃສ່ພັດທະນາວຽກງານກະສິກໍາ ແລະ ປ່າໄມ້ ໃຫ້ຍືນຍົງ, ສົ່ງເສີມປະຊາຊົນ ເຮັດການຜະລິດເປັນສິນຄ້າຕາມທ່າແຮງຂອງທ້ອງຖິ່ນ, ຕາມທິດກະສິກໍາສະອາດ ແລະ ໂດຍເນັ້ນໃສ່ການສົ່ງເສີມໃຫ້ມີການປຸງແຕ່ງຜະລິດເປັນສິນຄ້າ ໃຫ້ຫຼາຍຂຶ້ນ ເພື່ອສ້າງລາຍໄດ້ ແລະ ມູມຄ່າເພີ່ມ ເປັນຕົ້ນແມ່ນການພັດທະນາອຸດສະຫາກໍາການຜະລິດກາເຟໃຫ້ມີຄຸນນະພາບສູງຂຶ້ນ, ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວປະຊາຊົນຊາວເມືອງເລົ່າງາມມີການພັດທະນາດີຂຶ້ນເທື່ອລະກ້າວ. 
(ຂ່າວ-ພາບ: ວົງດາລາ ຈັນທະວົງ)

ຄໍາເຫັນ

ຂ່າວເສດຖະກິດ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ການຖະແຫຼງຂ່າວຂອງກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ

ລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ ຢູ່ ລາວ ຄືນໃໝ່ ດ້ວຍມູນຄ່າ 492 ລ້ານໂດລາ. ໃນຕອນເຊົ້າຂອງວັນທີ 12 ຕຸລາຜ່ານມາ, ທີ່ເມືອງໜອງບົກ ແຂວງຄຳມ່ວນ, ກຸ່ມບໍລິສັດເຄມີແຫ່ງຊາດຫວຽດນາມ (Vinachem) ໂດຍຮ່ວມມືກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານພະລັງງານ ແລະ ບໍ່ແຮ່ຫວຽດນາມ, ໄດ້ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່. ໂຄງການດັ່ງກ່າວ ມີເປົ້າໝາຍຈະນຳໂຮງງານ ຊຶ່ງຖືກອອກແບບໃຫ້ມີກຳລັງການຜະລິດ ໂປຕາສຊຽມ ຄລໍໄຣດ໌ (potassium chloride) 500,000 ໂຕນຕໍ່ປີ ເຂົ້າສູ່ຂະບວນການຜະລິດພາຍໃນ ປີ 2028.
ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ເສດຖະກິດເມືອງທ່າແຕງ ສືບຕໍ່ຂະຫຍາຍຕໍ່​ເນື່ອງ

ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງທ່າແຕງ ແຂວງ​ເຊກອງກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2029) ເຫັນວ່າ ເສດຖະກິດເມືອງທ່າແຕງ ຍັງສືບຕໍ່ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5.7%.
6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

6​ ເດືອນຕົ້ນປີນີ້ ເສດຖະກິດແຂວງ​ອັດ​ຕະ​ປືຂະຫຍາຍຕົວ 4.​3%

ໃນ 6 ເດືອນ​ຕົ້ນ​ປີ 2026 ເສດ​ຖະ​ກິດ​ແຂວງ​ອັດ​ຕະ​ປື​ຂະ​ຫຍາຍ​ຕົວ 4.3%, ໃນ​ນັ້ນຂະ​ແໜງ​ກະ​ສິ​ກຳຂະ​ຫຍາຍ​ຕົວ 4.9% ກວມ 51% ຂອງ GDP, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 4.2% ກວມ 29%,ຂະແໜງບໍລິການ ຂະຫຍາຍຕົວ 3.7% ກວມ 17% ແລະ ຂະແໜງພາສີ-ອາກອນ ຂະຫຍາຍຕົວ 5.8%.
ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ກາເຟປ່າວຊ່ານ ລົດຊາດລະດັບໂລກ ເປັນພະລັງຂັບເຄື່ອນຊຸມຊົນ

ດ້ວຍສັກກະຍະພາບດ້ານຊັບພະຍາກອນທາງທຳມະຊາດ ພູມສາດ ແລະ ສະພາບອາກາດທີ່ເອື້ອອຳນວຍ ເມືອງປ່າວຊານ ໄດ້ພັດທະນາອຸດສາຫະກຳກາເຟອາຣາບີກາໃຫ້ເຕີບໂຕຢ່າງຕໍ່ເນື່ອງ ແລະ ສ້າງມູນຄ່າເພີ່ມຕາມຫ່ວງໂຊ່ການຜະລິດ. “ກາເຟອາຣາບີກາປ່າວຊານ” ໄດ້ກາຍເປັນສິນຄ້າກະສິກຳຫຼັກຂອງພື້ນທີ່ ດ້ວຍຄຸນນະພາບມາດຕະຖານສູງ ແລະ ອັດຕະລັກດ້ານລົດຊາດທີ່ໂດດເດັ່ນ ໂດຍມີຈຸດເດັ່ນຄື “ບໍ່ສົ້ມ, ບໍ່ຮຶນ,ເຂັ້ມແຕ່ບໍ່ຂົມຫຼາຍ, ຫອມແບບທຳມະຊາດກິ່ນດອກໄມ້ອ່ອນໆ” ສະທ້ອນໃຫ້ເຫັນສັກກະຍະພາບການຜະລິດແລະ ການຄວບຄຸມຄຸນນະພາບຢ່າງເປັນລະບົບ.
ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ເມືອງໄຊເສດຖາ ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ.

ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້ເມືອງໄຊເສດຖາ, ແຂວງອັດຕະປື ມີມູນຄ່າການຈໍລະຈອນສິນຄ້າ 169 ຕື້ກີບ, ບັນລຸໄດ້ເກືອບ 100% ຂອງແຜນການປີ, ເຊິ່ງ ປັດຈຸບັນທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 596 ຫົວໜ່ວຍ, ໃນນີ້ 6 ເດືອນຜ່ານມາ, ສາມາດຊຸກຍູ້ທຸລະກິດໃໝ່ເຂົ້າຈົດທະບຽນໄດ້ຕື່ມອີກ 22 ຫົວໜ່ວຍ ແລະ ຍັງມີຫົວໜ່ວຍທຸລະກິດນອກລະບົບ ບໍ່ມີທະບຽນວິສາຫະກິດ ເຖິງ 391 ຫົວໜ່ວຍ, ທີ່ຈະຕ້ອງໄດ້ເລັ່ງໃຫ້ໄດ້ຂຶ້ນທະບຽນຖືກຕ້ອງຕາມກົດໝາຍ.
6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

6 ເດືອນຕົ້ນປີ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວຢູ່ໃນລະດັບ 3,8%

ໃນໄລຍະ 6 ເດືອນຕົ້ນປີ 2026 ແຂວງອັດຕະປື ມີອັດຕາການຂະຫຍາຍຕົວຂອງເສດຖະກິດ ຢູ່ໃນລະດັບ 3.8% (ມະຕິສະພາ 5.4%), ຄິດເປັນມູນຄ່າຕາມລາຄາໃນປີ 1,231 ຕື້ກີບ ເທົ່າກັບ 15.6% ຂອງແຜນການ (ມະຕິສະພາ 7,850 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 21.9 ລ້ານກີບ (ມະຕິສະພາ 42 ລ້ານກີບ).
ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ລັດຖະມົນຕີກະຊວງ ອຄ ເນັ້ນໃຫ້ສາລະວັນເອົາໃຈໃສ່ກວດກາລາຄາ ແລະ ຄຸນນະພາບສິນຄ້າ

ທ້າຍອາທິດຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ໂພທິຍາ ວົງຈອມສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ພ້ອມຄະນະ ໃຫ້ກຽດຕ້ອນຮັບຢ່າງ ອົບອຸ່ນຢູ່ທີ່ຫ້ອງປະຊຸມຂອງຕົນ.
ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ຄວາມໝາຍ ແລະ ຄວາມສໍາຄັນຂອງເສດຖະກິດມໍຣະດົກ

ເສດຖະກິດມໍຣະດົກມີຄວາມໝາຍ ແລະ ນິຍາມກວ້າງຂວາງ. ກ່ອນອື່ນຕ້ອງເຂົ້າໃຈຄວາມໝາຍຂອງ “ມໍຣະດົກ” ໝາຍເຖິງທຸກສິ່ງທຸກຢ່າງທີ່ເປັນວັດຖຸ ນິວັດຖຸທີ່ມີຄຸນຄ່າ ທີ່ພວກເຮົາໄດ້ຮັບການສືບທອດມາຈາກບັນພະບູລຸດ. ມໍຣະດົກບໍ່ພຽງແຕ່ເປັນເອກະລັກຂອງຊາດເທົ່ານັ້ນ, ແຕ່ຍັງເປັນຊັບສິນ ຫຼື ສົມບັດທີ່ມີຄຸນຄ່າທີ່ສາມາດນໍາໃຊ້ເປັນທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ປີນີ້, ຄາດວ່າ GDPຈະຂະຫຍາຍຕົວຢູ່ລະດັບ 5.1%

ໃນຫວ່າງບໍ່ດົນມານີ້,ສູນສະຖິຕິແຫ່ງຊາດ ກະຊວງການເງີນ ໄດ້ສະຫຼຸບຕົວເລກຂາດຕົວລວມຍອດຜະລິດຕະພັນພາຍໃນ (GDP)ປີ 2025 ແລະ ທ່າອ່ຽງ ປີ 2026 ຂະນະທີ່ລາວ ຍັງພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດເປັນຕົ້ນ ສະຖຽນລະພາບທາງດ້ານການເງິນ ແລະ ເງິນຕາ, ບັນຫາການເພີ່ມຂຶ້ນຂອງລາຄາ, ອັດຕາເງິນເຟີ້ທີ່ຍັງສືບຕໍ່ເພີ່ມຂຶ້ນ ແລະ ບັນຫາໜີ້ສິນຕ່າງປະເທດ.
ເພີ່ມເຕີມ