ກຍູ້ການປູກພືດຜັກຂອງປະຊາຊົນບ້ານນາໂພ ແລະ ບ້ານ ສົ້ມປ່ອຍ ນະຄອນໄກສອນພົມວິຫານ

ເຈົ້າແຂວງສະຫວັນະເຂດ ເນັ້ນໃຫ້ປະຊາຊົນບ້ານນາໂພ, ບ້ານສົ້ມປ່ອຍປູກພືດຜັກໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ.

ເຈົ້າແຂວງສະຫວັນະເຂດ ເນັ້ນໃຫ້ປະຊາຊົນບ້ານນາໂພ, ບ້ານສົ້ມປ່ອຍປູກພືດຜັກໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ.
ໃນທ້າຍເດືອນ ສິງຫາຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນະເຂດ ໄດ້ລົງຢ້ຽມຢາມ ຊຸກຍູ້ການປູກພືດຜັກຂອງປະຊາຊົນບ້ານນາໂພ ແລະ ບ້ານ ສົ້ມປ່ອຍ ນະຄອນໄກສອນພົມວິຫານ ແຂວງສະຫວັນະເຂດ ພ້ອມຄະນະ.

ຕາມການລາຍງານຂອງນາຍບ້ານນາໂພ ໃຫ້ຮູ້ວ່າ: ບ້ານນາໂພ ມີ 181 ຄອບຄົວ ພົນລະເມືອງ 1,156 ຄົນ ຍິງ 625 ຄົນ, ປະຊາຊົນມີອາຊີບເຮັດນາເປັນຕົ້ນຕໍ ແລະ ປູກພືດຜັກເປັນສຳຮອງ, ໃນລະດູແລ້ງແມ່ນປູກພືດຜັກເພື່ອຂາຍເປັນສິນຄ້າ. ພືດຜັກທີ່ປູກສ່ວນຫຼາຍແມ່ນຫອມປ້ອມ, ຫອມລາບ, ຜັກບົ່ວ, ຜັກບົ້ງ, ສະລັດ, ໝາກເລັ່ນ, ໝາກຖົ່ວ, ໝາກແຕງ ແລະ ອື່ນໆ. ສະເພາະໃນລະດູຝົນແມ່ນມີ 26 ຄອບຄົວ ມີເນື້ອທີ່ 5 ເຮັກຕາກ່ວາ, ແຕ່ຍັງປູກແບບທຳມະຊາດ ບໍທັນສ້າງເຮືອນຮົ່ມ. ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະ ກໍໄດ້ໄປພົບປະຢ້ຽມຢາມປະຊາຊົນ ກຸ່ມປູກຜັກ ບ້ານສົ້ມປ່ອຍ, ບ້ານດັ່ງກ່າວ ມີ 187 ຄອບຄົວ 227 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 1,070 ຄົນ ຍິງ 547 ຄົນ, ທົ່ວບ້ານມີເນື້ອທີ່ນາປີ 512 ເຮັກຕາ, ເນື້ອທີ່ສວນທົ່ວໄປ 18 ເຮັກຕາ, ເນື້ອທີ່ປູກພືດຜັກ 18 ເຮັກຕາ ສາມາດຜະລິດສົ່ງຂາຍຕະຫຼາດໃນແຕ່ລະວັນ ໄດ້ 1.600 ກິໂລ, ສ່ວນຫຼາຍແມ່ນຜັກບົວລະພາ, ຫອມລາບທົ່ວໄປ, ຫອມປ້ອມ, ຜັກບົ້ງ ແລະ ອື່ນໆ. ໃນລະດູແລ້ງ ປະຊາຊົນກໍປູກພືດຜັກຫຼາຍຂຶ້ນ ເພາະປູກຕາມແຄມແມ່ນ້ຳຂອງ ລວມມີຜັກກາດ ຜັກຊີ, ສາລີ, ໝາກຮຸ່ງ ແລະ ພືດຜັກຕ່າງໆ.

ໂອກາດນີ້, ທ່ານເຈົ້າແຂວງສະຫວັນະເຂດ ໄດ້ຍົກໃຫ້ເຫັນວ່າ: ການລົງມາພົບປະຢ້ຽມຢາມປະຊາຊົນໃນຄັ້ງນີ້ ກໍເພື່ອເປັນການຕິດຕາມເບິ່ງສະພາບການປູກພືດຜັກຂອງປະຊາຊົນ ແລະ ທ່າແຮງ ຂອງບັນດາບ້ານທີ່ຢູ່ອ້ອມຂ້າງເທດສະບານນະຄອນໄກສອນພົມວິຫານ ກໍຄືເທດສະບານແຂວງສະຫວັນະເຂດ. ມາເບິ່ງຕົວຈິງ ການຜະລິດຂອງປະຊາຊົນແຕ່ລະທ້ອງຖິ່ນ ເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດພາຍໃນ;

ປັດຈຸບັນຢູ່ຕາມທ້ອງຕະຫຼາດ ບາງພືດຜັກກໍຍັງນຳເຂົ້າຈາກແຂວງອ້ອມຂ້າງ ແລະ ຈາກຕ່າງປະເທດເປັນສ່ວນຫຼາຍ, ສະເພາະຜັກທີ່ໃຊ້ປະຈຳວັນ ມີຜັກບົ່ວ, ຫອມປ້ອມ ແມ່ນມີຄວາມຕ້ອງການ 600 ກິໂລຕໍ່ວັນ. ນອກນັ້ນ, ກໍມີໝາກຖົ່ວ, ໝາກແຕງ, ໝາກເຜັດ ແລະ ພືດຜັກອື່ນໆ. ສະເພາະປະຊາຊົນບ້ານນາໂພ ແລະ ບ້ານສົ້ມປ່ອຍ ກໍມີທ່າແຮງຢູ່ແລ້ວ, ມີຫຼາຍຄອບຄົວທີ່ປູກຜັກສົ່ງຂາຍຕະຫຼາດ ແລະ ເພື່ອຕ້ອງການໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ ປະຊາຊົນກໍຕ້ອງໄດ້ປູກໃຫ້ຫຼາຍຂຶ້ນຕື່ມ, ພ້ອມກັນສ້າງຕັ້ງເປັນກຸ່ມ ເປັນສະຫະກອນ, ມີການຈັດຕັ້ງ, ມີການແບ່ງງານ ໝູນວຽນກັນປູກ, ໃຫ້ພະແນກກະສິກຳ ແລະ ປ່າໄມ້ ສົມທົບກັບນະຄອນໄກສອນພົມວິຫານ ຊຸກຍູ້ຊ່ວຍດ້ານວິຊາການ ແລະ ການປັບປຸງດິນ, ຄວາມຕ້ອງການກັບການສະໜອງໃຫ້ເປັນລະບົບ, ເປັນຕ່ອງໂສ້, ກ່ຽວກັບການສ້າງຕັ້ງສະຫະກອນ ຈາກກຸ່ມ ຕ້ອງຂະຫຍາຍສະມາຊິກໃຫ້ຫຼາຍຂຶ້ນ ມີການຍົກລະດັບບໍລິຫານ ມີແຜນຜະລິດຮ່ວມກັນ ບົນພື້ນຖານຂອງຕະຫຼາດ, ປູກພືດຜັກໃຫ້ຕໍ່ເນື່ອງ, ໃນລະດູຝົນກໍປູກຜັກແບບເຮືອນຮົ່ມ ໂດຍນຳໃຊ້ດິນກະສິກຳຂອງບ້ານ, ເພື່ອໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດໃນແຕ່ລະວັນ, ນອກຈາກເປັນສິນຄ້າສົ່ງພາຍໃນ-ຫຼຸດຜ່ອນການນຳເຂົ້າແລ້ວ, ປະຊາຊົນກໍ່ຈະມີວຽກເຮັດງານທຳທີ່ແນ່ນອນ ມີລາຍຮັບເປັນປົກກະຕິ.

(ຂ່າວ: ສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ

ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້, ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະອໍານວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ, ນັກແຂ່ງຂັນ, ພະນັກງານ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ແຂວງວຽງຈັນ ເປີດກອງປະຊຸມສະຫຼຸບຕີລາຄາວຽກງານກວດກາ 5 ປີ

ໃນວັນທີ 22 ຕຸລານີ້, ແຂວງວຽງຈັນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ທີ່ສະໂມສອນແຂວງໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ປະທານ - ຮອງປະທານຄະນະກວດກາພັກແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈໍານວນ 175 ສະຫາຍ ຍິງ 33 ສະຫາຍ.
ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ

ກຸ່ມບໍລິສັດລາວໂທລະຄົມ ໄດ້ເຂົ້າຮ່ວມວາງສະແດງເຕັກໂນໂລຊີ ແລະ ການບໍລິການດີຈີຕອນ ໃນງານສັບປະດາດີຈີຕອນລາວ ປະຈຳປີ 2026 (Lao Digital Week 2026) ງານ Lao Digital Week 2026 ເປັນເວທີສຳຄັນໃນການສະແດງຄວາມກ້າວໜ້າດ້ານເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງເປີດໂອກາດໃຫ້ພາກສ່ວນຕ່າງໆ ໄດ້ສຶກສາ ແລະ ສຳຜັດກັບການນຳໃຊ້ເຕັກໂນໂລຊີດີຈີຕອນ. ເນື້ອໃນຂອງງານສະທ້ອນເຖິງຄວາມສຳຄັນຂອງການພັດທະນາລັດຖະບານດີຈີຕອນ, ການສ້າງບຸກຄະລາກອນທີ່ມີທັກສະດີຈີຕອນ ແລະ ການສົ່ງເສີມນະວັດຕະກຳ ເພື່ອຮອງຮັບການກ້າວເຂົ້າສູ່ຍຸກປັນຍາປະດິດ.
ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກ ແຂວງສາລະວັນ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 21 ຕຸລາຜ່ານມາ, ທີ່ພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຂອງທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ວຽກພັກ-ພະນັກງານ, ມີຄະນະພະແນກ, ອະດີດຄະນະນໍາ, ພະນັກງານຫຼັກແຫຼ່ງ, ແຂກຖືກເຊີນ ແລະ ພະນັກ ງານກ່ຽວຂ້ອງເຂົ້າຮ່ວມ.
ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ເມືອງຈອມເພັດ ເປີດແຂ່ງຂັນຊ່ວງເຮືອ ປະຈຳປີ 2026

ໃນວັນທີ 22 ຕຸລານີ້, ທີ່ໜ້າຝາຍ ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີເປີດງານບຸນຊ່ວງເຮືອ ເນື່ອງໃນໂອກາດບຸນອອກພັນສາ-ປະວໍລະນາ ປະຈຳປີ 2026 ໂດຍມີທ່ານ ຄຳຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ທັງເປັນຜູ້ຊີ້ນຳຮອບດ້ານເມືອງຈອມເພັດ, ມີທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງຈອມເພັດ ພ້ອມດ້ວຍການນຳແຂວງ, ການນຳເມືອງ ແຂກຖືກເຊີນ ແລະ ມວນຊົນຈາກເມືອງຈອມເພັດ ແລະ ເມືອງອ້ອມຂ້າງເຂົ້າຮ່ວມຢ່າງຄຶກຄື້ນ.
ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມຈັດກອງປະຊຸມໂຕະມົນສາສະໜາໜານໄຫ່ ຄັ້ງທີ XI ປະຈຳປີ 2026 ຂຶ້ນໃນວັນທີ 22 ຕຸລານີ້ ທີ່ ສນຊ ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ, ມີພະເຖລາ-ນຸເຖລະ, ຮອງປະທານ ສນຊ ພ້ອມດ້ວຍອະນຸກໍາມະການຮັບຜິດຊອບຈັດກອງປະຊຸມ ເຂົ້າຮ່ວມ.
ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ການນຳ ຫສນຍ ເນັ້ນ ໃຫ້ປະຕິບັດຄຳສັ່ງ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢ່າງເຂັ້ມງວດ

ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາທີ່ ຫ​ສນຍໂດຍໃຫ້ກຽດເປັນປະທານຂອງທ່ານ ຄຳຜາ ພິມມະສອນຮອງລັດຖະມົນຕີຮອງຫົວໜ້າ ຫສນຍ; ມີບັນດາຜູ້ຕາງໜ້າຄະນະກຳມະການເກັບກູ້ອາວຸດເສີກຂັ້ນສູນກາງ ຈາກກະຊວງປ້ອງກັນຄວາມສະຫງົບ, ບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.
ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ໄຊບົວທອງ ເສຍຫາຍຈາກນໍ້າຖ້ວມ 16 ຕື້ກີບ ພ້ອມສະເໜີຂໍທຶນຟື້ນຟູສ້ອມແປງ

ເມືອງໄຊບົວທອງ ແຂວງຄໍາມ່ວນ ປະເມີນມູນຄ່າຄວາມເສຍຫາຍຈາກພະຍຸ 4 ຄັ້ງ ໃນຊ່ວງເດືອນກໍລະກົດ ຫາເດືອນກັນຍາ 2026 ລວມມູນຄ່າຄວາມເສຍຫາຍກວ່າ 16.59 ຕື້ກີບ ໂດຍມີ 27 ບ້ານ ແລະ 925 ຄອບຄົວໄດ້ຮັບຜົນກະທົບ. ຄວາມເສຍຫາຍມີທັງເສັ້ນທາງ, ຂົວ, ພື້ນທີ່ກະສິກຳ, ຊົນລະປະທານ, ໂຮງຮຽນ ແລະ ຊັບສິນຂອງປະຊາຊົນ. ຂະນະນີ້ ທາງເມືອງ ກຳລັງສະເໜີຂໍງົບປະມານຈາກຂັ້ນແຂວງ ເພື່ອຟື້ນຟູ ແລະ ປັບປຸງເສັ້ນທາງທີ່ຈຳເປັນຮີບດ່ວນ.
ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ຊາວພຸດເມືອງທ່າແຂກ ພ້ອມໃຈໃສ່ບາດ ສືບສານຮີດຄອງປະເພນີທີ່ຫໍຫຼັກເມືອງ

ໃນຕອນເຊົ້າວັນທີ 22 ຕຸລາ 2026, ການນຳແຂວງຄຳມ່ວນ, ການນຳເມືອງທ່າແຂກ, ຄະນະສົງ ແລະ ພຸດທະສາສະນິກະຊົນ ໄດ້ພ້ອມໃຈຮ່ວມໃສ່ບາດ, ຖວາຍສັງຄະທານ ແລະ ປະກອບພິທີກຳທາງສາສະໜາຢູ່ຫໍຫຼັກເມືອງ ເມືອງທ່າແຂກ ເນື່ອງໃນໂອກາດບຸນອອກພັນສາປະວໍລະນາ. ພິທີດັ່ງກ່າວ ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄຳມ່ວນ, ທ່ານ ຄຳໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ພຣະອາຈານ ວັນເພັນ ໄຊຍະສອນ ປະທານ ອພສ ແຂວງ, ພ້ອມດ້ວຍການນຳຂອງແຂວງ, ການນໍາເມືອງ, ຄະນະສົງ ແລະ ພຸດທະສາສະນິກະຊົນເຂົ້າຮ່ວມ.
ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ອຍກ ເຊກອງ ປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ

ວັນທີ 21 ຕຸລາຜ່ານມາ, ອົງການໄອຍະການປະຊາຊົນ ແຂວງເຊກອງ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງພັກ-ຂອງຊາດ ຂອງບັນດາປະເທດເພື່ອນມິດຍຸດທະສາດ ໂດຍມີທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ (ອຍກ) ແລະ ພະນັກງານລັດຖະກອນເຂົ້າຮ່ວມຮັບຟັງ.
ເພີ່ມເຕີມ