ເຈົ້າແຂວງສະຫວັນະເຂດ ຕິດຕາມເບິ່ງການພັດທະນາເຂດບ້ານໃຫຍ່ຄຳປ່າແໜ

ເຈົ້າແຂວງສະຫວັນະເຂດ ຕິດຕາມເບິ່ງການພັດທະນາເຂດບ້ານໃຫຍ່ຄຳປ່າແໜ

ເຈົ້າແຂວງສະຫວັນະເຂດ ຕິດຕາມເບິ່ງການພັດທະນາເຂດບ້ານໃຫຍ່ຄຳປ່າແໜ
ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນະເຂດ ໄປເປັນປະທານໃນພິທີມອບ-ຮັບເຈົ້າວ່າການເມືອງຊົນນະບູລີຜູ້ເກົ່າ ແລະ ຜູ້ໃໝ່, ຊຶ່ງໃນຕອນບ່າຍວັນທີ 20 ມີນາຜ່ານມາ, ຄະນະນໍາເມືອງຊົນນະບູລີໄດ້ນໍາພາ ທ່ານເຈົ້າແຂວງສະຫວັນະເຂດ,

 ພ້ອມຄະນະນໍາຈາກພະແນກການອ້ອມຂ້າງແຂວງ, ໄປຢ້ຽມຢາມຕິດຕາມເບິ່ງການພັດທະນາບ້ານໃຫຍ່ຄຳປ່າແໜ ເມືອງຊົນນະບູລີ ແຂວງສະຫວັນນະເຂດ. ໃນນັ້ນ, ໄດ້ໄປເບິ່ງອ່າງເກັບນ້ຳເພື່ອເກັບກັກນ້ຳໃຫ້ປະຊາຊົນໄດ້ຊົມໃຊ້, ຫົດເນື້ອທີ່ການປູກພືດລະດູແລ້ງ ແລະ ໃຫ້ສັດລ້ຽງ; ຢ້ຽມຢາມຄອບຄົວຕົວແບບໃນການປູກຢາສູບ, ປູກເຂົ້ານາແຊງ, ປູກໝາກເຜັດ, ພືດຜັກລະດູແລ້ງ, ເພື່ອຂາຍເປັນສິນຄ້າແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານຜູ້ຕາງໜ້າຄະນະນໍາເມືອງຊົນນະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ບ້ານຄໍາປ່າແໜມີທັງໝົດ 159 ຫຼັງຄາ, 151 ຄອບຄົວ, ມີ 1,015 ຄົນ, ມີຄອບຄົວທຸກຍາກ 65 ຄອບຄົວ, ຄອບຄົວຂໍທານຍັງ 42 ຄອບຄົວ; ດ້ານພື້ນຖານໂຄງລ່າງບ້ານຄໍາປ່າແໜ ມີເສັ້ນທາງຄົມມະນາຄົມເຊື່ອມຈອດກັບເທສະບານເມືອງຊົນນະບູລີ ແລະ ບ້ານໃກ້ຄຽງທຽວໄດ້ຕະຫຼອດປີ, ມີຕາຂ່າຍໄຟຟ້າໃນລະບົບ, ມີໂຮງໝໍນ້ອຍພາຍໃນບ້ານ, ມີໂຮງຮຽນປະຖົມ ແລະ ອະນຸບານ, ມີສັນຍານໂທລະສັບ (ແຕ່ບໍ່ທັນສະດວກ) ແລະ ມີນໍ້າສະອາດໃຊ້ ແຕ່ບໍ່ພຽງພໍ.

ໄລຍະປີ 2021-2024 ໄດ້ສໍາເລັດການກໍສ້າງຊົນລະປະທານອ່າງເກັບນໍ້າຫ້ວຍຫີນລາດ 90%, ກໍ່ສ້າງສະຖານີບໍລິການກະສິກຳ ແລະ ປ່າໄມ້ໄດ້ 50%, ສໍາເລັດການກໍ່ສ້າງຕາຂ່າຍໄຟຟ້າເຂົ້າຫາສະຖານີບໍລິການກະສິກຳ ແລະ ປ່າໄມ້, ກໍ່ສ້າງທາງປູຢາງແຕ່ສາມແຍກບ້ານຄໍາປ່າແໜ ຫາ ສີ່ແຍກບ້ານຕາແຫຼວເມືອງຈໍາພອນໄດ້ 50%, ແຕ່ງຕັ້ງຄະນະພັກຮາກຖານບ້ານໃຫຍ່ຄໍາປ່າແໜຈໍານວນ 7 ສະຫາຍ, ໄດ້ສໍາເລັດການປັບປຸງອົງການປົກຄອງບ້ານ, ມີກໍາລັງກອງປະຕິບັດງານ 2024 ຈາກກອງບັນຊາການທະຫານແຂວງ ແລະ ເຈົ້າໜ້າທີ່ຈາກກອງບັນຊາການ ປກສ ແຂວງ ແລະ ແຕ່ງຕັ້ງພະນັກງານວິຊາການຈາກຫ້ອງການຕ່າງໆທີ່ກ່ຽວຂ້ອງລົງປະຈໍາຢູ່ບ້ານຄໍາປ່າແໜ, ໄດ້ດໍາເນີນວຽກງານປຸກລະດົມທາງດ້ານແນວຄິດ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຊຸກຍູ້ຕິດຕາມ ແລະ ນໍາພາທໍາການຜະລິດ ໃນການຜະລິດນາປີ, ນາແຊງ, ລ້ຽງສັດ ແລະ ປູກພືດຜັກ.

ໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ແລະ ຄະນະ ໄດ້ຊື້ຜົນຜະລິດກະສິກຳຂອງປະຊາຊົນ, ພ້ອມນັ້ນ ກໍໄດ້ແນະນຳໃຫ້ອຳນາດການປົກຄອງເມືອງຊົນນະບູລີ, ຄະນະພະແນກການທີ່ກ່ຽວຂ້ອງ ເພື່ອແບ່ງຄວາມຮັບຜິດຊອບໃນການຊົມໃຊ້ນ້ຳ, ຊອກຫາໂຄງການ ເອົາບໍລິສັດ ແລະ ແນະນຳໃຫ້ປະຊາຊົນປູກຢາສູບ, ກ້ວຍ, ໝາກເຜັດ ແລະ ພືດຜັກເພື່ອເປັນສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ; ກະສິກຳເມືອງຕ້ອງລົງໄປຫາປະຊາຊົນ, ເບີ່ງເນື້ອທີ່ດິນເປົ່າວ່າງ ແລະ ບຸກເບີກໃຫ້ເຂົາເຈົ້າ,ນຳພາເຮັດ, ນຳພາເຂົ້າເຈົ້າປ່ຽນແປງເພື່ອລຶບລ້າງການຂໍທານໃຫ້ໄດ້, ໃຫ້ປະຊາຊົນຮູ້ຈັກທໍາການຜະລິດ ແລະ ຂາຍຜົນຜະລິດສ້າງລາຍຮັບດ້ວຍຕົນເອງກຸ້ມຕົນເອງ.

ສຳລັບກອງກໍ່ສ້າງຮາກຖານ ປກສ ແຂວງທີ່ປະຈຳຢູ່ຫ້ອງການບ້ານໃຫຍ່ຄຳປ່າແໜ ກໍໃຫ້ນຳພາປະຊາຊົນປູກ ເພື່ອເຮັດເປັນແບບຢ່າງ, ພ້ອມນັ້ນ ກໍສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ພ້ອມກັນປະຕິບັດເຮັດແທ້ທຳຈິງ, ເພື່ອປ່ຽນວິຖີຊີວິດ ແລະ ພັດທະນາບ້ານໃຫຍ່ຄຳປ່າແໜໃຫ້ໄດ້ຕາມຄາດໝາຍ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ