ເຈົ້າແຂວງສະຫວັນນະເຂດ ຕິດຕາມການພັດທະນາເສດຖະກິດ-ສັງຄົມຢູ່ເມືອງສອງຄອນ

ເຈົ້າແຂວງສະຫວັນນະເຂດ ຕິດຕາມການພັດທະນາເສດຖະກິດ-ສັງຄົມຢູ່ເມືອງສອງຄອນ
ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງຈຳນວນໜຶ່ງ ໄດ້ລົງເຄື່ອນໄຫວຕິດຕາມການພັດທະນາເສດຖະກິດ-ສັງຄົມຮອບດ້ານໃນຂອບເຂດເມືອງສອງຄອນ ເມື່ອບໍ່ດົນມານີ້.
ໃນໂອກາດນີ້, ທ່ານ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ໄດ້ລາຍງານຕໍ່ທ່ານເຈົ້າແຂວງ ແລະ ຄະນະນຳຂອງແຂວງ ໂດຍຫຍໍ້ວ່າ: ເມືອງສອງຄອນ ປະກອບມີ 10 ກຸ່ມບ້ານ ແລະ ມີ 13 ບ້ານເອກະລາດທີ່ຂຶ້ນກັບເມືອງ, ມີ 20.014 ຫຼັງຄາເຮືອນ, 17.586 ຄົວເຮືອນ, 19.223 ຄອບຄົວ, ມີພົນລະເມືອງທັງ             ໝົດ 106.766 ຄົນ ຍິງ 54.348 ຄົນ. ຈາກຜົນຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ຮູ້ເຖິງສິ່ງພົ້ນເດັ່ນກວ່າໝູ່ ນັ້ນກໍແມ່ນການລົງຊຸກຍູ້ນຳພາປະຊາຊົນເຮັດການຜະລິດລະດູແລ້ງ, ລະດູຝົນ ແລະ ຊຸກຍູ້ສົ່ງເສີມປະຊາຊົນຈັດຕັ້ງກຸ່ມຜະລິດ ໄດ້ 32 ກຸ່ມ, ມີ 410 ຄອບຄົວ, ສ້າງເປັນຄອບຄົວຕົວແບບໄດ້ 180 ຄອບຄົວ, ເດັ່ນກວ່າໝູ່ແມ່ນຄອບຄົວຕົວແບບໃນການລ້ຽງໝູມີ 112 ຄອບຄົວ ແລະ ຮອງລົງມາແມ່ນຄອບຄົວຕົວແບບໃນການລ້ຽງແບ້ ມີ 38 ຄອບຄົວ, ທົ່ວເມືອງມີຟາມລ້ຽງສັດ 9 ຟາມ, ມີ 35 ໂຄງການ ,ລວມມູນຄ່າ 7 ຕື້  581 ລ້ານກວ່າກີບ, ໃນນັ້ນເປັນທຶນຂອງລັດ 4 ໂຄງການ, ມູນຄ່າ 2 ຕື້ 361 ລ້ານກວ່າກີບ, ທຶນປະຊາຊົນ 29 ໂຄງການ, ມູນຄ່າ 4 ຕື້ 324 ລ້ານກວ່າກີບ ແລະ ທຶນຊ່ວຍເຫຼືອ + ກູ້ຢືມ 2 ໂຄງການ, ມູນຄ່າ 895 ລ້ານກວ່າກີບ. ປັດຈຸບັນເມືອງສອງຄອນມີຄອບຄົວພົ້ນທຸກແລ້ວ 17.404 ຄອບຄົວ ເທົ່າກັບ 97,97% ຂອງຄອບຄົວທັງໝົດ, ທົ່ວເມືອງມີຄອບຄົວພັດທະນາ 17.147 ຄອບຄົວ ເທົ່າກັບ 96,53% ຂອງຄອບຄົວທັງໝົດ, ມີບ້ານພົ້ນທຸກແລ້ວ ກວມ 95 ບ້ານ, ເທົ່າກັບ 96.93%, ໃນໂອກາດນີ້, ທ່ານເຈົ້າແຂວງ ກໍໄດ້ເປີດໂອກາດໃຫ້ຕົວແທນຂອງກຸ່ມຕໍ່າແຜ່ນແພ ຍ້ອມສີທຳມະຊາດ ຫຼື ຜະລິດຕະພັນໂອດັອບຂອງເມືອງໄດ້ສະເໜີລາຍງານສະພາບຂອງກຸ່ມຕົນ ພ້ອມທັງມີຂໍ້ສະເໜີຕໍ່ທ່ານເຈົ້າແຂວງໃຫ້ຊ່ວຍເຫຼືອແກ້ໄຂບັນຫາໃນບາງດ້ານທີ່ເປັນບັນຫາຂອງກຸ່ມ, ນອກນັ້ນ ທ່ານເຈົ້າແຂວງຍັງໄດ້ຮັບຟັງການລາຍງານຈາກຕົວແທນຂອງກຸ່ມລ້ຽງສັດ ແລະ ກຸ່ມໂຮງສີເຂົ້າຂອງເມືອງ, ຕໍ່ຈາກນັ້ນ ທ່ານ ເຈົ້າແຂວງກໍມີຄຳເຫັນຕໍ່ກອງປະຊຸມ. ເວລາຕໍ່ມາ, ທ່ານເຈົ້າແຂວງ ແລະ ຄະນະກໍໄດ້ລົງເບິ່ງການຜະລິດຝ້າຍລາວຍ້ອມສີທຳມະຊາດຂອງກຸ່ມຕໍ່າແຜ່ນແພຂອງປະຊາຊົນບ້ານລະຫານໍ້າ, ລົງຕິດຕາມໂຄງການກໍ່ ສ້າງເສັ້ນທາງເບຕົງ (ພາຍໃນບ້ານ) ຂອງບ້ານເຊບັ້ງຫຽງ ຊຶ່ງເປັນການປະກອບສ່ວນທຶນຮອນໃນການກໍ່ສ້າງທັງໝົດຈາກປະຊາຊົນພາຍໃນບ້ານ 100%, ພ້ອມນີ້ ທ່ານເຈົ້າແຂວງ ແລະ ຄະນະກໍໄດ້ມອບເຄື່ອງປະສົມຊີມັງ(ເຄື່ອງໂມ້) ໃຫ້ບ້ານເຊບັ້ງຫຽງຈຳນວນ 11 ເຄື່ອງ ເພື່ອນຳໃຊ້ເຂົ້າໃນການເທຊີມັງໃນການກໍ່ສ້າງເສັ້ນທາງ ໂດຍໃນນີ້ ທ່ານເຈົ້າແຂວງມອບ 3 ເຄື່ອງ, ທະນາຄານພັດທະນາລາວສາຂາແຂວງສະຫວັນນະເຂດມອບ 3 ເຄື່ອງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງມອບ 1 ເຄື່ອງ, ພະແນກການເງິນແຂວງມອບ 1 ເຄື່ອງ, ພະແນກແຜນການ ແລະ ການລົງທຶນແຂວງ ມອບ 1 ເຄື່ອງ, ການນຳເມືອງສອງຄອນມອບ 2 ເຄື່ອງ.
ຕໍ່ມາ, ທ່ານເຈົ້າແຂວງ ແລະ ຄະນະກໍໄດ້ລົງເບິ່ງສະພາບຕົວຈິງຂອງໂຮງຮຽນ ມ.ສ ເຊບັ້ງຫຽງ ຊຶ່ງໂຮງຮຽນແຫ່ງນີ້ຮັບນັກຮຽນມາຈາກຫຼາຍເຂດ (ທັງເຂດຫ່າງໄກສອກຫຼີກຂອງເມືອງສອງຄອນ  ແລະ ສ່ວນໜຶ່ງຂອງເມືອງທ່າປາງທອງ), ນັກຮຽນມີບັນຫາດ້ານການເດີນທາງໄກໂພດ ດັ່ງນັ້ນ ເຮັດໃຫ້ນັກຮຽນອອກໂຮງຮຽນຈຳນວນໜຶ່ງ, ສະນັ້ນທາງຄະນະອຳນວຍການຈຶ່ງສະເໜີທາງການນຳແຂວງຊ່ວຍໃນການສ້າງຫໍພັກກິນນອນໃຫ້ນັກຮຽນຜູ້ທີ່ບ້ານຢູ່ໄກ, ທັງນີ້ກໍເພື່ອເຮັດໃຫ້ມີຄວາມສະດວກສະບາຍແກ່ນັກຮຽ ໃຫ້ຫຼຸດຜ່ອນການເດີນທາງໄກໃນມື້ເຂົ້າໂຮງຮຽນ. ໃນໂອກາດນີ້, ທ່ານເຈົ້າແຂວງກໍມອບເງິນຈຳນວນໜຶ່ງໃຫ້ທາງໂຮງຮຽນຕື່ມອີກ. 
(ຂ່າວ: ສະຫວັນນະເຂດ)

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ