ເຈົ້າແຂວງຊຽງຂວາງໂອ້ລົມການນຳເມືອງພູກູດ

ເຈົ້າແຂວງຊຽງຂວາງໂອ້ລົມການນຳເມືອງພູກູດ

ເຈົ້າແຂວງຊຽງຂວາງໂອ້ລົມການນຳເມືອງພູກູດ
ໃນວັນທີ 5 ສິງຫາຜ່ານມານິ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ໂອ້ລົມການນຳເມືອງພູກູດ. ທ່ານ ຄຳພາ ພິລາວົງ ກຳມະການພັກແຂວງ ເລຂາພັກເມືອງ ໄດ້ລາຍງານການຊີ້ນຳ-ນຳພາ ການພັດທະນາເສດຖະກິດ-ສັງຄົມຂອງເມືອງໃນໄລຍະຜ່ານມາວ່າ: ເມືອງພູກູດມີ 2 ຈຸດສຸມ, ມີພະນັກງານ-ລັດຖະກອນທັງໝົດ 773 ຄົນ ຍິງ 371 ຄົນ, ມີ 43 ບ້ານ, ມີ 5,457 ຫຼັງຄາເຮືອນ ມີພົນລະເມືອງທັງໝົດ 27,909 ຄົນ ຍິງ 13,732 ຄົນ, ເຜົ່າລາວລຸ່ມ 56.3%, ເຜົາມົ້ງ 25%, ກຶມມຸ 18.7% ຍັງມີບ້ານທຸກຍາກ 19 ບ້ານ, ຄອບຄົວທຸກຍາກ 1,372 ຄອບຄົວ, ພາຍໃນເມືອງມີຄວາມສະຫງົບດີ ມີຄວາມສາມັກຄີແໜ້ນແຟ້ນ, ເສດຖະກິດຂະຫຍາຍຕົວ 4.5% ລວມຍອດຜະລິດຕະພັນພາຍໃນ 495.1 ຕື້ກີບ ສະເລ່ຍໄດ້ 7,795,000 ກີບຕໍ່ຄົນຕໍ່ປີ, ເມືອງໄດ້ຫັນເອົາມະຕິກອງປະຊຸມໃຫຍ່ຂອງສູນກາງ, ແຂວງ ແລະ ເມືອງເປັນບ່ອນອີງໃນການ ຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ, ການຫັນລົງກໍ່ສ້າງຮາກຖານການເມືອງ, ໄພພິບັດລະຫ່ວາງວັນທີ 21-28 ກໍລະກົດ 2025 ມີ 10 ບ້ານໄດ້ຮັບຜົນກະທົບ, ມີ 186 ຄອບຄົວ, ມີ 930 ຄົນ ຍິງ 469 ຄົນ, ເຮືອນຖືກນໍ້າຖ້ວມ ແລະ ດິນເຈື່ອນທັບຖົມ 11 ຫຼັງ ພ້ອມເຄື່ອງໃຊ້ຄົວເຮືອນເສຍຫາຍ, ໂຮງຮຽນເປ່ເພ 1 ຫຼັງ, ນ້ຳລິນ 11 ແຫ່ງ, ຊົນລະປະທານ-ຄອງເໝືອງ 4 ແຫ່ງ, ຂົວ 2 ແຫ່ງ, ເນື້ອທີ່ນາ 40 ເຮັກຕາ, ສວນສາລີ 53 ເຮັກຕາ, ໜອງປາ 19 ໜອງ, ເຮືອຈັກ 2 ລໍາ, ລົດຊິ່ງ 1 ຄັນ, ລັດລ້ຽງ, ເສັ້ນທາງເປ່ເພ, ເສົາໄຟລົ້ມ ມູນຄ່າເສຍຫາຍເບື້ອງຕົ້ນ 21 ຕື້ກ່ວາກີບ.
ເຈາແຂວງຊຽງຂວາງໂອລມການນຳເມອງພກດ - image 1
 

ໂອກາດນີ້, ບັນດາພະແນກການ ໄດ້ມີຄຳຄິດເຫັນເພື່ອຊີ້ນຳ ເປັນຕົ້ນແມ່ນ: ການແກ້ໄຂສຸກເສີນ ແລະ ຍາວນານ, ການຟື້ນຟູຫຼັງນ້ຳຖ້ວມ, ການເຝົ້າລະວັງ ຕອບໂຕໄພພິບັດ, ການລະບາດຂອງພະຍາດ. ຈາກນັ້ນ, ທ່ານເຈົ້າແຂວງໄດ້ມີຄຳເຫັນໂອ້ລົມ ຊຶ່ງທ່ານໄດ້ເນັ້ນ ການຈັດຕັ້ງປະຕິບັດ, ຕິດຕາມ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຂວງ, ເມືອງ ພ້ອມເກັບກຳຂໍ້ມູນ, ສະພາບການ, ຕີລາຄາ ຊອກໃຫ້ເຫັນດ້ານດີ-ດ້ານອ່ອນ ເພື່ອໃຫ້ການຈັດຕັ້ງປະຕິບັດ ມີຄວາມສະດວກ, ອຸດົມສົມບູນຍິ່ງໆຂຶ້ນ, ການຊັບຊ້ອນວຽກໃຫ້ຖືກຄົນ, ຊັບຊ້ອນຄົນໃຫ້ຖືກວຽກ ຫຼີກລ້ຽງຍາດພີ່ນ້ອງ ຈຸ້ມເຈື້ອເຊື້ອສາຍ ຄົນເຈົ້າຄົນຂ້ອຍ, ຄະນະຄວບຄຸມໄພພິບັດຂັ້ນແຂວງ, ເມືອງ, ບ້ານ ຊ່ວຍກັນຟື້ນຟູ ສາມັກຄີກັນ, ລົງເກັບກຳຂໍ້ມູນ ປະເມີນຄວາມເສຍຫາຍ, ບໍ່ໃຫ້ລໍຖ້າແຕ່ຄຳສັ່ງ, ເອົາໃຈໃສ່ຕິດຕາມ ຄຸ້ມຄອງ ສຶກສາອົບຮົມຕໍ່ຜູ້ທີ່ເອົາບັນຫາທີ່ບໍ່ດີລົງໂຊຊ່ຽວ ເໜືອຄວາມເປັນຈິງ, ບິດເບືອນຄວາມຈິງ ໃສ່ຮ້າຍປ້ານຍສີການນຳ, ມີສະຕິເຝົ້າລະວັງ ແລະ ແກ້ໄຂສຸກເສີນໃຫ້ທັນເວລາ, ໃຫ້ປະຕິບັດຕາມເຕັກນິກໄພພິບັດ, ກູ້ໄພທີ່ໄດ້ຝຶກອົບຮົມມາ, ພ້ອມກັນຟື້ນຟູ ແລະ ປູກພືດທົດແທນ.

ເຈາແຂວງຊຽງຂວາງໂອລມການນຳເມອງພກດ - image 2
 

ໂອກາດນີ້, ການນຳແຂວງ ໄດ້ມອບເຄື່ອງອຸປະໂພກ, ບໍລິໂພກ ແລະ ແກ່ນຜັກ ຢາປົວພະຍາດ ລວມມູນຄ່າ 33 ລ້ານກີບ. ນອກນີ້, ການນຳແຂວງຍັງໄດ້ໄປຢ້ຽມຢາມສະຫະພັນນັກຮົບເກົ່າ ເມືອງພູກູດ ແລະ ມອບຄອມພີວເຕີ 1 ຊຸດ, ພີ່ນເຕີ 1 ເຄື່ອງ ມູນຄ່າ 14 ລ້ານກີບ ແລະ ເງິນສົດຈຳນວນໜື່ງໃຫ້ສະຫະພັນນັກຮົບເກົາ ໝູນໃຊ້ເຂົ້າໃນວຽກງານ.

(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ