ພົບປະສອງຝ່າຍ ລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ

ເຈົ້າຄອງ ນວ ພົບປະສອງຝ່າຍ ກັບຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ

ເຈົ້າຄອງ ນວ ພົບປະສອງຝ່າຍ ກັບຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ
ວັນທີ 17 ກັນຍານີ້ທີ່ນະຄອນຫຼວງວຽງຈັນ(ນວ), ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກເຈົ້າຄອງນະຄອນຫຼວງວຽງວຽງຈັນໄດ້ພົບປະສອງຝ່າຍ ລະຫວ່າງຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ

ນຳໂດຍທ່ານ ເຈີ່ນ ສີ ແທ່ງ ກໍາມະການສູນກາງພັກປະທານຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ ແລະ ສືບຕໍ່ຢ້ຽມຢາມເຮັດວຽກຢູ່ນະຄອນຫຼວງວຽງຈັນ ມີທ່ານ ຟ໋ານ ມິ່ງ ຈ້ຽນ ທີ່ປຶກສາດ້ານການເມືອງ ສະຖານທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພນດອນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຖານເພື່ອນມິດສະຫາຍອ້າຍນ້ອງມາຍັງສະຫາຍ ແລະ ຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍ ພ້ອມກັນນັ້ນກໍໄດ້ຕີລາຄາສູງຕໍ່ຜົນການຮ່ວມມືຂອງສອງນະຄອນຫຼວງໃນໄລຍະຜ່ານມາ ຊຶ່ງເຫັນໄດ້ວ່າຈະຢູ່ໃນໄລຍະໃດເວລາໃດພວກເຮົາ ກໍຍັງຢຶດໝັ້ນອຸດົມການ ແລະ ຄວາມຮັກແພງສະໜິດສະໜົມຖານເພື່ອນມິດຍຸດທະສາດຕໍ່ກັນໃຫ້ນັບມື້ໄດ້ຮັບໝາກຜົນຢ່າງເປັນຮູບປະທໍາ ແລະ ມີຄວາມໝາຍເລິກເຊິ່ງ ການເດີນທາງມາເຂົ້າຮ່ວມກອງປະຊຸມ ຂອງຄະນະຜູ້ແທນຂັ້ນສູງນະຄອນຫຼວງຮ່າໂນ້ຍໃນຄັ້ງນີ້ຖືວ່າເປັນການປະກອບສ່ວນເຮັດໃຫ້ກອງປະຊຸມມີຄວາມສຳເລັດ ເປັນການຍົກສູງພາລະບົດບາດຂອງກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ (MGMAC) ຢູ່ນະຄອນຫຼວງວຽງຈັນໃຫ້ມີຄວາມໝາຍຄວາມສຳຄັນຍິ່ງໆຂຶ້ນ ພ້ອມນັ້ນກໍເປັນການສະແດງໃຫ້ເຫັນເຖິງນໍ້າໃຈຮັກແພງອັນດູດດື່ມ ຊ່ວຍເຫຼືອສະໜັບສະໜູນຊຶ່ງກັນ ແລະ ກັນດັ່ງມິດສະຫາຍອ້າຍນ້ອງທີ່ເກີດໃນຄອບຄົວເຮືອນຫຼັງດຽວກັນ ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງໃຫ້ຍືນຍົງ ແລະ ໜັກແໜ້ນຍິ່ງໆຂຶ້ນ.
(ຂ່າວ: ເສດຖະກິດ)

ຄໍາເຫັນ

ຂ່າວການຮ່ວມມື

ນັກຂ່າວສື່ມວນຊົນຊາວໜຸ່ມລາວ​ແລກປ່ຽນບົດຮຽນດ້ານຂ່າວສານຢູ່ສູນສື່ສານອາຊີ​ -​ປາຊີຟິກ​

ນັກຂ່າວສື່ມວນຊົນຊາວໜຸ່ມລາວ​ແລກປ່ຽນບົດຮຽນດ້ານຂ່າວສານຢູ່ສູນສື່ສານອາຊີ​ -​ປາຊີຟິກ​

ໃນໂອກາດເຂົ້າຮ່ວມໂຄງການຝຶກອົບຮົມນັກຂ່າວ​ -​ສື່ມວນຊົນຊາວໜຸ່ມລາວທີ່ຈັດຂຶ້ນຢູ່ນະຫຼວງປັກກິ່ງ​ສາທາລະນະລັດ​ປະຊາຊົນຈີນ​ (ສປ​ຈີນ)​,​ຈັດໂດຍກະຊວງການຄ້າແຫ່ງ​ສປ​ຈີນ,​ ສູນການສຶກສາ​ແລະ​ຝືຶກອົບຮົມຂອງກຸ່ມການສື່ສານສາກົນຈີນນັບແຕ່ວັນທີ7​ຫາ​ 27 ສິງຫາ2026. ໃນວັນທີ​ 10 ສິງຫາຜ່ານມາ,​ຄະນະນັກຂ່າວ​ -​ສື່ມວນຊົນຊາວໜຸ່ມ​ລາວ​ທີ່ເຂົ້າຮ່ວມຝຶກອົບຮົມ​​ໄດ້ເຄື່ອນໄຫວຢ້ຽມຢາມສູນສື່ສານອາຊີ​ -​ປາຊີຟິກ​ຫຼື​ Asia - Pacific Communication Center ຂອງສໍານັກງານກຸ່ມພາສາຕ່າງປະເທດຈີນ​ (ຊີໄອຊີຈີ)​ ຫຼື​ China​International​Communications Group (CICG) ເພື່ອປຶກສາຫາລືສົນທະນາແລກປ່ຽນບົດຮຽນໃນການຮ່ວມມືດ້ານຂ່າວສານ​ລະຫວ່າງ​ສື່ມວນຊົນ​ຈີນ​ -​ລາວ​ແລະ​ການເຜີຍແຜ່ພາກປະຕິບັດວຽກງານຕົວຈິງ.​
ສະຫະພັນກໍາມະບານສາລະວັນ ແລະ ສະຫະພັນແຮງງານ ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະຫະພັນກໍາມະບານສາລະວັນ ແລະ ສະຫະພັນແຮງງານ ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະຫະພັນກໍາມະບານ ແຂວງສາລະວັນ ສປປ ລາວ ກັບ ຄະນະຜູ້ແທນສະຫະພັນແຮງງານ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ຫ້ອງປະຊຸມຊັ້ນໜຶ່ງ ສະ ໂມສອນແຂວງສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມຝ່າຍຄະນະຜູ້ແທນສະຫະພັນກໍາມະບານ ແຂວງສາລະວັນ ໂດຍ ສະຫາຍ ຈິດຕະກອນ ສາຍສະໜຸດ ປະທານສະຫະພັນກໍາມະບານ ແຂວງສາລະວັນ ພ້ອມຄະນະ ແລະ ຝ່າຍຄະນະຜູ້ແທນສະຫະພັນແຮງ ງານ ນະຄອນເຫວ້ ໂດຍ ສະຫາຍ ຫງຽນ ກຸ່ຍ ຮອງປະທານສະຫະພັນແຮງງານ ນະຄອນເຫວ້ ພ້ອມຄະນະ.
ສື່ມວນຊົນລາວເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນ

ສື່ມວນຊົນລາວເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນ

ສື່ມວນຊົນລາວຈາກຄະນະໂຄສະນາອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ເຄື່ອນໄຫວຢ້ຽມຢາມຫໍພິພິທະພັນຮູບເງົາຈີນໃນວັນທີ 10 ສິງຫາ ນີ້ ທີ່ປັກກິ່ງ ສປ ຈີນ, ຕາງໜ້າຄະນະໂດຍທ່ານ ເພັດ ມະນີພອນ ກຳມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ທ່ານນາງ ວິລະພອນ ທອງພິມ ກຳມະການພັກ ແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ມີນັກຂ່າວຈາກ ສປປ ລາວ ແລະ ຄະນະຮັບຜິດຊອບຈາກສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນເຂົ້າຮ່ວມ.
ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມລາວ-ຈີນມອບ​ເຄື່ອງ​ໃຫ້​ປະ​ຊາ​ຊົນ ​ເຂດ​ຊົນ​ນະ​ບົດນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ

ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມລາວ-ຈີນມອບ​ເຄື່ອງ​ໃຫ້​ປະ​ຊາ​ຊົນ ​ເຂດ​ຊົນ​ນະ​ບົດນະ​ຄອນຫຼວງວຽງ​ຈັນ-ວັງ​ວຽງ

ໃນ​ລະ​ຫວ່າງວັນທີ 6 ຫາ 7 ສິງຫາຜ່ານ​ມາ​ນີ້,ສະມາຄົມການຮ່ວມມື ແລະ ພັດທະນາຊາວໜຸ່ມ ລາວ - ຈີນ, ໄດ້​ນຳ​ເອົາ​ເຄື່ອງ​ນຸ່ງ​ຫົ່ມໄປ​ມອບ​ໃຫ້​ປະ​ຊາ​ຊົນ, ເດັກ​ນ້ອຍ​ໃນ​ເຂດ​ຊົນ​ນະ​ບົດທີ່​ອາ​ໄສ​ຢູ່ ເຂດ​ນະ​ຄອນຫຼວງວຽງ​ຈັນຫາ​ເມືອງວັງ​ວຽງ.
ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ອົງການກວດກາລັດແຂວງເຊກອງ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາຜ່ານ​ມາ ທີ່ ແຂວງເຊກອງ, ໂດຍມີທ່ານ ສາກົນ ພອນປະເສີດ ປະທານອົງການກວດກາລັດ ແຂວງເຊກອງ, ທ່ານ ຮິ່ງຢຸຍ ພຸກ ຮອງປະທານອົງການກວດກາລັດ ນະຄອນດາໜັງ ພ້ອມຄະນະທັງສອງຝ່າຍ ເຂົ້າຮ່ວມ.
ເປີດປ້າຍຈຸດຝຶກອົບຮົມຢູ່ລາວ ຂອງສະຖາບັນການຊ່າງແຂວງຢູນນານ

ເປີດປ້າຍຈຸດຝຶກອົບຮົມຢູ່ລາວ ຂອງສະຖາບັນການຊ່າງແຂວງຢູນນານ

ໃນວັນ ທີ 6 ສິງຫາ ຜ່ານມານີ້ ທີ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດປ້າຍ “ຈຸດຝຶກອົບຮົມຢູ່ ສປປ ລາວ ຂອງສະຖາບັນການຊ່າງແຂວງຢູນນານ” ຢ່າງເປັນທາງການ , ເພື່ອຝຶກອົບຮົມທັກສະສີມືແຮງງານ ໃຫ້ແກ່ພະນັກງານ, ສະມາຊິກກຳມະບານ ແລະ ກຳມະກອນ-ຊາວຜູ້ອອກແຮງງານ ຢູ່ນະຄອນຫຼວງວຽງຈັນ.
ສະຫຼອງ 59 ປີ ການສ້າງຕັ້ງອາຊຽນ ແລະ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ສະຫຼອງ 59 ປີ ການສ້າງຕັ້ງອາຊຽນ ແລະ 29 ປີ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ

ໃນຕອນເຊົ້າຂອງວັນທີ 7 ສິງຫານີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານພິທີເອົາທຸງອາຊຽນຂຶ້ນສູ່ຍອດເສົາ ເພື່ອສະເຫຼີມ ສະຫຼອງ ຄົບຮອບ 59 ປີ ແຫ່ງການສ້າງຕັ້ງອາຊຽນ (8/8/1967-8/8/2026) ແລະ ວັນຄົບຮອບ 29 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ (23/7/1997-23/7/2026) ທີ່ກະຊວງການຕ່າງປະເທດ, ໂດຍມີບັນດາລັດຖະມົນຕີຈາກສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ບັນດາເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາອາຊຽນ ປະຈຳ ສປປ ລາວ, ບັນດາຄະນະກົມ ແລະ ພະນັກງານກ່ຽວຂ້ອງຂອງກະຊວງການຕ່າງປະເທດ ແລະ ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.
ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນຊາວໜຸ່ມລາວ

ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນຊາວໜຸ່ມລາວ

ກະຊວງການຄ້າແຫ່ງ ສປຈີນ ໄດ້ຈັດພິທີເປີດໂຄງການຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ນັກຂ່າວສື່ມວນຊົນຊາວໜຸ່ມລາວ ຂຶ້ນໃນວັນທີ 7 ສິງຫານີ້ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ຝ່າຍລາວນໍາໂດຍທ່ານ ເພັດມະນີພອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ທ່ານ ນາງ ວິລະພອນ ທອງພິມ ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊຍະບູລີ, ຝ່າຍຈີນມີທ່ານ ລີ ເຮິງທຽນ ຮອງຫົວໜ້າສູນການສຶກສາ ແລະ ຝຶກອົບຮົມຂອງກຸ່ມການສື່ສານສາກົນຈີນ, ມີບັນດາຫົວໜ້າ-ຮອງຫົວໜ້າຄະນະໂຄສະອົບຮົມແຂວງ, ສື່ມວນຊົນອ້ອມຂ້າງຈຳນວນ 24 ຄົນ ຍິງ 8 ຄົນ ແລະ ໜ່ວຍງານຮັບຜິດຊອບຂອງຈີນເຂົ້າຮ່ວມ.
ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ກອງປະຊຸມຄະນະກຳມະການຮ່ວມມື ລາວ-ຫວຽດນາມ

ໃນວັນທີ 5 ສິງຫາ ຜ່ານມາ, ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ໄດ້ຈັດກອງປະຊຸມຊຸກຍູ້ບັນດາໜ້າວຽກຮ່ວມມືລະຫວ່າງ ສອງຄະນະກຳມະການຮ່ວມມື ແລະ ສອງກະຊວງການເງິນ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍການເປັນປະທານຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ທ່ານ ເຈິ່ນ ກັວກ ເຟືອງ ຮອງລັດຖະມົນຕີກະຊວງການເງິນ ຮອງປະທານຄະນະກຳມະການຮ່ວມມື ຫວຽດນາມ-ລາວ, ມີ ທ່ານ ຈັນທະພອນ ຄໍາມະນີຈັນ ຫົວໜ້າຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກກົມກ່ຽວຂ້ອງ ແລະ ຄະນະວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.
ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ລາວ-ຍີ່ປຸ່ນ ລົງນາມເອກະສານແລກປ່ຽນສະບັບປັບປຸງສໍາລັບໂຄງການປັບປຸງສະໜາມບິນສາກົນວັດໄຕ

ໃນວັນທີ 5 ສິງຫາ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື ປະມານ 26,5 ລ້ານໂດລາ, ຕາງໜ້າລັດຖະບານລາວ ໃຫ້ກຽດລົງນາມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນໃຫ້ກຽດລົງນາມໂດຍທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ຊຶ່ງມີພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມເຕີມ