ກຽມຄວາມພ້ອມຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC)

ເຈົ້າຄອງນະຄອນຫຼວງວຽງຈັນ ຕິດຕາມການກຽມຄວາມພ້ອມຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ

ເຈົ້າຄອງນະຄອນຫຼວງວຽງຈັນ ຕິດຕາມການກຽມຄວາມພ້ອມຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ
ໃນວັນທີ 10 ກັນຍານີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ຊຶ່ງມີບັນດາອະນຸກຳມະການ

 

ແລະ ຄະນະຮັບຜິດຊອບແຕ່ລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມການກະກຽມຄວາມພ້ອມຈັດກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ (MGMAC), ກອງປະຊຸມເວທີເຈົ້າຄອງນະຄອນຫຼວງອາຊຽນ (AMF) ແລະ ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກ ສ່ຽງໃຕ້ຂອງສະມາຄົມທີ່ນຳໃຊ້ພາສາຝຣັ່ງ (AIMF) ທີ່ຈະຈັດຂຶ້ນໃນວັນທີ 16-20 ກັນຍາ 2024 ຢູ່ນະຄອນຫຼວງວຽງຈັນ.

ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຮັບຟັງການລາຍງານໂດຍສັງເຂບ ກ່ຽວກັບແຜນວຽກຂອງອະນຸກຳມະການຕ່າງໆເປັນຕົ້ນ ອານຸກຳມະການພິທີການ, ເນື້ອໃນ ແລະ ສະຖານທີ່ຈັດກອງປະຊຸມ ແລະ ອື່ນໆ ພ້ອມທັງໄດ້ມີການປຶກສາຫາລືກັນໃນຫຼາຍວຽກງານ ເພື່ອໃຫ້ມີຄວາມພ້ອມຢ່າງຮອບດ້ານ ໃນການດຳເນີນກອງປະຊຸມ ແລະ ວຽກປິ່ນອ້ອມອື່ນໆໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມນີ້, ທ່ານເຈົ້າຄອງນະຄອນຫຼວງ ຍັງໄດ້ໃຫ້ທິດຊີ້ນໍາ ແລະ ຮຽກຮ້ອງໃຫ້ແຕ່ລະອະນຸກຳມະການ ທຸກພາກສ່ວນ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຕາມການມອບໝາຍ ແລະ ເປັນເຈົ້າການຜັນຂະຫຍາຍ ຂໍ້ຕົກລົງກ່ຽວກັບການຮັບໃຊ້ກອງປະຊຸມຄັ້ງນີ້ໃຫ້ຖືກຕ້ອງ, ມີການວາງແຜນ ແລະ ກຽມຄວາມພ້ອມຢ່າງຮອບດ້ານ ເພື່ອຈະດຳເນີນວຽກງານຕົວຈິງໃນແຕ່ລະຂົງເຂດ ຢ່າງເປັນເຈົ້າການ ເອົາໃຈໃສ່ ໃຫ້ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດ ແລະ ຖືກຕ້ອງສອດຄ່ອງຕາມໜ້າວຽກຕົວຈິງ ໂດຍມີການປະສານສົມທົບຢ່າງກົມກຽວກັນ.

ການລົງຕິດຕາມຄັ້ງນີ້, ກໍເພື່ອຈະສາມາດຮັບປະກັນໄດ້ຜົນສຳເລັດຕາມຄາດໝາຍ ພ້ອມທັງໃຫ້ຮັບປະກັນໄດ້ຄວາມສະຫງົບປອດໄພ ເປັນລະບຽບຮຽບຮ້ອຍ ເຮັດໃຫ້ການດຳເນີນກອງປະຊຸມ MGMAC, ກອງປະຊຸມ AMF ແລະ AIMF ມີຜົນສຳເລັດຢ່າງຈົບງາມ. (ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ

ປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ

ພິທີປະກາດສ້າງຕັ້ງຕາແສງສາມັກຄີໄຊຢູ່ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 24 ເມສາຜ່ານມາ ທີ່ເດີ່ນໂຮງຮຽນ ມັດທະຍົມສົມບູນບ້ານທອງໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາການນໍາຂັ້ນແຂວງ, ເມືອງ, ການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນ 9 ບ້ານເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວພຶດສໍາຮອງລະດູແລ້ງໄດ້ແລ້ວ 64.21%

ຄໍາມ່ວນ ເກັບກ່ຽວພຶດສໍາຮອງລະດູແລ້ງໄດ້ແລ້ວ 64.21%

ໃນລະດູການປູກພືດລະດູແລ້ງສົກປີ 2025-2026ນີ້, ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກພືດລວມທັງໝົດ 10,666 ເຮັກຕາ, ຄາດຄະເນຜົນຜະລິດ 68,961 ໂຕນ. ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 3,858 ເຮັກຕາ ຄາດຄະເນຜົນຜະລິດ 17,034 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 6,808 ເຮັກຕາ, ຄາດຄະເນຜົນຜະລິດ 51,927 ໂຕນ. ສໍາລັບເນື້ອທີ່ແຜນການປູກພືດສໍາຮອງລະດູແລ້ງຂອງປີ 2026 ເມື່ອທຽບໃສ່ແຜນປີ 2025 ຜ່ານມາເຫັນວ່າເນື້ອທີ່ມີການເພີ້ມຂຶ້້ນ 1.3% ຫຼື ເທົ່າກັບ 139 ເຮັກຕາ.
ນິທັດສະການຮູບວາດວິຊາການການບິນ

ນິທັດສະການຮູບວາດວິຊາການການບິນ

ສະມາຄົມການບິນ ແລະ ອາວະກາດຈີນໄດ້ຈັດນິທັດສະການຮູບວາດວິຊາການການບິນຂຶ້ນໃນວັນທີ 25 ເມສາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍມີທ່ານ ກົວເວີຍ ຜູ້ອຳນວຍການສູນສົ່ງເສີມ ແລະ ນໍາໃຊເຕັກໂນໂລຊີການຜະລິດຂັ້ນສູງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ານ ທົງນະສັກ ດວງດາລາ ຫົວໜ້າຫ້ອງການວິຊາການ ແລະ ຄຸ້ມຄອງນັກສຶກສາ, ມີບັນດານັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ, ພາຍໃນງານໄດ້ມີການສາຍວີດີໂອປະຫວັດຄວາມເປັນມາຂອງສະມາຄົມການບິນ ແລະ ອາວະກາດຈີນ ແລະ ທ່ຽວຊົມຮູບວາດວິຊາການການບິນ.
ຄອສພ ປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III

ຄອສພ ປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດພິທີປິດຊຸດອົບຮົມທິດສະດີການເມືອງຂັ້ນຕົ້ນ ຊຸດ III ສຳລັບ ສະມາຊິກພັກ-ພະນັກງານ ຄອສພ ຈໍານວນ 39 ສະຫາຍ, ໃນວັນທີ 24 ເມສານີ້ ທີ່ສະໂມສອນຂອງ ຄອສພ. ເປັນກຽດເຂົ້າຮ່ວມໃນພິທີມີ ສະຫາຍ ສາຄອນ ພົມມະລາດ ກໍາມະການພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ-ພະນັກງານ ຄອສພ.
ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນ ຈົ່ງເປັນເຈົ້າການປະຕິບັດຕາມສິດໜ້າທີ່ຂອງຕົນ

ອົງການຈັດຕັ້ງກໍາມະບານແຕ່ລະຂັ້ນ ຈົ່ງເປັນເຈົ້າການປະຕິບັດຕາມສິດໜ້າທີ່ຂອງຕົນ

ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງວັນ​ກໍາມະກອນ​ສາກົນ ​ຄົບຮອບ 140 ປີ (1 ພຶດສະພາ 1886 - 1 ພຶດສະພາ2026) ທີ່ຈະມາເຖິງນີ້, ທ່ານ ຄໍາຜອຍ ວັນນະສານ ກຳມະການສູນກາງພັກ ເລຂາຄະນະພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຖະ​ແຫຼ​ງຂ່າວຕໍ່ສື່ມວນຊົນ ໃນວັນທີ 23 ເມສານີ້ວ່າ: ໂດຍສືບທອດມູນເຊື້ອອັນດີເລີດຂອງຊົນຊັ້ນກຳມະກອນສາກົນ, ຊົນຊັ້ນກຳມະກອນລາວ ແມ່ນພາກສ່ວນໜຶ່ງຂອງຊົນຊັ້ນກຳມະກອນສາກົນ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານລາວ ໄດ້ຮ່ຳຮຽນເອົາຄຸນລັກສະນະອັນດີເລີດຂອງຊົນຊັ້ນກຳມະກອນສາກົນ ຊຶ່ງສະແດງອອກໃນຫຼາຍດ້ານເປັນຕົ້ນ: ເປັນຊົນຊັ້ນກຳມະກອນທີ່ດີເລີດ ແລະ ກ້າວໜ້າກວ່າໝູ່, ມີນໍ້າໃຈຮັກຊາດ ແລະ ນ້ຳໃຈສາກົນກຳມະຊີບອັນຜ່ອງໃສ, ມີມານະຈິດປະຕິວັດອັນສູງສົ່ງ ດຸໝັ່ນ, ປະຢັດ, ມີຄວາມສາມັກຄີເອື້ອເຟື້ອເຜື່ອແຜ່, ມີຄວາມຕື່ນຕົວ, ເດັດດ່ຽວ, ກ້າຫານ, ບໍ່ຍອມຈຳນົນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດໃນການອອກແຮງງານ, ຮັກອາຊີບ, ມີຫົວຄິດປະດິດສ້າງ ພັດທະນາຕົນເອງທາງດ້ານເຕັກນິກວິທະຍາສາດທີ່ທັນສະໄໝ.
ສປສສ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ

ສປສສ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ

ວັນທີ 23 ເມສາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ຄະນະບໍລິຫານງານຊາວໜຸ່ມ ສານປະຊາຊົນສູງສຸດ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955 ຫາ 14 ເມສາ 2026). ໃຫ້ກຽດປາຖະກະຖາໂດຍ ສະຫາຍ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ໂດຍມີ ສະຫາຍ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ, ສະຫາຍ ອານຸສິດ ສຸຂະທຳມະວົງ ຄະນະປະຈຳ ເລຂາຄະນະບໍລິຫານງານຊາວໜຸ່ມ ສປສສ ພ້ອມດ້ວຍສະມາຊິກຊາວໜຸ່ມເຂົ້າຮ່ວມຮັບຟັງ.
ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ

ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ

ທ່ານ ນາງ ບົວສະຫວັນ ອິນທິສານ ຮອງຫົວໜ້າກົມໂຄສະນາ-ວັດທະນະທໍາ ປະທານສະຫະພັນແມ່ຍິງ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວລາຍງານຕໍ່ກອງປະຊຸມເຜີຍແຜ່ບົດຄົ້ນຄວ້າແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານແມ່ຍິງ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໃນຫົວຂໍ້: ເສີມຂະຫຍາຍ ແນວຄິດ ໄກສອນ ພົມວິຫານ ກ່ຽວກັບອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ.
ເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ

ແຂວງເຊກອງ ຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2026 ພາຍໃຕ້ຫົວຂໍ້ “ດື່ມຢ່າງມີສະຕິ ເມົາແລ້ວບໍ່ຂັບ” (Drink With Care, Drunk Don't Drive ) ຂຶ້ນໃນຕອນເຊົ້າວັນທີ 24 ເມສານີ້ ໂດຍມີ ທ່ານ ບຸນທະວີ ນະຄອນສິດ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ພ້ອມດ້ວຍການນໍາຂັ້ນແຂວງ, ພະນັກງານ, ນັກຮຽນ ແລະ ນັກສຶກສາເຂົ້າຮ່ວມ.
ແຂວງວຽງຈັນ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026.

ແຂວງວຽງຈັນ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026.

ວັນທີ 23 ເມສາຜ່ານນມາ, ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງວຽງຈັນ ໄດ້ຈັດກອງປະຊຸມ ຄົ້ນຄວ້າ, ຄັດເລືອກ ນັກໂທດທີ່ມີເງື່ອນໄຂອະໄພຍະໂທດ ປະຈຳປີ 2026 ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2026 ຄົບຮອບ 51 ປີ, ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການອະໄພຍະໂທດລະດັບແຂວງວຽງຈັນ, ມີຮອງປະທານ, ມີຄະນະກຳມະການອະໄພຍະໂທດລະດັບແຂວງ ແລະ ກອງເລຂາຊ່ວຍວຽກຄະນະກຳມະການອະໄພຍະໂທດລະດັບແຂວງເຂົ້າຮ່ວມ.
ຄໍາມ່ວນ ຫາລືການວຽກງານດໍາເນີນກອງປະຊຸມຄັ້ງປະຖົມມະລຶກ

ຄໍາມ່ວນ ຫາລືການວຽກງານດໍາເນີນກອງປະຊຸມຄັ້ງປະຖົມມະລຶກ

ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງຄໍາມ່ວນ ເພື່ອປຶກສາຫາລື ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ V ໄດ້ຈັດຂຶ້ນໃນວັນທີ 23 ເມສານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍມີ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍບັນດາຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກຳມະການປົກຄອງແຂວງ, ບັນດາພະແນກການອ້ອມຂ້າງ ເຂົ້າຮ່ວມ.
ເພີ່ມເຕີມ