![]() |
ໃນໂອກາດດັ່ງກ່າວ, ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ຄະນະຊຸດຝຶກອົບຮົມດັ່ງກ່າວ ຊຶ່ງການຈັດຊຸດຝຶກອົບຮົມຄັ້ງນີ້ແມ່ນເປັນການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຜົນການພົບປະຜູ້ນໍາ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ ໃນ 3 ຄັ້ງຜ່ານມາໃຫ້ເປັນຮູບປະທຳ; ສະຫາຍ ອາດສະພັງທອງ ສີພັນດອນ ໄດ້ຕີລາຄາສູງ ຕໍ່ ນັກສໍາມະນາກອນທັງ 3 ພັກ ທີ່ໄດ້ເອົາໃຈໃສ່ຝຶກອົບຮົມ ແລະ ແລກປ່ຽນຄໍາຄິດເຫັນຢ່າງສ້າງສັນ, ກົງໄປກົງມາ ແລະ ເຮັດໃຫ້ບັນດານັກສຳມະນາກອນເຫັນໄດ້ມູນເຊື້ອອັນດີງາມຂອງ 3 ພັກ, 3 ຊາດ ອິນດູຈີນ ທີ່ຈະຕ້ອງພ້ອມກັນສືບຕໍ່ເສີມຂະຫຍາຍເພີ່ມພູນຄູນສ້າງ; ພ້ອມນັ້ນ, ຊຸດຝຶກອົບຮົມ ຍັງໄດ້ແລກປ່ຽນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ, ການທ່ອງທ່ຽວ, ວັດທະນະທໍາ ແລະ ອື່ນໆ ຂອງແຕ່ລະພັກ, ແຕ່ລະປະເທດ, ເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການພົວພັນຮ່ວມມືຮອບດ້ານຂອງ 3 ພັກ ແລະ ປະຊາຊົນ 3 ຊາດ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ໃນໂອກາດດັ່ງກ່າວ, ສະຫາຍ ອາດສະພັງທອງ ສີພັນດອນ ຍັງໄດ້ເນັ້ນວ່າການພົວພັນຮ່ວມມື 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ແມ່ນການພົວພັນທີ່ມີມູນເຊື້ອປະຫວັດສາດຍາວນານ ຊຶ່ງກາຍເປັນມໍລະດົກອັນລໍ້າຄ່າ, ເປັນກໍາລັງແຮງອັນໃຫຍ່ຫຼວງ ແລະ ເປັນປັດໄຈສໍາຄັນຕັດສິນໄຊຊະນະຂອງການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງແຕ່ລະປະເທດໃນປັດຈຸບັນ.
ໂອກາດນີ້, ຕາງໜ້ານັກສໍາມະນາກອນຂອງ ແຕ່ລະປະເທດກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບຂອງສະຫາຍ ອາດສະພັງທອງ ສີພັນດອນ ທີ່ໃຫ້ຄວາມເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຕໍ່ຄະນະ, ພ້ອມທັງຈະນໍາເອົາທິດຊີ້ນໍາ ນໍາໄປຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຂອງຕົນໃຫ້ເກີດດອກອອກຜົນເພື່ອເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນການຮ່ວມມືຂອງ 3 ພັກ, 3 ລັດ ແລະ ປະຊາຊົນ 3 ຊາດ, ຢຶນຢັນຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັນປົກປົກຮັກສາ, ເສີມຂະຫຍາຍສາຍພົວພັນອັນດີງາມດັ່ງກ່າວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ໃນຕອນທ້າຍ, ສະຫາຍ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອວຍພອນໃຫ້ ຄະນະຊຸດຝຶກອົບຮົມດັ່ງກ່າວຈົງປະສົບຜົນສໍາເລັດໃນໄລຍະການຝຶກອົບຮົມຢູ່ ສປປ ລາວ, ປະກອບສ່ວນຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນ 3 ພັກ, 3 ປະເທດ ໃຫ້ງອກງາມຍິ່ງໆຂຶ້ນ ນໍາເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສາມຊາດ ກໍຄື ປະກອບສ່ວນເຂົ້າໃນພາລະກິດເສີມສ້າງສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
ຄໍາເຫັນ