ເຈົ້າເມືອງໆລອງລົງຊຸກຍູ້ວຽກງານກໍ່ສ້າງຮາກຖານຢູ່ກຸ່ມບ້ານຜາງົວ

ຄະນະນໍາຂອງເມືອງລອງແຂວງຫຼວງນ້ຳທາ ຊຶ່ງນຳໂດຍທ່ານ ຄໍາເພັດ ຈັນທະວົງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆລອງພ້ອມຄະນະໄດ້ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຢູ່ກຸ່ມບ້ານຜາງົວເມື່ອບໍ່ດົນມານີ້ ໂດຍມີອໍານາດການປົກຄອງບ້ານແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
 ທ່ານ ອ້າຍຕ໋ອງ ລາຫູຊີ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມບ້ານ ຜາງົວ ລາຍງານວ່າ: ກຸ່ມຜາງົວມີຄະນະພັກຮາກຖານ 5 ສະຫາຍ, ມີ 13 ໜ່ວຍພັກ,ມີ 7 ບ້ານໃຫຍ່, ມີ 582 ຫຼັງຄາເຮືອນ, 584 ຄອບຄົວ, ມີພົນລະເມືອງທັງໝົດ 3.974 ຄົນ, ຍິງ 2.064 ຄົນ, ປະກອບມີ 3 ຊົນເຜົ່າຄື: ເຜົ່າອາຄາ, ເຜົ່າລາຫູ ແລະ ເຜົ່າໄຕ໋ດອຍ, ຄະນະພັກຮາກຖານ ໄດ້ນໍາພາປະຊາຊົນຈັດຕັ້ງປະຕິບັດແນວທາງນະໂຍບາຍ, ມະຕິຄໍາສັ່ງຂອງພັກ-ລະບຽບກົດໝາຍຂອງລັດ, ເຮັດໃຫ້ພາຍໃນກຸ່ມບ້ານມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ຊ່ວຍເຫຼືອເຊິ່ງກັນ,ປະຊາຊົນພາຍໃນກຸ່ມຜາງົວໄດ້ຖືເອົາການປູກຝັງ, ລ້ຽງສັດ ແລະ ເກັບເຄື່ອງປ່າຂອງດົງຂາຍເປັນອາຊິບຕົ້ນຕໍ ທົ່ວກຸ່ມມີເນື້ອທີ່ທໍາການຜະລິດທັງໝົດ 14.485 ເຮັກຕາ, ມີ 8 ບ້ານທີ່ປູກຢາງພາລາ ສາມາດເກັບກູ້ນໍ້າຢາງພາລາໄດ້ 1.557 ໂຕນ, ມີ 13 ບ້ານທີ່ປູກຊາ ສາມາດເກັບກູ້ໃບຊາໄດ້ 3,5 ໂຕນ, ມີເນື້ອທີ່ປູກມັນຕົ້ນ 670 ເຮັກຕາ, ຈັດຟາມລ້ຽງສັດຈໍານວນ 4 ຈຸດ, ມີງົວ 893 ໂຕ, ຄວາຍ385 ໂຕ, ແບ້ 1.035 ໂຕ, ມີຮ້ານຂາຍເຄື່ອງຍ່ອຍທັງໝົດ 4 ຮ້ານ, ຮ້ານກິນດື່ມ 2 ຮ້ານ, ສ້ອມແປງຫໍພັກຂອງນັກຮຽນມໍຕົ້ນກຸ່ມຜາງົວໂດຍໃຊ້ທຶນຈາກຊຸມຊົນທົ່ວກຸ່ມທັງໝົດ 29,8 ລ້ານກ່ວາກີບ,ສ້າງຫ້ອງນ້ຳໃຫ້ໂຮງໝໍນ້ອຍ 1 ຫຼັງ ມີ 2 ຫ້ອງ, ໄດ້ທຶນຈາກໂຄງການອຸຍນີເຊບ ແລະ ສົມທົບກັບທຶນຂອງຊຸມຊົນທັງມໝົດ 45 ລ້ານກີບ.
ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄໍາຄິດຄໍາເຫັນ ແລະ ຄໍາສະເໜີຕ່າງໆເປັນຕົ້ນແມ່ນການສົ່ງອອກມັນຕົ້ນ, ລາຄາມັນຕົ້ນ, ການເກັບຊື້ຊາ, ຂະຫຍາຍໂຮງຮຽນມັດທະຍົມຕອນປາຍ, ປັບປຸງເສັ້ນທາງໃຫ້ທຽວໄດ້ສອງລະດູ, ດຶງຕາຂ່າຍໄຟຟ້າເຂົ້າກຸ່ມບ້ານຜາງົວໃຫ້ປະຊາຊົນໄດ້ຊົມໃຊ້,ບັນຫາການຂັດແຍ່ງທີ່ດິນ, ການກໍານົດລາຄາສິນຄ້າ, ການສັກຢາກັນພະຍາດສັດ, ການສ້າງຕັ້ງຫ້ອງການກຸ່ມບ້ານ ປກສ ກຸ່ມ, ການຕັດຜັງເຕົ້າໂຮມບ້ານນ້ອຍໃຫ້ເປັນບ້ານໃຫຍ່ແລະບັນຫາອື່ນໆອີກ.
 ຫຼັງຈາກນັ້ນ, ພາກສ່ວນທີ່ກ່ຽວຂ້ອງຂອງເມືອງໄດ້ມີຄໍາເຫັນຊີ້ແຈງບາງບັນຫາທີ່ຕິດພັນກັບຂະແໜງການທີ່ກ່ຽວຂ້ອງພ້ອມທັງໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງຊ່ວຍກັນເອົາໃຈໃສ່ໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ກວດກາການລັກລອບເຂົ້າ-ອອກເມືອງທີ່ສົ່ງຜົນກະທົບຕໍ່ປະຊາຊົນ, ການອໍານວຍຄວາມສະດວກ, ການຂົນສົ່ງ, ການຊຸກເຊື່ອງ, ການແຕ່ງດອງກັບຄົນຕ່າງປະເທດທີ່ບໍ່ຖືກຕ້ອງຕາມກົດໝາຍ, ການແຕ່ງດອງແອບແຝງເຊິ່ງຕິດພັນກັບການຄ້າມະນຸດ.
     ໂອກາດດັ່ງກ່າວທ່ານ ເຈົ້າເມືອງໆລອງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງກຸ່ມບ້ານ ຜາງົວຍາດມາໄດ້, ພ້ອມທັງຮຽກຮ້ອງມາຍັງເລຂາຄະນະພັກຮາກຖານ, ອໍານາດການປົກຄອງບ້ານແຕ່ລະບ້ານ ຊີ້ນໍາໆພາປະຊາຊົນໃຫ້ມີຄວາມເຂັ້ມແຂງ, ເພີ່ມທະວີສຶກສາອົບຮົມວຽກງານການເມືອງແນວຄິດ, ເພີ່ມທະວີຄວາມສາມັກຄີພາຍໃນກຸ່ມບ້ານ ແລະ ສາມັກຄີບັນດາເຜົ່າ, ເອົາໃຈໃສ່ສືບຕໍ່ຈັດຕັ້ງວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເອົາໃຈໃສ່ຊຸກຍູ້, ສົ່ງເສີມລູກຫຼານໃຫ້ໄດ້ຮັບການສຶກສາຫຼາຍຂຶ້ນ ຕິດພັນກັບການຮັກສາຮີດຄອງປະເພນີອັນດີງາມຂອງເຜົ່າ, ໂອກາດທີ່ທ່ານ ເຈົ້າເມືອງລົງຊຸກຍຸ້ວຽກງານກໍ່ສ້າງຮາກຖານການເມືອງໃນຄັ້ງນີ້, ກໍໄດ້ລົງຢ້ຽມຢາມໂຮງຮຽນປະຖົມກຸ່ມຜາງົວ, ພົບປະໂອ້ລົມອ້າຍນ້ອງທະຫານປ້ອມຫ້ວຍລານ ແລະ ທ່າເຮືອ, ພົບປະປະຊາຊົນພາຍໃນກຸ່ມຜາງົວເຊິ່ງໄດ້ເຂົ້າຮ່ວມງານບຸນກິນຈຽງຂອງເຜົ່າອາຄາເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທັງໄດ້ມີການບາສີສູ່ຂັວນ ເຊິ່ງຕິດພັນກັບປີທ່ອງທ່ຽວລາວ ປີ 2024 ໃຫ້ເປັນຂະບວນຟົດຟື້ນ ແລະ ມ່ວນຊື່ນ.
      ຂ່າວ: ຈັນສຸກ ຜົນປະເສີດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ເຊີນທຸກທ່ານຮ່ວມກອງບຸນໃຫ້ກັບເດັກນ້ອຍ

ໜ່ວຍງານຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຂອງມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວໄດ້ຈັດບຸນໃຫ້ເດັກນ້ອຍທີ່ເສຍຊີວິດຢູ່ໂຮງໝໍ ຈໍານວນ 36 ສົບ ໃນລະຫວ່າງ ວັນທີ 21, 22, 23 ສິງຫາ 2025 ນີ້ ທີ່ ວັດໂນນສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.
ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກະຊວງ ຮສສ ປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII

ກອງປະຊຸມປະກອບຄຳເຫັນຕໍ່ຮ່າງລາຍງານການເມືອງ ແລະ ທາບທາມບຸກຄະລາກອນຄະນະພັກກະຊວງ ສະໄໝທີ VII ຮອບທີ 3 ຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໂດຍການເປັນປະທານຂອງ ສະຫາຍ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍກໍາມະການຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ຄະນະໜ່ວຍພັກເຂົ້າຮ່ວມ.
ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II  ກະຊວງ ຍທຂ

ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງຄະນະບໍລິຫານງານພັກຮອບທີ II ກະຊວງ ຍທຂ

ກອງປະຊຸມທາບທາມບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີ VI ຮອບທີ II ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ຄະນະໜ່ວຍພັກ, ຜູ້ແທນສົມບູນ ແລະ ສຳຮອງເຂົ້າຮ່ວມ.
ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງ

ວັນທີ 20 ສິງຫາຜ່ານມານີ້, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ສັບຊ້ອນພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເປັນປະທານ ໂດຍສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ບັນດາສະຫາຍທີ່ມາຈາກສູນກາງແນວລາວສ້າງຊາດ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ເລຂາໜ່ວຍພັກ, ສະມາຊິພັກ-ພະນັກງານ ທົ່ວອົງການເຂົ້າຮ່ວມ.
ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ສະຫວັນນະເຂດ ເປີດໂຄງການກໍ່ສ້າງທາງ ວັດບ້ານນາແກ ຫາ ຂົວມິດຕະພາບ ລາວ-ໄທ II

ພິທີເປີດໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງຫຼວງແຫ່ງຊາດ ເລກທີ 11 ອີ ເລີ່ມຈາກທາງເບຕົງແຈວັດບ້ານນາແກ ໄປຫາ ຫົວຂົວຫ້ວຍໝອງເດີ່ນ ຈຸດກ້ອງຂົວມິດຕະພາບລາວ-ໄທ ແຫ່ງທີ II (ສະຫວັນະເຂດ-ມຸກດາຫານ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ສິງຫານີ້, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີຖືກເຊີນ ແລະ ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ.
ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ເຈົ້າແຂວງຈຳປາສັກ ສະແດງທັດສະນະຕໍ່ວັນຊາດຫວຽດນາມ ຄົບຮອບ 80 ປີ.

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ສະແດງທັດສະນະຕໍ່ວັນຊາດ ຫວຽດນາມ ຄົບຮອບ 80 ປີ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025) ທີ່ຈະໜູນວຽນມາໃນມໍ່ໆນີ້. ຊຶ່ງທ່ານໄດ້ຕີລາ 3 ບັນຫາໃຫ່ຍ ຄື:
ເພີ່ມເຕີມ