ເຈົ້າໜ້າທີ່ແຂວງຄຳມ່ວນ ລົງກວດກາການກໍ່ສ້າງອຸໂມງຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ

ເຈົ້າໜ້າທີ່ແຂວງຄຳມ່ວນ ລົງກວດກາການກໍ່ສ້າງອຸໂມງຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ
ທ່ານ ຄໍາປ່ຽນມະນີຄໍາ ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຄໍາມ່ວນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ລົງກວດກາການຂຸດເຈາະ ເພື່ອກໍ່ສ້າງອຸໂມງຂຸດຄົ້ນແຮ່ທາດແຫ່ງໃໝ່ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຢູ່ບ້ານດົງໃຕ້ເມືອງທ່າແຂກ ແຂວງຄໍາມ່ວນ ໃນວັນທີ 6 ພະຈິກ ຜ່ານມາ, ເພື່ອເກັບກໍາຂໍ້ມູນຢູ່ພາກສະໜາມຕົວຈິງ ກ່ຽວກັບເຫດການ ທີ່ມີນໍ້າໄຫຼເຂົ້າໃນອຸໂມງ ໃນຕອນເຊົ້າຂອງວັນທີ 3 ພະຈິກຜ່ານມາ ໂດຍໄດ້ມີຄົນງານຢູ່ໃນເຫດການຕື່ນຕົກໃຈ, ກະວົນກະວາຍ ແລະໄດ້ຖ່າຍຄລິບວິດີໂອລົງສື່ອອນລາຍ ເຮັດໃຫ້ສັງຄົມແຕກຕື່ນ.
ທ່ານ ຈາງ ເຫຼີຍ ຜູ້ຈັດການໂຄງການ ກໍ່ສ້າງອຸໂມງເນີ້ງເບີ 03 ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ໄດ້ລາຍງານວ່າ: ການກໍ່ສ້າງອຸໂມງເນີ້ງຫຼັກ (ອຸໂມງສາຍພານ) ເບີ 03 ຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ໄດ້ຊຸກຍູ້ການກໍ່ສ້າງຂະຫຍາຍໂຄງການຝຸ່ນໂປຕາສ ຢ່າງເປັນລະບົບ ຕາມຂັ້ນຕອນ ຊຶ່ງໃນນັ້ນໂຄງການກໍ່ສ້າງອຸໂມງເນີ້ງຫຼັກເບີ 03 ແມ່ນໜຶ່ງໃນໂຄງການວິສະກໍາກໍ່ສ້າງບໍ່ແຮ່ ພາກຂະຫຍາຍໂຄງການຂອງບໍລິສັດ, ປັດຈຸບັນ ພວມຢູ່ໃນໄລຍະການກໍ່ສ້າງອຸໂມງ. ເນື່ອງຈາກລັກສະນະພິເສດ ດ້ານໂຄງສ້າງທໍລະນີສາດ ຂອງປະເທດລາວ ໃນໂຄງການກໍ່ສ້າງອຸໂມງແຫ່ງດັ່ງກ່າວນີ້ ມີນໍ້າໄຫຼເຂົ້າໃນອຸໂມງ ແມ່ນເປັນປະກົດການປົກກະຕິທົ່ວໄປ. ໃນຕອນເຊົ້າຂອງວັນທີ 3 ພະຈິກ 2023 ໃນການກໍ່ສ້າງອຸໂມງເນີ້ງຫຼັກເບີ 03 ມີສະພາບນໍ້າໄຫຼເຂົ້າໃນອຸໂມງ ຍ້ອນການຂຸດເຈາະສ້າງອຸໂມງ ໄດ້ພົບຊັ້ນຫີນດິນດານ-ຫີນຕົມອ່ອນທີ່ມີນໍ້າ ແລະ ແຖບໂຄງສ້າງທໍລະນີສາດຜຸພັງ-ແຕກຫັກ ທີ່ເປັນຜົ້ງນໍ້າໃຕ້ດິນ, ການເຈາະສ້າງອຸມົງຜ່ານຊັ້ນດັ່ງກ່າວ ໂຄງສ້າງທໍລະນີສາດມີການປ່ຽນແປງແບບສະໝໍ່າສະເໝີ, ຜ່ານການຂຸດເຈາະຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ມີນໍ້າໄຫຼເຂົ້າໃນອຸໂມງ. ໃນໄລຍະ 5 ນາທີເບື້ອງຕົ້ນ ມີປະລິມານນ້ຳໄຫຼອອກເຖິງ 140 ແມັດກ້ອນ/ຊົ່ວໂມງ, ພາຍຫຼັງເລີ່ມຄົງທີ່ແລ້ວ, ໄລຍະ 10 ນາທີ ປະລິມານນໍ້າຫຼຸດລົງເຫຼືອພຽງ 10-15 ແມັດກ້ອນ/ຊົ່ວໂມງ, ຜ່ານການລະບາຍນ້ຳເປັນເວລາ 3 ຊົ່ວໂມງ ໜ້າງານໄດ້ກັບສູ່ສະພາບເດີມ. ປັດຈຸບັນ ພວມຂຸ້ນຂ້ຽວເລັ່ງຈັດຕັ້ງມາດຕະການແກ້ໄຂ, ຫຼັງຈາກແກ້ໄຂໄລຍະດັ່ງກ່າວນີ້ສໍາເລັດແລ້ວ ຈະສືບຕໍ່ຂຸດເຈາະສ້າງອຸໂມງຊ່ວງຕໍ່ໄປ.
ທ່ານ ຈາງ ເຫຼີຍ ກ່າວຕື່ມວ່າ: ໃນຂະບວນການກໍ່ສ້າງບໍ່ແຮ່ກ່ອນໜ້ານີ້, ບໍລິສັດ ຊີໂນ-ອາກຣີ ໂປຕາສ ກໍເຄີຍໄດ້ພົບກໍລະນີທີ່ຄ້າຍໆກັນນີ້ຫຼາຍຄັ້ງ ຊຶ່ງບໍ່ໄດ້ສ້າງຜົນເສຍຫາຍຕໍ່ຊັບສິນ ແລະ ຊີວິດຄົນງານຂອງບໍລິສັດ. ມີຫຼາຍໜ່ວຍງານການກໍ່ສ້າງລະດັບມືອາຊີບ ແລະ ອາວຸໂສ ເຄີຍນໍາໃຊ້ເຕັກນິກວີທີການແກ້ໄຂ ແບບທົ່ວໄປ ແບບດັ່ງເດີມ ຄືເມື່ອກ່ອນແມ່ນບໍ່ສາມາດແກ້ໄຂໄດ້, ຍິ່ງເຮັດໃຫ້ບັນຫານ້ຳໄຫຼເຂົ້າໜັກຂຶ້ນ. ສະນັ້ນ, ຕໍ່ບັນຫາດັ່ງກ່າວນີ້ ຜ່ານມາບໍລິສັດໄດ້ສົມທົບກັບຊ່ຽວຊານເຮັດການສຶກສາ, ຄົ້ນຄວ້າເຕັກນິກວິທີການແກ້ໄຂ, ປະຕິບັດຕົວຈິງ ແລະ ສະຫຼຸບປະສົບການ ການປະຕິບັດຕົວຈິງ ແລະ ໄດ້ປະດິດສ້າງມາດຕະການແກ້ໄຂ ບັນຫານ້ຳໄຫຼເຂົ້າອຸໂມງ ທີ່ແທດເໝາະກັບບໍ່ແຮ່ເກືອໂປຕາສ ຢູ່ລາວ. ປັດຈຸບັນນີ້, ບໍລິສັດມີອຸໂມງເນີ້ງທີ່ເປີດນໍາໃຊ້ແລ້ວຈໍານວນ 3 ອຸໂມງ ແລະ ພວມດໍາເນີນການກໍ່ສ້າງອຸໂມງເນີ້ງທີ 04. 
ບໍລິສັດ ຊີໂນ-ອາກຣີ ໂປຕາສ ມີຄວາມເຂັ້ມແຂງທາງດ້ານທຶນຮອນ, ເຕັກນິກ ແລະ ທີມງານວິຊາການ ຊຶ່ງຜ່ານມາສາມາດປະສົບຜົນສໍາເລັດສູງ ໃນການຂະຫຍາຍກໍາລັງການຜະລິດ 1 ລ້ານໂຕນທຸກໆປີ. ບໍລິສັດມີຄວາມພ້ອມທຸກດ້ານ ໃນການແກ້ໄຂບັນຫາທີ່ພົບພໍ້ ໃນການກໍ່ສ້າງອຸໂມງແຫ່ງດັ່ງກ່າວນີ້ ແລະ ຮັບປະກັນໃຫ້ໂຄງການກໍ່ສ້າງດັ່ງກ່າວ ສໍາເລັດຕາມແຜນໂດຍຮັບປະກັນດ້ານຄວາມປອດໄພ, ມີປະສິດທິພາບສູງ ແລະ ມີຄຸນນະພາບສູງ.
ໃນການລົງໄປກວດກາຂອງຄະນະຄັ້ງນີ້ ໄດ້ຄວາມຮ່ວມມືກັບບໍລິສັດ ເກັບກໍາຂໍ້ມູນຢູ່ພາກສະໜາມຕົວຈິງ ແລະ ໄດ້ສອບຖາມຄົນງານຢູ່ໃນເຫດການ ແລະ ຜູ້ຖ່າຍຄລິບວິດີໂອລົງສື່ອອນລາຍ ພ້ອມທັງໄດ້ແລກປ່ຽນຄໍາຄິດເຫັນທາງດ້ານວິຊາການຊຶ່ງກັນ ແລະ ກັນຢ່າງກົງໄປກົງມາ. ຜ່ານການກວດກາ ແລະ ເກັບກໍາຂໍ້ມູນພາກສະໜາມ ເຫັນວ່າເຫດການທີ່ເກີດຂຶ້ນ ແມ່ນສອດຄ່ອງຕາມທີ່ບໍລິສັດໄດ້ລາຍງານຂ້າງເທິງ ແລະ ຍ້ອນຄົນງານບໍລິສັດ ຮັບເໝົາກໍ່ສ້າງ ມີຄວາມຮັບຮູ້ຈຳກັດ ຕໍ່ຂະບວນການກໍ່ສ້າງອຸໂມງຂຸດຄົ້ນແຮ່ໃຕ້ດິນ ແລະ ປະກົດການທີ່ຈະພົບພໍ້ໃນການກໍ່ສ້າງອຸໂມງໃຕ້ດິນ ຈຶ່ງເຮັດໃຫ້ມີສະພາບການຕື່ນຕົກໃຈ, ກະວົນກະວາຍ ແລະ ເຮັດໃຫ້ວິດີໂອເຜີຍແຜ່ອອກສູ່ພາຍນອກ.
(ຂ່າວ-ພາບ: ຂປລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ