ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ລົງຮັບສະໝັກ ສສຊ ຊຸດທີ X ການລົງສະໝັກແມ່ນມີຄວາມຕັ້ງໃຈສູງ, ຖ້າຫາກວ່າໄດ້ຮັບການປ່ອນບັດເລືອກຈາກຜູ້ມີສິດເລືອກຕັ້ງ ຂ້າພະເຈົ້າໃຫ້ຄໍາໝັ້ນສັນຍາວ່າຈະເປັນກະບອກສຽງທີ່ດີໃນການຮັບໃຊ້ຊາດ ເວົ້າລວມ, ເວົ້າສະເພາະ ຮັບໃຊ້ສັງຄົມ ກໍຄື ພໍ່ແມ່ປະຊາຊົນ ໃຫ້ດີທີ່ສຸດ ພ້ອມແລ້ວທີ່ຈະນໍາເອົາຄໍາຄິດເຫັນ, ຄໍາສະເໜີຕ່າງໆຂອງປະຊາຊົນ ແລະ ຈະເປັນຂົວຕໍ່ລະຫວ່າງ ຂັ້ນລຸ່ມ ຫາຂັ້ນເທິງ ໃຫ້ໄດ້ຮັບການແກ້ໄຂຕາມຂໍ້ສະເໜີເຫຼົ່ານັ້ນ ແລະ ຂໍຝາກຜູ້ສະໝັກໝາຍເລກ 14 ຂອງຂ້າພະເຈົ້າ ໄວ້ກັບບັນດາທ່ານທີ່ມີສິດປ່ອນບັດໃນຄັ້ງນີ້ດ້ວຍ.
ຄໍາເຫັນ