![]() |
ຕາງໜ້າລັດຖະບານ ລົງນາມ ໂດຍທ່ານພູວົງກິດຕະວົງຮອງລັດຖະມົນຕີກະຊວງການເງິນແລະທ່ານ ໄພບູນ ພົງສະຫວັນ ຮອງປະທານຂາຮຸ້ນ ກຸ່ມບໍລິສັດ ພົງສະຫວັນຈຳກັດ ແລະ ປະທານບໍລິສັດ ພູນຜົນນະຄອນ ຈຳກັດ, ທ່ານສອນເພັດ ອິນທະວົງ ຮອງປະທານກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ຜູ້ອໍານວຍການໃຫຍ່ບໍລິສັດພູນຜົນນະຄອນ ຈໍາກັດ, ມີບັນດາຫົວໜ້າກົມ, ຮອງກົມແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານສົມຈິດຄໍາມຸງຄຸນຫົວໜ້າຫ້ອງການກະຊວງການເງິນລາຍງານໂດຍຫຍໍ້ກ່ຽວກັບສະພາບຄວາມເປັນມາແລະຄວາມສໍາຄັນການພັດທະນາລະບົບຄຸ້ມຄອງແບບຟອມແລະການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (Digital Filing) ຊຶ່ງມີບາງຂໍ້ຄວາມທີ່ສໍາຄັນ ວ່າ: ໃນໄລຍະຜ່ານການຊໍາລະຄ່າທໍານຽມແລະຄ່າບໍລິການຢູ່ບັນດາຈຸດຂອງຂະແໜງການພາກລັດຜູ້ມາໃຊ້ບໍລິການຫຼືຜູ້ມາຊໍາລະຄ່າທໍານຽມ-ຄ່າບໍລິການຍັງຊຳລະຮູບແບບເງິນສົດຢ່າງດຽວແລະຍັງຂາດການຊຳລະຜ່ານຊ່ອງທາງທະນາຄານ, ຍັງຂາດເຄື່ອງມືຫຼືລະບົບທັນສະໄໝແບບຄົບຊຸດໃນການໃຫ້ບໍລິການແກ່ຜູ້ມາໃຊ້ບໍລິການຫຼືຜູ້ມາຊຳລະຄ່າທໍານຽມ-ຄ່າບໍລິການເພື່ອສ້າງຄວາມໂປ່ງໃສແລະເຊື່ອໝັ້ນຕໍ່ອົງການຈັດຕັ້ງພາກລັດໃນການຈັດເກັບລາຍຮັບດັ່ງກ່າວເຂົ້າງົບປະມານແຫ່ງລັດ. ພ້ອມນັ້ນ, ການເຂົ້າເຖິງຂໍ້ມູນສະຖິຕິຍັງມີຄວາມຫຍຸ້ງຍາກຫຼາຍເຮັດໃຫ້ການສະຫຼຸບສັງລວມຂໍ້ມູນການຈັດເກັບຄ່າທຳນຽມແລະຄ່າບໍລິການມີຄວາມຫຍຸ້ງຍາກບໍ່ສາມາດສັງລວມແລະຕິດຕາມຈຳນວນຕົວເລກການຈັດເກັບຕົວຈິງໄດ້ທັນສະພາບການແລະຂາດເຄື່ອງມືລະບົບຕິດຕາມ, ຄຸ້ມຄອງການຊໍາລະຄ່າທໍານຽມແລະຄ່າບໍລິການທີ່ມີຄວາມທັນສະໄໝກ້າວໄປສູ່ດີຈີຕ໋ອນ.
ສະນັ້ນ, ການພັດທະນາລະບົບຄຸ້ມຄອງແບບຟອມແລະການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (Digital Filing)ຈຶ່ງມີຄວາມສໍາຄັນແລະຈໍາເປັນຢ່າງຍິ່ງໃນການຄຸ້ມຄອງການເກັບລາຍຮັບຄ່າທໍານຽມແລະຄ່າບໍລິການເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ, ມີປະສິດທິພາບແລະປະສິດທິຜົນສູງສຸດ, ຊຶ່ງຖືເປັນວຽກງານຫຼັກທີ່ລັດຖະບານໃຫ້ຄວາມສໍາຄັນເນື່ອງຈາກວຽກງານດັ່ງກ່າວຈະເປັນການເພີ່ມຖານລາຍຮັບ, ສ້າງຄວາມເຂັ້ມແຂງທາງດ້ານການເງິນດ້ວຍຕົນເອງເທື່ອລະກ້າວຕາມທິດສອຈເຮັດໃຫ້ການເງິນແຫ່ງຊາດມີສະຖຽນລະພາບແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີປະສິດທິຜົນແລະຍືນຍົງ.
ພ້ອມນັ້ນ, ການຄຸ້ມຄອງຈັດເກັບລາຍຮັບດັ່ງກ່າວແມ່ນມີຄວາມຈໍາເປັນຕ້ອງໄດ້ນໍາໃຊ້ລະບົບທັນສະໄໝທີ່ຊ່ວຍໃຫ້ສາມາດຕິດຕາມການເກັບລາຍຮັບເຂົ້າງົບປະມານແຫ່ງລັດແລະເຊື່ອມຂໍ້ມູນການຈັດເກັບຄ່າທໍານຽມແລະຄ່າບໍລິການຜ່ານບັນຊີລວມສູນລະຫວ່າງບັນດາກະຊວງ, ຂະແໜງການພາກລັດແລະອົງການທຽບເທົ່າກະຊວງໄດ້ຢ່າງມີປະສິດທິພາບແລະປະສິດທິຜົນແນໃສ່ເພື່ອຮັບປະກັນເຮັດໃຫ້ລັດຖະບານໄດ້ຮັບຜົນປະໂຫຍດສູງສຸດຈາກການເກັບລາຍຮັບເຂົ້າງົບປະມານ, ຊຶ່ງລະບົບດັ່ງກ່າວຈະສາມາດເກັບລາຍຮັບເພີ່ມຂື້ນໃນຕໍ່ໜ້າ ກໍຄືປີ 2026..
ໃນໂອກາດດັ່ງກ່າວ, ບໍສັດ ພູນຜົນນະຄອນ ຈຳກັດ ຊຶ່ງເປັນບໍລິສັດໃນເຄືອຂອງກຸ່ມບໍລິສັດ ພົງສະຫວັນໄດ້ມອບເງິນຈໍານວນ 10 ຕື້ ກີບໃຫ້ແກ່ກະຊວງການເງິນເພື່ອຮັບໃຊ້ໃນການພັດທະນາ ແລະ ຫັນເປັນທັນສະໄໝໃນວຽກງານການເງິນ.

ຄໍາເຫັນ