ຈະສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ

ຈະສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ
ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວຕໍ່ສື່ມວນຊົນໃນວັນທີ 5 ຕຸລານີ້ວ່າ: ການສະເຫຼີມສະຫຼອງວັນອາຫານໂລກ, ລະນຶກເຖິງ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລືບລ້າງຄວາມທຸກຍາກ ທີ່ຈະ         ໝູນວຽນມາ ຄົບຮອບອີກເທື່ອໜຶ່ງ ໃນປີ 2023 ນີ້ ຊຶ່ງພິທີສະເຫຼີມສະຫຼອງຢ່າງເປັນທາງການ ຈະໄດ້ຈັດຂຶ້ນໃນວັນທີ 9 ຕຸລາ 2023 ນີ້ ທີ່ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ສຳລັບ ວັນອາຫານໂລກ ແມ່ນຄົບຮອບ 43 ປີ ພາຍໃຕ້ຄຳຂວັນທີ່ວ່າ: “ນ້ຳປຽບເໝືອນດັ່ງຊີວິດ, ນ້ຳ ຄືແຫຼ່ງກຳເນີດອາຫານ ຂອງພວກເຮົາ. ພວກເຮົາພ້ອມກັນກ້າວໄປ”. ສ່ວນວັນ ສາກົນ ເພື່ອລຶບລ້າງຄວາມທຸກຍາກ ແມ່ນຄົບຮອບ 31 ປີ ແລະ ສັບປະດາແຫ່ງຊາດ ຄົບຮອບ 20 ປີ ພາຍໃຕ້ຄຳຂວັນທີ່ວ່າ: “ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອກຽດສັກສີຂອງທຸກຄົນ”. ດັ່ງທີ່ຮູ້ນຳກັນແລ້ວວ່າ: ທົ່ວໂລກໄດ້ພົບຄວາມຫຍຸ້ງຍາກ ແລະ  ສິ່ງທ້າທາຍຕ່າງໆເຊັ່ນ: ການປ່ຽນແປງສະພາບດິນຟ້າອາກາດ ກໍ່ໃຫ້ເກີດການແຜ່ລະບາດ ຂອງພະຍາດຄົນ, ພະຍາດສັດ-ພືດ ຢ່າງຕໍ່ເນື່ອງ, ເກີດມີໄພທຳມະຊາດ ທີ່ນັບມື້ນັບຮ້າຍແຮງ, ລວມທັງລາຄາສິນຄ້າ ແລະ ນ້ຳມັນເຊື້ອໄຟສູງຂຶ້ນ, ມີຄວາມຂັດແຍ່ງຕ່າງໆ ແລະ ຄວາມເຄັ່ງຕຶງໃນບາງຂົງເຂດຢູ່ໃນໂລກ ຊຶ່ງໄດ້ສືບຕໍ່ຜົນກະທົບຕໍ່ປະຊາກອນໃນໂລກ ໃນການຜະລິດ ແລະ ການເຂົ້າເຖິງສະບຽງອາຫານ ແລະ ປະສົບກັບຄວາມອຶດຫິວ ຍ້ອນບັນຫາທີ່ກ່າວມານັ້ນ.
ຈຸດປະສົງ: ເພື່ອການໂຮມຊຸມນຸມ 2 ວັນດັ່ງກ່າວໃຫ້ມີຄວາມໝາຍຄວາມສຳຄັນ, ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊົນທົ່ວໂລກໄດ້ເຂົ້າໃຈເຖິງຄວາມທຸກຍາກ ແລະ ໄພອຶດຫິວ ແລະ ຍັງເປັນການສ້າງແຮງຈູງໃຈໃຫ້ທຸກຄົນມີຄວາມສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວ. ພ້ອມທັງເປັນການສ້າງຄວາມຮັບຮູ້ ແລະ ຮຽກຮ້ອງໃຫ້ທຸກພາກສ່ວນ ໃຫ້ມີສ່ວນຮ່ວມໃນການຜະລິດສະບຽງອາຫານ ໃຫ້ມີປະສີດທິພາບ ແລະ ຍືນຍົງ.
ເນື່ອງໃນໂອກາດວັນອາຫານໂລກ ຄົບຮອບ 43 ປີ, ວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 31 ປີ ແລະ ສັບປະດາແຫ່ງຊາດ ຄົບຮອບ 20 ປີ ທີ່ຈະຈັດພິທີສະເຫຼີມສະຫຼອງຢ່າງເປັນທາງການ ນີ້. ຮຽກຮ້ອງມາຍັງບັນດາທ່ານ ທົ່ວພັກທົ່ວລັດ ທົ່ວປວງຊົນລາວທັງຊາດ ຕະຫຼອດຮອດບັນດາຄູ່ຮ່ວມພັດທະນາຕ່າງໆ ຢູ່ ສປປ ລາວ ຈົ່ງພ້ອມກັນເປັນເຈົ້າການສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກປີນີ້ ໃຫ້ເປັນຂະບວນຟົດຟື້ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ ກໍຄືການຮ່ວມກັນເຮັດວຽກ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ທຸກຄົນສາມາດເຂົ້າເຖິງໂພຊະນາການໄດ້ທຸກສະຖານທີ່.  
ຂ່າວ-ພາບ: ພັດ ລໍວັນໄຊ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ຄຂລຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026

ສູນລວມຄຣິສຕະຈັກຂ່າວປະເສີດແຫ່ງສປປລາວ (ຄຂລ) ໄດ້ຈັດງານສົ່ງທ້າຍປີເກົ່າຄສ 2025 ແລະຕ້ອນຮັບປີໃໝ່ຄສ 2026 ແລະສະຫຼຸບຜົນງານການເຄື່ອນໄຫວປະຈໍາປີ 2025 ຂຶ້ນໃນວັນທີ 31 ທັນວາຜ່ານມາທີ່ສູນລວມຄຣິສຕະຈັກຂ່າວປະເສີດບ້ານນາໄຊເມືອງໄຊເສດຖານະຄອນຫຼວງວຽງຈັນ (ນວ) ໂດຍເປັນກຽດເຂົ້າຮ່ວມຂອງທ່ານຄໍາຜອຍວັນນະສານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານຄໍາແດງກຸນທະປັນຍາປະທານບໍລິຫານສູນລວມຄຂລ, ມີບັນດາຄຂລອານຸ, ນາຄໍາ, ນວພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ແຂວງວຽງຈັນ ປະກາດການຈັດຕັ້ງ ແລະ ມອບ-ຮັບ ໜ້າທີ່ ຫຼາຍພາກສ່ວນ.

ໃນວັນທີ 31 ທັນວາ 2025 ນີ້, ຢູ່ທີ່ສະໂມສອນຂອງແຂວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການແຂວງ, ພະແນການ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພາຍໃນແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ.
ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ລັດຖະມົນຕີ ກະຊວງ ຍທຂ ຊຸກຍູ້ການກໍ່ສ້າງຂົວຂ້າມນ້ຳເຊໂດນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະໄດ້ເດີນທາງເຮັດວຽກຢູ່ ແຂວງສາລະວັນ ໃນວັນທີ 31 ທັນວາ 2025, ເພື່ອຕິດຕາມ ແລະ ຊຸກຍູ້ໂຄງການກໍ່ສ້າງຂົວຂ້າມນ້ຳເຊໂດນ (ເຂດບ້ານບົວລະພາ-ບ້ານຕານປ່ຽວ) ເມືອງຄົງເຊໂດນ, ໂດຍການຕ້ອນຮັບ ແລະ ນໍາພາຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ປະເດີມພອນ ສົນທະນີ ປະທານຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍຄະນະ.
ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ

ພິທີ ມອບ-ຮັບ ໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະການປົກຄອງແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2025 ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ1 ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງຄໍາມ່ວນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ

ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ຕັດສິນຄະດີຮັບປະກັນຄວາມຖືກຕ້ອງຍຸຕິທໍາ

ສານປະຊາຊົນແຂວງເຊກອງ ເອົາໃຈໃສ່ປັບປຸງແບບແຜນນຳພາ-ວິທີເຮັດວຽກ, ປັບປຸງລະບົບການຈັດຕັ້ງ, ການບໍລິຫານໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ,ບໍາລຸງສ້າງຜູ້ພິພາກສາ-ຜູ້ຊ່ວຍຜູ້ພິພາກສາ ໃຫ້ມີຄວາມຊໍານານງານ, ເຄື່ອນໄຫວປະຕິບັດໜ້າວຽກງານຢ່າງແຂງແຮງ ໂດຍສະເພາະການແກ້ໄຂຄະດີໃຫ້ມີຄວາມຖືກຕ້ອງ, ວ່ອງໄວ, ໂປ່ງໃສ ແລະຮັບປະກັນຄວາມຍຸຕິທໍາໃຫ້ແກ່ສັງຄົມ.
ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸ

ບ້ານນາແວນ ເມືອງພຽງ ແຂວງໄຊຍະບລີ ຈັດງານສະເຫຼີມສະຫຼອງບຸນເກຼີຂອງເຜົ່າກື່ມມຸຂື້ນໃນວັນທີ 29-30 ທັນວາ 2025 ຢູ່ທີ່ບ້ານດັ່ງກ່າວໂດຍການເຂົ້າຮ່ວມທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ແຂກຖືກເຊີນເຂົ້າຮ່ວມ.
ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ຫຼວງພະບາງ ເຊື່ອມຊືມເອກະສານກ່ຽວກັບການເລືອກຕັ້ງ

ວັນທີ່ 29 ທັນວານີ້ ທີ່ສະໂມສອນມະຫາວິທະຍາໄລສຸພານຸວົງ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໂດຍເປັນປະທານຂອງ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ມີການນຳຂອງແຂວງ ແລະ ພະນັກງານຫຼັກແຫຼ່ງ ຈາກພະແນກການ-ກົມກອງ ແລະສະຖາບັນການສຶກສາ ເຂົ້າຮ່ວມ.
ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເພີ່ມເຕີມ