ຈະສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ໄມ້ອຸດສາຫະກໍາ ແລະ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຕິດພັນກັບທຸລະກິດປິ່ນອ້ອມ

ຈະສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ໄມ້ອຸດສາຫະກໍາ ແລະ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຕິດພັນກັບທຸລະກິດປິ່ນອ້ອມ

ຈະສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ໄມ້ອຸດສາຫະກໍາ  ແລະ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຕິດພັນກັບທຸລະກິດປິ່ນອ້ອມ
ວັນທີ 5 ພຶດສະພາ ຜ່ານມາ,ໄດ້ມີພິທີເຊັນສັນຍາການຮ່ວມມື ໂຄງການສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ໄມ້ອຸດສາຫະກໍາ ແລະ ຜະລິດຕະພັນກະສິກຳ ແລະ ປ່າໄມ້ ຕິດພັນກັບທຸລະກິດປິ່ນອ້ອມ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າເຊັນໂດຍ ທ່ານເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້

 

ແລະ ພັດທະນາຊົນນະບົດ ຮ່ວມກັບ ບໍລິສັດອິນດັດສເທັກຈຳກັດ, ຕາງໜ້າເຊັນໂດຍ ທ່ານ ພອນສະຫວັນ ໄຊປັນຍາ ຜູ້ອໍານວຍການບໍລິສັດອິນດັດສເທັກ ຈຳກັດ.

ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຕົກລົງເຫັນດີເປັນເອກະພາບໃນການຮ່ວມມືກັນກັບບໍລິສັດອິນດັດສເທັກຈຳກັດ ເພື່ອສ້າງສູນຈຳໜ່າຍ ແລະ ວາງສະແດງແນວພັນພືດ, ແນວພັນສັດ, ແນວພັນໄມ້ອຸດສະຫະກຳ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຊຶ່ງບໍລິສັດຈະເປັນຜູ້ລົງທຶນໃນການພັດທະນາທີ່ດິນໃນການສ້າງສິ່ງອຳນວຍຄວາມສະດວກຕ່າງໆ ໃນພື້ນທີ່ດິນຈໍານວນ 4.5 ເຮັກຕາ ມີທີ່ຕັ້ງຢູ່ສູນຄົ້ນຄວ້າການປະມົງທີ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນຂຶ້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ.

ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້;ມີ ທ່າ ຫົວໜ້າຫ້ອງການ-ຮອງຫ້ອງການກະຊວງກະສິກໍາ ແລະ ປ່າໄມ້, ຫົວໜ້າກົມ-ຮອງກົມ, ສະຖາບັນ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້ ແລະ ທາງບໍລິສັດອິນດັດສເທັກ ຈຳກັດ.

(ແຫຼ່ງຂ່າວ: Lao National Radio)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບຮົບດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ມອບ-ຮັບ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ

ໃນວັນທີ 17 ສິງຫາຜ່ານມານີ້, ກົມຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີມອບ-ຮັບຊົ່ວຄາວໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍເດື່ອ ແລະ ໂຄງການຟື້ນຟູ-ສ້ອມແປງຊົນລະປະທານຫ້ວຍໝາກຮຽວນະຄອນຫຼວງວຽງຈັນ ທີ່ນໍາໃຊ້ຮ່ວງເງິນກູ້ຢືມເອດີບີ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ ຫຼື ພຊຄ. ພິທີໃນຄັ້ງນີ້ໄດ້ມີການເຊັນມອບ 2 ໂຄງການ:
ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ຮອງເລຂາພັກແຂວງຈຳປາສັກ ຊຸກຍູ້ວຽກງານ ພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ຢູ່ເມືອງບາຈຽງຈະເລີນສຸກ

ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫາງານພັກແຂວງ ຜູ້ຊີ້ນຳວຽກງານ ການເມືອງແນວຄິດ, ພັກ - ພະນັກງານ, ວຽກກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ ຂັ້ນແຂວງ ໄດ້ເຄື່ອນໄຫວຕິດຕາມຊຸກຍູ້ ແລະ ຊີ້ນໍາວຽກງານຢູ່ເມືອງບາຈຽງຈະເລີນສຸກ ໃນວັນທີ 17 ສິງຫາຜ່ານມາ ໂດຍມີ ທ່ານ ອຳນວຍ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງບາຈຽງຈະເລີນສຸກ ພ້ອມຄະນະໃຫ້ການຕ້ອນຮັບ.
ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ພິທີເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື (MOA) ລະຫວ່າງກົມສົ່ງເສີມຕະຫຼາດການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບບໍລິສັດ HTH ການຄ້າຂາອອກ - ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ແມັດ ຈໍາກັດຜູ້ດຽວ (MATT) ແລະ ສູນການສຶກສາ LS ໄດ້ຈັດຂຶ້ນໃນວັນທີ 18 ສິງຫານີ້ ທີ່ ນະຄອນຫຼວງວຽງຈັນ.
ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ  ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກແຂວງ ປະທານສະພາປະຊາຊົນ ຕິດຕາມສະພາບນ້ຳຖ້ວມຢູ່ເມືອງເຊໂປນ

ໃນວັນທີ 18 ສິງຫາ 2026 ນີ້,ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຈາກພະແນກການອ້ອມຂ້າງແຂວງ, ມີທ່ານ ຈັນ ທະລາ ພາມີສິດ ເລຂາພັກເມືອງເຊໂປນ, ພ້ອມການນຳເມືອງໄປຢ້ຽມຢາມ ແລະ ມອບເຄື່ອງໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຂດຈຸດສຸມລາດຫໍ້ເມືອງເຊໂປນ ແຂວງສະຫວັນນະເຂດ.
ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ເຊກອງ ປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ

ແຂວງເຊກອງ ຈັດຕັ້ງປາຖະກະຖາ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026) ໃນວັນທີ 18 ສິງຫາ 2026 ໂດຍການປາຖະກະຖາຂອງທ່ານ ພອນເພັດ ຄິວລະວົງ, ພະນັກງານບໍານານ, ອະດີດຮອງເລຂາພັກແຂວງ, ມີທ່ານ ນາງ ຄໍາເສັງ ທຸມມະວົງສາ ຄະນະປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ຄະນະກໍາມະການແນວລາວສ້າງຊາດແຂວງ ແລະ ການນໍາພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມຮັບຟັງ.
ແຂວງວຽງຈັນ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສຳຄັນ

ແຂວງວຽງຈັນ ຈັດພິທີປາຖະກະຖາ 4 ວັນປະຫວັດສາດສຳຄັນ

ແຂວງວຽງຈັນ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ 4 ວັນປະຫວັດສາດສຳຄັນຂອງພັກ, ຂອງຊາດ ເພື່ອເພີ່ມພູນຄູນສ້າງຄວາມຮັບຮູ້, ເຊື່ອມຊຶມອຸດົມການປະຕິວັດ ແລະ ເສີມຂະຫຍາຍມູນເຊື້ອຄວາມຮັກຊາດ ໃຫ້ແກ່ພະນັກງານຫຼັກແຫຼ່ງທົ່ວແຂວງ, ເນັ້ນໃສ່ການສືບຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນເງື່ອນໄຂໃໝ່.
ງານຄຸນຄ່າພູມປັນຍາລາວ ຄັ້ງທີ 1 ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້

ງານຄຸນຄ່າພູມປັນຍາລາວ ຄັ້ງທີ 1 ຈະຈັດຂຶ້ນໃນຕົ້ນເດືອນກັນຍານີ້

ບໍລິສັດ ຫັດຖະກໍາແພງໄໝ ຮ່ວມກັບ ຮ້ານຄໍາພູວົງ ໄດ້ຖະແຫຼງຂ່າວ ໃນວັນທີ 14 ສິງຫາ ຜ່ານມານີ້ ທີ່ສູນວາງ ສະແດງສິນຄ້າ ລາວ-ໄອເຕັກ (ຕຶກເກົ່າ), ໃຫ້ກຽດຮ່ວມເປັນປະທານງານຖະແຫຼງຂ່າວເປີດ"ງານຄຸນຄ່າພູມປັນ ຍາລາວ" ຄັ້ງທີ່ 1 ຂອງ ທ່ານ ນາງ ອຸສາວະດີ ໄຊສະສິດ ອຳນວຍການຫັດຖະກຳແພງໄໝ. ທ່ານນາງ ວຽງສະຫວັນ ພະມີສິດ ຜູ້ບໍລິຫານຮ້ານຄໍາພູວົງ, ມິບັນດາທ່ານຄະນະປະທານ, ຜູ້ຕາງໜ້າຈາກພາກລັດ, ເອກະຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ບົວລະພາ ເປີດຊຸດຝຶກອົບຮົມ​ການ​ຂຽນ​ຂ່າວ-ການນຳໃຊ້ AI ແລະ ຈັດລາຍການວິທະຍຸ

ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານຂ່າວ, ການນຳໃຊ້ AI ເຂົ້າໃນການຂຽນຂ່າວ, ການສ້າງເຟສບຸກຂ່າວ ແລະ ເຕັກນິກການຈັດລາຍການວິທະຍຸ-ໂທລະໂຄ່ງ ໃນ​ວັນ​ທີ 17 ສິງ​ຫາ​ນີ້ ທີ່​ເມືອງ​ບົວ​ລະ​ພາ ໂດຍມີ ທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ ແລະ ທ່ານນາງ ໄລວັນ ດວງສະຫວັນ ຮອງເລຂາພັກເມືອງບົວລະພາ, ຫົວໜ້າຄະນະຈັດຕັ້ງເມືອງບົວລະພາ, ມີວິທະຍາກອນຈາກຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍບັນດາສຳມະນາກອນ ຈາກຂະແໜງການອ້ອມຂ້າງເມືອງ, ຕາແສງ ແລະ ຮາກຖານບ້ານ ເຂົ້າຮ່ວມ.
ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ

ຫຼາຍພາກສ່ວນ ສືບຕໍ່ຊ່ວຍເຫຼືອ ບັນເທົາທຸກຜູ້ທີ່ປະສົບໄພນໍ້າຖ້ວມ ຢູ່ບ້ານນໍ້າດີ ແລະ ບ້ານປ່າປົວະ

ຫຼາຍພາກສ່ວນ ທັງພາກລັດ ແລະ ພາກທຸລະກິດ ໄດ້ຮ່ວມແຮງຮ່ວມໃຈກັນ ສືບຕໍ່ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ໄປຊ່ວຍເຫຼືອປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມກະທັນຫັນ ຢູ່ທີ່ບ້ານນໍ້າດີ ແລະ ບ້ານປ່າປົວະ ເມືອງຫຼວງນໍ້າທາ ແຂວງຫຼວງ​ນ້ຳ​ທາ.
ເພີ່ມເຕີມ