ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ
ກົມລ້ຽງສັດ ແລະ ການປະມົງ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງລ້ຽງສັດ-ການປະມົງ ນະຄອນຫຼວງວຽງຈັນ, ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງ ກະກຽມປ່ອຍປາພ້ອມກັນຢ່າງເປັນຂະບວນການຟົດຟື້ນ, ໃນຂະນະດຽວກັນຈະຜະລິດ, ສະໜອງ ລູກປາ ໃຫ້ແກ່ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໃຫ້ໄດ້ 65 ລ້ານໂຕ.
ຈະສະໜອງລກປາ 65 ລານໂຕ ໃນວນປອຍປາ ແລະ ສດນາແຫງຊາດ - image 1
 

 

ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ 13 ກໍລະກົດ 2025, ທ່ານ ພັນທະວົງ ວົງສຳພັນ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອວັນທີ 10 ກໍລະກົດນີ້ວ່າ: ປາ ແລະ ສັດນໍ້າ ເປັນແຫຼ່ງສະບຽງອາຫານ ແລະ ໂພຊະນາການ ທີ່ຈໍາເປັນຂອງປະຊາຊົນລາວບັນດາເຜົ່າ. ຈາກຂໍ້ມູນທາງສະຖິຕິ ໃນປີ 2024 ການບໍລິໂພກປາ ແລະ ສັດນໍ້າ ຖືວ່າ ມີອັດຕາການບໍລີໂພກສູງເປັນອັນດັບປະມານໜຶ່ງ 30 ກິໂລຕໍ່ຄົນຕໍ່ປີ, ຮອງລົງມາແມ່ນຊີ້ນໝູປະມານ 18 ກິໂລ ແລະ ສັດປີກ 9.5 ກິໂລ ເຫັນວ່າ ປາ ແລະ ສັດນໍ້າ ກວມເອົາຫຼາຍກວ່າ 40% ຂອງແຫຼ່ງສະບຽງອາຫານ ກໍຄື ແຫຼ່ງທາດຊີ້ນ ທີ່ປະຊາຊົນລາວເຮົາໄດ້ຮັບ, ສະນັ້ນ, ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ. ນັບແຕ່ປີ 1997 ເປັນຕົ້ນມາ ລັດຖະບານ ຈຶ່ງໄດ້ ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ຍ້ອນວ່າວັນທີ 13 ກໍລະກົດແມ່ນວັນເກີດຂອງປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດເພື່ອຈາລຶກເຖີງບຸນຄຸນ ແລະ ຄຸນງາມຄວາມດີທີ່ທ່ານໄດ້ອຸທິດຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ.

ຈະສະໜອງລກປາ 65 ລານໂຕ ໃນວນປອຍປາ ແລະ ສດນາແຫງຊາດ - image 2
 

ທ່ານ ກ່າວຕື່ມວ່າ: ພັກ-ລັດເຮົາ ໄດ້ຖືສຳຄັນຕໍ່ການປ່ອຍປາ, ອະນຸລັກສັດນໍ້າໂດຍສະເພາະສັດນໍ້າ ປະເພດຫວງຫ້າມ, ໄດ້ມີການຄຸ້ມຄອງ ແລະ ມີການຊຸກຍູ້, ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ສປປ ລາວ ເຮົາເປັນປະເທດທີ່ອຸດົມຮັ່ງມີເຕັມໄປດ້ວຍຊັບພະຍາກອນທໍາມະຊາດ, ມີຊັບໃນດິນ, ສິນໃນນໍ້າ, ມີຊະນິດປາພື້ນເມືອງຫຼາຍກວ່າ 500 ຊະນິດ. ໃນນີ້, ຊະນິດປາທີ່ຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ປາບຶກ, ປາຝາໄລ, ປາກັງ ແລະ ສັດນໍ້າຊະນິດອື່ນໆ. ຊຶ່ງທັງໝົດຖືວ່າມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມສົມບູນ ຂອງລະບົບນິເວດໃນທໍາມະຊາດ, ເປັນມໍລະດົກທາງທໍາມະຊາດອັນລ້ຳຄ່າ ຂອງຊາດລາວເຮົາ, ໃນແຕ່ລະປີ ພວກເຮົາກໍໄດ້ພ້ອມກັນຈັດກິດຈະກໍາຕ່າງໆເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນຮຸ່ນຫຼັງ ກໍຄືທົ່ວສັງຄົມໃຫ້ເຫັນຄວາມສໍາຄັນຂອງການອະນຸລັກປາ ແລະ ສັດນໍ້າ, ສຳລັບ ສັດນໍ້າປະເພດຫວງຫ້າມໃນທາງດ້ານກົດໝາຍກໍຄືທາງດ້ານນິຕິກໍາພວກເຮົາໄດ້ກຳນົດການຄຸ້ມຄອງ ເປັນ 3 ປະເພດ ຄື: ປະເພດຫວງຫ້າມ ຫຼື ບັນຊີ I, ປະເພດຄຸ້ມຄອງ ບັນຊີ II ແລະ ທົ່ວໄປ ບັນຊີ III. ໄດ້ມີການສ້າງລະບຽບ ແລະ ກໍານົດເຂດອະນຸລັກ ເພື່ອຄຸ້ມຄອງ, ນອກຈາກນີ້, ໃນແຕ່ລະປີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຄໍາສັ່ງ, ແຈ້ງການ ໃຫ້ບັນດາກົມທີ່ກ່ຽວຂ້ອງຂັ້ນສູນກາງ, ອົງການປົກຄອງຂັ້ນທ້ອງຖິ່ນ ຕະຫຼອດຮອດຜູ້ປະກອບການ ແລະ ປະຊາຊົນໃນຂອບເຂດທົ່ວປະເທດ ໃຫ້ເອົາໃຈໃສ່ຕໍ່ວຽກງານການພັດທະນາ, ຄຸ້ມຄອງ, ນໍາໃຊ້ ແລະ ການອະນຸລັກປາ ແລະ ສັດນໍ້າ ໃຫ້ມີຄວາມຍືນຍົງ ເພື່ອປະກອບສ່ວນເຂົ້າໃນການຄ້ໍາປະກັນດ້ານສະບຽງອາຫານ ແລະ ໂພຊະນາການ ພ້ອມທັງສ້າງລາຍຮັບ ໃຫ້ປະຊາຊົນລາວໃຫ້ນັບມື້ຫຼາຍຂຶ້ນ; ໄດ້ຍາດແຍ່ງ ແລະ ປະສານສົມທົບກັບອົງການຈັດຕັ້ງສາກົນເພື່ອຊ່ວຍເຫຼືອທາງດ້ານເຕັກນິກ ແລະ ອຸປະກອນຕ່າງໆເຂົ້າໃນວຽກງານດັ່ງກ່າວ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຂັ້ນທ້ອງຖິ່ນ ໂດຍສະເພາະແມ່ນຂັ້ນບ້ານ ແລະ ຊຸມຊົນທີ່ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ.

ຈະສະໜອງລກປາ 65 ລານໂຕ ໃນວນປອຍປາ ແລະ ສດນາແຫງຊາດ - image 3
 

ທ່ານ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ກ່າວຕື່ມວ່າ: ໃນໂອກາດວັນສຳຄັນດັ່ງກ່າວທີ່ຈະມາເຖິງນີ້, ກົມລ້ຽງສັດ ແລະ ການປະມົງ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງລ້ຽງສັດ ແລະ ການປະມົງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ, ອົງການຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງ ໃຫ້ສຸມໃສ່ ກະກຽມປ່ອຍປາພ້ອມກັນຢ່າງເປັນຂະບວນການຟົດຟື້ນ ຄືກັບທຸກໆປີ, ໄດ້ອອກແຈ້ງການຂັ້ນກະຊວງ ກ່ຽວກັບການສ້າງຂະບວນການຄຸ້ມຄອງ ປົກປັກຮັກສາ ແລະ ພັດທະນາສັດນໍ້າ ເນື່ອງໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ; ອອກແຈ້ງການຂັ້ນກົມເພື່ອກະກຽມການຜະລິດລູກປາໂດຍສະເພາະ ໃນບັນດາສູນ, ສະຖານີຜະລິດລູກປາ ຂອງລັດ ຈໍານວນ 50 ແຫ່ງ, ຟາມຜະລິດລູກປາຂອງເອກະຊົນ ຫຼາຍກວ່າ 140 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີຫຼາຍກວ່າ 400 ແຫ່ງເພື່ອຜະລິດ ສະໜອງ ລູກປາ ໃຫ້ແກ່ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ປີນີ້ໃຫ້ໄດ້ບັນລຸຕາມແຜນຄື 65 ລ້ານໂຕ

ສະນັ້ນ, ເພື່ອໃຫ້ສັງຄົມມີສ່ວນຮ່ວມຕໍ່ການປ່ອຍປາ, ອະນຸລັກສັດນໍ້າ-ສັດປ່າໃຫ້ຫຼາຍຂຶ້ນນັ້ນ ໄດ້ຖືເອົາວຽກງານໂຄສະນາ, ປຸກລະດົມ ແລະ ສ້າງຈິດສຳນຶກ ໃຫ້ແກ່ເຍົາວະຊົນອະນຸຊົນ ກໍຄືທົ່ວສັງຄົມໃຫ້ເຫັນໄດ້ຄວາມສຳຄັນ ຂອງການອະນຸລັກ, ປົກປັກຮັກສາ ປາ ແລະ ສັດນໍ້າ, ສ້າງຄວາມເຂົ້າໃຈ ການປ່ອຍປາ ແລະ ສັດນໍ້າ ຄືນສູ່ແຫຼ່ງນໍ້າທໍາມະຊາດ ແມ່ນການເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນ ປາ ແລະ ສັດນໍ້າໃຫ້ມີຄວາມຍືນຍົງ, ເປັນການສ້າງໃຫ້ມີລະບົບນິເວດແຫຼ່ງນໍ້າທີ່ສົມດຸນເພື່ອຮັບປະກັນການຜະລິດສະໜອງປາ ແລະ ສັດນໍ້າໃຫ້ພຽງພໍ, ຜະລິດເປັນສິນຄ້າ ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ການສ້າງເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ, ຕິດພັນກັບການຮັບປະກັນການນໍາໃຊ້ຊັບພະຍາກອນທໍາມະຊາດຂອງປະເທດເຮົາແບບຍືນຍົງ, ສະນັ້້ນ ຈົ່ງພ້ອມກັນປ່ອຍປາ ແລະ ສັດນໍ້າຄືນສູ່ທໍາມະຊາດໃຫ້ມີຄວາມອຸດົມສົມບູນຕະຫຼອດໄປ.

(ຂ່າວ-ພາບ: ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ