![]() |
ນາງ ພາວະດີ ສີສົມພູ ເຈົ້າຂອງຜະລິດຕະພັນແຈ່ວບອງຊຽງຂວາງແມ່ວັນຄຳ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ກ່ອນຈະມາເປັນຜະລິດຕະພັນແຈ່ວບອງຊຽງຂວາງແມ່ວັນຄຳ ເນື່ອງຈາກວ່າແມ່ວັນຄຳ (ແມ່ຂອງຂ້າພະເຈົ້າເອງ) ເປັນຜູ້ມີປະສົບການໃນການເຮັດແຈ່ວມາຫຼາຍປີເປັນພື້ນຖານຢູ່ແຂວງຊຽງຂວາງ ໂດຍໄດ້ເຮັດກິນພາຍໃນຄອບຄົວ ແລະ ເຮັດຂາຍເລັກໆໜ້ອຍໆຕາມຕະຫຼາດເຫັນວ່າໄດ້ຂາຍດີ. ຈາກນັ້ນ, ຕົນເອງຈຶ່ງຢາກສານຕໍ່ເຮັດເປັນທຸລະກິດນ້ອຍຂອງຄອບຄົວ ຈຶ່ງໄດ້ທົດລອງເຮັດມີການຫຸ້ມຫໍ່ທີ່ສວຍງາມຂາຍຜ່ານທາງອອນລາຍ ແລະ ອີກຢ່າງໜຶ່ງເຫັນວ່າແຈ່ວບອງຊຽງຂວາງຍັງບໍ່ທັນມີຜະລິດຕະພັນເປັນການສົ່ງເສີມແຈ່ວຊຽງຂວາງແທ້ໆ ທີ່ສ້າງເປັນຍີ່ຫໍ້ຂອງຕົນເອງເທື່ອ. ສະນັ້ນ, ຈຶ່ງມີຄວາມຄິດຢາກສ້າງເປັນຊື່ສຽງຂອງແຂວງຊຽງຂວາງ ແລະ ເພື່ອເປັນການສົ່ງເສີມປະຊາຊົນໃຫ້ມີລາຍຮັບເພາະວ່າວັດຖຸດິບທີ່ມາປະກອບໃນການເຮັດແຈ່ວລ້ວນແຕ່ຊື້ນຳປະຊາຊົນເຊັ່ນ: ໝາກເຜັດ, ກະທຽມ, ໜໍ່ສົ້ມ, ໜັງ ແລະ ອື່ນໆ ຊຶ່ງໄດ້ເລີ່ມຜະລິດ-ຈໍາໜ່າຍມາໄດ້ 6 ເດືອນແລ້ວ.
ປັດຈຸບັນຜະລິດຕະພັນແຈ່ວແມ່ນຜະລິດດ້ວຍມືທຸກຂັ້ນຕອນ ໂດຍແມ່ນຄົນໃນຄອບຄົວເຮັດເອງ ສາມາດຜະລິດໄດ້ 50-60 ກິໂລຕໍ່ວັນ. ຜະລິດຕາມລູກຄ້າສັ່ງ, ການຜະລິດເນັ້ນຄວາມສະອາດປອດໄພແກ່ຜູ້ບໍລິໂພກ ນໍາໃຊ້ວັດຖຸດິບພາຍໃນແຂວງຊຽງຂວາງ 100%. ດັ່ງນັ້ນ, ຈຶ່ງສາມາດຮັກສາລົດຊາດທີ່ເປັນເອກະລັກຂອງແຈວບອງຊຽງຂວງໄດ້. ສຳລັບແຈ່ວແມ່ນຜະລິດໃໝ່ທຸກວັນ, ຕະຫຼາດຫຼັກໃນການຈຳໜ່າຍແມ່ນຂາຍຜ່ານອອນລາຍ ແລະ ມີຕົວແທນຈຳໜ່າຍ. ການນໍາມາວາງຂາຍໃນຄັ້ງນີ້ເປັນຄັ້ງທໍາອິດ ໂດຍມີຈຸດປະສົງເພື່ອພົບປະແລກປ່ຽນກັບລູກຄ້າ ກໍຄືຜູ້ປະກອບການນຳກັນ ແລະ ເຜີຍແຜ່ເອກະລັກຂອງແຈ່ວບອງຊຽງຂວາງ ເຮັດໃຫ້ຄົນຮູ້ຈັດຜະລິດຕະພັນບອງຊຽງຂວາງແມ່ວັນຄຳໃຫ້ຫຼາຍຂຶ້ນ. ສ່ວນລາຄາ 1 ກິໂລ 300,000 ກີບ ໂດຍມີການແບ່ງຂາຍກ່ອງນ້ອຍ 85,000 ກີບ ແລະ ກ່ອງເຄິ່ງກິໂລ 150,000 ກີບ. ພາຍຫຼັງຜະລິດ ແລະ ຈຳໜ່າຍໄລຍະ 6 ເດືອນຜ່ານມາເຫັນວ່າມີຜົນຕອບຮັບດີພໍສົມຄວນ ເພື່ອທຸລະກິດເຕີບໃຫຍ່ ແລະ ສາມາດຕອບສະໜອງກັບຄວາມຕ້ອງການຂອງຜູ້ບໍລິໂພກ.
ນາງ ພາວະດີ ສີສົມພູ ກ່າວຕື່ມວ່າ: ໃນຕໍ່ໜ້າຈະສືບຕໍ່ອອກຂາຍຕາມງານຕ່າງໆເພື່ອໃຫ້ລູກຄ້າໄດ້ຮູ້ຈັກ ໄດ້ຊີມໃຫ້ຫຼາຍ ແລະ ກວ້າງຂວາງຂຶ້ນຕື່ມ. ຫຼັງຈາກນັ້ນ, ຖ້້າມີຜົນຕອບຮັບດີຂຶ້ນ ມີລູກຄ້າເພີ່ມຂຶ້ນຈະຜະລິດເພີ່ມຂຶ້ນ ຈາກນັ້ນກໍຈະກ້າວສູ່ການສ້າງຕັ້ງໂຮງງານນ້ອຍໃນຕໍ່ໜ້າ ທ່ານໃດຕ້ອງການເປັນຕົວແທນ ຫຼື ຊື້ໄປບໍລິໂພກໃນຄອບຄົວສາມາດຕິດຕໍ່ທີເບີ 55985598 ຫຼື ຕິດຕໍ່ທາງເຟສບຸກ: ແຈ່ວບອງຊຽງຂວາງແມ່ວັນຄຳ.

ຄໍາເຫັນ