ຜະລິດຕະພັນຈາກສິນຄ້າກະສິກໍາ

ແຈ່ວປາແດກແຊບ ແມ່ພອນທິບ ສົ່ງຂາຍຮອດ 5 ປະເທດ

ແຈ່ວປາແດກແຊບ ແມ່ພອນທິບ ສົ່ງຂາຍຮອດ 5 ປະເທດ
ໂດຍ: ແສງຈັນ ຜະລິດຕະພັນຈາກສິນຄ້າກະສິກໍາ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນສໍາລັບຜູ້ຜະລິດ-ບໍລິໂພກ ເປັນສ່ວນໃຫຍ່ ຍ້ອນເຫັນໄດ້ເຖິງຄວາມສໍາຄັນ ພັກ,

ລັດ ຈຶ່ງມີນະໂຍບາຍເປີດກວ້າງຊຸກຍູ້, ສົ່ງເສີມໃຫ້ປວງຊົນລາວ ຜະລິດເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ, ປະກອບສ່ວນເຂົ້າໃນການປົກປັກຮັກສາ,ສ້າງສາພັດທະນາປະເທດລາວໃຫ້ຫຼຸດພົ້ນຈາກສະຖານະພາບເປັນປະເທດດ້ອຍພັດທະນາ.

ທ່ານນາງ ພອນທິບ ເພຍໄຊ ເຈົ້າຂອງແຈ່ວປາແດກແຊບ ແມ່ພອນທິບ ເມືອງທ່າແຂກ ແຂວງຄໍາມ່ວນ ໃຫ້ສໍາພາດຕໍ່ຜູ້ຂຽນ ທີ່ງານຜະລິດຕະພັນລາວ 2024 ທີ່ສູນການຄ້າ ລາວ-ໄອເຕັກ ວ່າ: ເບື້ອງຕົ້ນ ນໍາຜະລິດຕະພັນເຂົ້າມາວາງຂາຍ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ປະກອບມີ ແຈ່ວສູດດັ່ງເດີມ ແລະ ແຈ່ວໝາກແຂ່ນ. ຈາກນັ້ນ ໄດ້ຂະຫຍາຍຜະລິດຕະພັນອອກເລື້ອຍໆ ເພີື່ອຕອບສະໜອງກັບສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ມາເຖິງປັດຈຸບັນ ຜະລິດຕະພັນ ມີ 9 ຢ່າງ ຄື: ແຈ່ວປາແດກສູດດັ່ງເດີມ, ແຈ່ວໝາກແຂ່ນ, ແຈ່ວປາແດກຊົງເຄື່ອງ, ແຈ່ວປາແດກໜັງ, ແຈ່ງປາແດກດິບມີຕ່ອນ, ແຈ່ວຊີ້ນດາດ, ແຈ່ວຊີ້ນຈຸ່ມ, ແຈ່ວລູກຊີ້ນ, ແຈ່ວພັນປາ-ພັນໝ້ຽງ. ເລີ່ມຜະລິດທໍາອິດແມ່ນທ້າຍປີ 2018 ເປັນຕົ້ນມາ, ຜະລິດຕະພັນເປັນທີ່ຮູ້ຈັກຈາກສັງຄົມ ແມ່ນປີ 2019 ຈາກການເລີ່ມຕົ້ນມາເຖິງປັດຈຸບັນສາມາດເວົ້າໄດ້ວ່າ ການຂາຍແຈ່ວແມ່ນເປັນທີ່ພໍໃຈຫຼາຍ ຍ້ອນໄດ້ມີການຕອບຮັບຈາກສັງຄົມສະຶ ເໝີມາ, ແຈ່ວແຕ່ລະສູດ ແມ່ນໄດ້ຂາຍດີ.

ເຈົ້າຂອງແຈ່ວປາແດກແຊບ ແມ່ພອນທິບ ກ່າວຕື່ມວ່າ: ດີໃຈຫຼາຍທີ່ໄດ້ນໍາເອົາຜະລິດຕະພັນແຈ່ວປາແດກແຊບ ເຂົ້າມາຂາຍ ໃນງານຜະລິດຕະພັນລາວ 2024 ແມ່ນມີຄວາມສະດວກ, ສະບາຍຫຼາຍ ຍ້ອນວ່າ ການນໍາໄດ້ໃຫ້ການຊຸກຍູ້ ແລະ ສົ່ງເສີມ ໃຫ້ປວງຊົນລາວ ອອກແຮງງານຜະລິດເປັນສິນຄ້າ ຊົມໃຊ້ພາຍໃນ ແລະ ສົ່ງອອກຂາຍທັງພາຍໃນ ແລະ ຕ່າງປະເທດ. ໃນແຕ່ລະວັນ ຜະລິດແຈ່ວອອກຂາຍຢ່າງໜ້ອຍ 200 - 300 ກະປຸກ ຫຼື ວ່າຜະລິດຫຼາຍກວ່ານັ້ນ ຕາມການສັ່ງຈ່ອງຂອງລູກຄ້າ, ຜະລິດໃນແຕ່ລະວັນ ແມ່ນ 40 - 60 ກິໂລ. ຈໍາໜ່າຍທີ່ທ່າແຂກ 9 ສາຂາ, ຢູ່ທີ່ຊີພີ ຫຼັກ 20, ຊີພີປາກຊັນ, ຊີພີເຊໂນ, ຊີພີແຂວງວຽງຈັນ ທີ່ບ້ານວຽງຄໍາ, ຊີພີໂພນສີນວນ ນະຄອນຫຼວງວຽງຈັນ, ມີວາງຂາຍທີ່ມິນິມາກກ໊ອກໆ, ໂຊກໄຊ 12 ສາຂາ, ຊີພີ 7 ສາຂາ. ຄຽງຄູ່ກັບການສົ່ງຂາຍ ແລະ ເປັນທີ່ນິຍົມຂອງສັງຄົມລາວຢູ່ພາຍໃນປະເທດແລ້ວ ທີ່ຕ່າງປະເທດ ຍັງສັ່ງຈ່ອງຕື່ມອີກ ຄື: ໄທ, ຫວຽດນາມ, ອາເມຣິກາ, ຈີນ ແລະ ຝຣັ່ງ ມີທັງຂາຍແບບອັອບລາຍ ແລະ ແບບອອນລາຍ. ຜະລິດຕະພັນດັ່ງກ່າວ ຂາຍໃນລາຄາສົ່ງ ແລະ ຍ່ອຍ ລາຄາເລີ່ມຕົ້ນ 36 ພັນກີບ/ກ່ອງ (ສັ່ງ 20 ກ່ອງຂຶ້ນເມືອ), ລາຄາຂາຍຍ່ອຍ 45 ພັນກີບ/ກ່ອງ ແລະ ເພື່ອເປັນການສົ່ງເສີມ ການມີວຽກເຮັດງານທໍາຂອງຊາວສວນ ຈຶ່ງນໍາໃຊ້ວັດຖຸດິບ ໂດຍຊື້ນໍາປະຊາຊົນ ເມືອງຄູນຄໍາ, ໄດ້ເລືອກເອົາວັດຖຸດິບທີ່ດີ ຊຶ່ງໄດ້ແກ່ຫົວຜັກທຽມ, ຫົວຜັກບົວ, ໝາກເຜັດແຫ້ງໜ່ວຍທີ່ງາມ ເພື່ອຮັບປະກັນຄວາມສະອາດຕໍ່ຜູ້ບໍລິໂພກເປັນສໍາຄັນ.

ໃນແຜນການຕໍ່ໜ້າໃກ້ໆນີ້ ຈະເພີ່ມການຜະລິດ ແລະ ຂະຫຍາຍຜະລິດຕະພັນອອກໄປໃຫ້ໄດ້ເຖິງ 18 ແຂວງໃນຂອບເຂດທົ່ວປະເທດ ເພື່ອຄວາມສະດວກສະບາຍ ຂອງລູກຄ້າທຸກໆທ່ານໄດ້ເຂົ້າເຖິງ, ເຈົ້າຂອງແຈ່ວປາແດກແຊບ, ແມ່ພອນທິບ ກ່າວຕື່ມວ່າ: ເພື່ອຢາກໃຫ້ຜະລິດຕະພັນແຈ່ວທຸກສູດ ເກັບໄວ້ກິນດົນ ເມື່ອທ່ານເປີດຝາອອກ ຖ້າວ່າຈະກິນໃນປະລິມານເທົ່າໃດ ກໍຕັກອອກມາ ຫາກວ່າກິນບໍ່ໝົດ ກໍບໍ່ຄວນເອົາໄວ້ໃນກ່ອງຄືນເດັດຂາດ ຖ້າຫາກວ່າເອົາໄວ້ຄືນ ຈະເຮັດໃຫ້ແຈ່ວບູດໄວ. ຍ້ອນວ່າແຈ່ວທຸກສູດ ບໍ່ໄດ້ໃສ່ສານກັນບູດ. ຖ້າວ່າ ທ່ານໃດມີຄວາມສົນໃຈຢາກຊື້ໄປກິນ ຫຼື ຊື້ໄປຂາຍຍ່ອຍ ຕິດຕໍ່ທີ່ເບີ 020 55828699, 020 52707778, 030 5050729 ໃນໂມງລັດຖະການ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ