![]() |
ທ່ານ ສຸທາກອນ ສອນວິໄຊ ເຈົ້າຂອງຜະລິດຕະພັນແຈ່ວປາບໍ້າກຸງຕ້ອງລອງ (ຜະລິດຕະພັນ 1 ເມືອງ 1 ຜະລິດຕະພັນແຂວງຫົວພັນ) ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ແຈ່ວປາບໍ້າຊຳເໜືອເປັນອາຫານທີ່ເປັນເອກກະລັກຂຶ້ນຊື່ລື
ຊາຂອງແຂວງຫົວພັນ ໄດ້ສືບທອດກັນມາຕັ້ງແຕ່ຮຸ່ນປູ່ຍ່າຕາຍາຍ ແລະ ມາຮອດປັດຈຸບັນໃນຍຸກເສດຖະກິດ ຈຶ່ງໄດ້ລົງທຶນເຮັດແຈ່ວປາບໍ້າກຸ້ງຕ້ອງລອງມາຂາຍໃນທ້ອງຕະຫຼາດ ແລະ ໄດ້ກາຍເປັນແບນສິນຄ້າແຈ່ວປາບໍ້າມີກິ່ນເປັນເອກະລັກ, ລົດຊາດແຊບ ແລະ ມີກິ່ນຫອມໝາກມາດ, ຜະລິດຕະພັນນອກຈາກຂາຍຕາມທ້ອງຕະຫຼາດແລ້ວຍັງໄດ້ຂາຍທາງອອນລາຍຍິ່ງເຮັດໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະເທດຮັບຮູ້ກັນຢ່າງກວ້າງຂວາງ, ມາຮອດປັດຈຸບັນໄດ້ມີລາຍຮັບຈາກການຂາຍແຈ່ວປາບໍ້າ 300 ລ້ານກີບຕໍ່ເດືອນ. ໃນການຂາຍ, ນອກຈາກຂາຍຢູ່ພາຍໃນແລ້ວຍັງໄດ້ສົ່ງອອກຂາຍໄປປະເທດໃກ້ຄຽງເຊັ່ນ: ຫວຽດນາມ, ໄທ ແລະ ສປ ຈີນ
ທ່ານ ສຸທາກອນ ສອນວິໄຊ ໃຫ້ຮູ້ຕື່ມວ່າ: ໃນການເຮັດທຸລະກິດແຈ່ວປາບໍ້າຂາຍ ແມ່ນສືບທອດມາ ຈາກຜູ້ເປັນແມ່ ຊຶ່ງໃນເມື່ອກ່ອນຊື່ແບນແຈ່ວປາບໍ້ານາງ ໄມ ແລະ ໄດ້ມາປ່ຽນເປັນແຈ່ວປາບໍ້າ ກຸ້ງຕ້ອງລອງໂດຍ ໄດ້ເພີ່ມລົດຊາດທີ່ເຂັ້ມຂຸນກວ່າເກົ່າ ຊຶ່ງໄດ້ເລີ່ມໃນປີ 2022 ເປັນຕົ້ນມາ, ບ່ອນຜະລິດແຈ່ວແມ່ນຢູ່ເມືອງຊຳເໜືອ ແຂວງຫົວພັນ, ມີພະນັກງານ - ກຳມະກອນ 11 ຄົນ, ສຳລັບວັດຖຸດິບທີ່ຊື້ນຳເຂົ້າມາເຮັດແຈ່ວ ຫຼັກໆແມ່ນປາ, ໝາກເຜັດ, ຫົວກະທຽມ ຊື້ມາຈາກພາຍໃນແຂວງຫົວພັນ ແລະ ໃນຕໍ່ໜ້າຄາດວ່າຈະມີແຜນຂະຫຍາຍສົ່ງອອກຂາຍ ໄປຕ່າງປະເທດ ແຕ່ປັດຈຸບັນຍັງຊອກຕະຫຼາດ ຖ້າທາງພາກລັດ ຫຼື ເອກະຊົນ ແລະ ພາກສ່ວນຕ່າງໆໃຫ້ການສະ ໜັບສະໜູນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ການຮ່ວມມື ໃນການນຳເອົາຜະລິດຕະພັນໄປເຜີຍແຜ່ ໃຫ້ກວ້າງຂວາງ ແລະ ໃຫ້ຄຳແນະນຳໃນການຜະລິດ ແລະ ປັບປຸງແນວໃດ ເພື່ອສາມາດເອົາໄປຂາຍຢູ່ຕ່າງປະເທດ ໄດ້ກໍຍິນດີໃຫ້ການຮ່ວມມື, ປັດຈຸບັນຜະລິດຕະພັນທີ່ຫຸ້ມຫໍ່ຂາຍລວມມີ 4 ຂະໜາດຄື: ຂະໜາດ 1 ຂີດ ລາຄາຂາຍ 30,000 ກີບ, 2 ຂີດ 60,000 ກີບ, 500 ກຣາມ 125,000 ກີບ ແລະ 1 ກິໂລ 250,000 ກີບ, ມີວາງຂາຍຢູ່ ຕະຫຼາດເມືອງຊຳເໝືອ ແຂວງຫົວພັນ ແລະ ຂາຍທາງອອນລາຍ, ນອກນັ້ນຍັງມີວາງຂາຍໃນຫ້າງໃຫຍ່ໆ ຢູ່ນະຄອນຫຼວງວຽງຈັນ ເຊັ່ນ: ບິກຊີ ດ້ານໜ້າສູນການຄ້າລາວ-ໄອເຕັກ ແລະ ອີກ 73 ສາຂາພາຍໃນ ນະຄອນຫຼວງວຽງຈັນ ແລະ ຢູ່ເມືຶອງວັງ ວຽງ ແຂວງວຽງຈັນ ຕື່ມອີກ, ລົດຊາດຂອງແຈ່ວຈະບໍ່ມີລົດຫວານ ແລະ ທີ່ເປັນເອກະລັກສຳຄັນຂອງແຈ່ວແມ່ນ ມີກິນຫອມໝາກມາດທີ່ຊວນໃຫ້ຍາກກິນ. ສະນັ້ນ, ຖ້າຫາກພາກສ່ວນໃດ ຍາກເປັນຕົວແທນກໍສາມາດຕິດຕໍ່ພົວພັນ ໄດ້ທີ່ເບີໂທ 020 55714447, 020 57395412.
ທ່ານ ສຸທາກອນ ສອນວິໄຊ ໄດ້ເວົ້າຈາກໃຈວ່າ: ໃນການເຮັດທຸລະກິດແຈ່ວປາບໍ້າຂາຍມາຮອດປັດຈຸບັນ ແມ່ນມີຄວາມພາກພູມໃຈ ແລະ ສົມກັບຄວາມຕັ້ງໃຈທີ່ໄດ້ລົງມືເຮັດ ເພາະສາມາດເຮັດໃຫ້ເສດຖະກິດຄອບຄົວນັບ ມື້ີດີຂຶ້ນເປັນກ້າວໆ ແລະ ເຮັດໃຫ້ຄອບຄົວມີຄວາມອົບອຸ່ນ, ໃນນັ້ນຍັງມີທຶນສະສົມສົ່ງນ້ອງໄດ້ສຶກສາຮໍ່າຮຽນ ແລະ ສາມາດໃຊ້ຈ່າຍພາຍໃນຄອບຄົວນັບມື້ດີຂຶ້ນຢ່າງຕໍ່ເນື່ອງ,

ຄໍາເຫັນ