ຂ່າວລະບຸວ່າ: ໃນຖານະທີ່ເປັນລະບົບນຳທາງດ້ວຍດາວທຽມທົ່ວໂລກທີ່ມີການກໍ່ສ້າງສົມບູນແບບ, ມີສະມັດຖະນະທີ່ຄົບຖ້ວນ ແລະ ມີປະສິດທິພາບທີ່ດີເດັ່ນ. ປັດຈຸບັນ, ລະບົບນຳທາງດ້ວຍດາວທຽມ “ເປີຍໂຕວ” ມີດາວທຽມ 50 ດວງກຳລັງດຳເນີນງານຢູ່ຕາມວົງໂຄຈອນ, ຄວາມຖືກຕ້ອງແມ່ນຢຳຂອງສັນຍານທາງພື້ນທີ່ນ້ອຍກວ່າ 2 ແມັດ ແລະ ສາມາດໃຫ້ບໍລິການກຳນົດທີ່ຕັ້ງທີ່ມີຄວາມແມ່ນຢຳສູງໃນຂອບເຂດ 10 ແມັດແກ່ລູກຄ້າໃນທົ່ວໂລກ ຊຶ່ງໄດ້ເຊື່ອມໂຍງເຂົ້າໃນການພັດທະນາເສດຖະກິດສັງຄົມແຫ່ງຊາດຢ່າງເລິກເຊິ່ງ ແລະ ກາຍເປັນວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າເພື່ອຮັບໃຊ້ຊີວິດຂອງປະຊາຊົນ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ