ຂ່າວລະບຸວ່າ: ໃນຖານະທີ່ເປັນລະບົບນຳທາງດ້ວຍດາວທຽມທົ່ວໂລກທີ່ມີການກໍ່ສ້າງສົມບູນແບບ, ມີສະມັດຖະນະທີ່ຄົບຖ້ວນ ແລະ ມີປະສິດທິພາບທີ່ດີເດັ່ນ. ປັດຈຸບັນ, ລະບົບນຳທາງດ້ວຍດາວທຽມ “ເປີຍໂຕວ” ມີດາວທຽມ 50 ດວງກຳລັງດຳເນີນງານຢູ່ຕາມວົງໂຄຈອນ, ຄວາມຖືກຕ້ອງແມ່ນຢຳຂອງສັນຍານທາງພື້ນທີ່ນ້ອຍກວ່າ 2 ແມັດ ແລະ ສາມາດໃຫ້ບໍລິການກຳນົດທີ່ຕັ້ງທີ່ມີຄວາມແມ່ນຢຳສູງໃນຂອບເຂດ 10 ແມັດແກ່ລູກຄ້າໃນທົ່ວໂລກ ຊຶ່ງໄດ້ເຊື່ອມໂຍງເຂົ້າໃນການພັດທະນາເສດຖະກິດສັງຄົມແຫ່ງຊາດຢ່າງເລິກເຊິ່ງ ແລະ ກາຍເປັນວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າເພື່ອຮັບໃຊ້ຊີວິດຂອງປະຊາຊົນ.
ສືບທອດນ້ຳໃຈເພື່ອປະຊາຊົນຈາກພໍ່
ວັນທີ 14 ກັນຍາ 2021, ຢູ່ຫ້ອງວາງສະແດງຂອງອະນຸສອນສະຖານຄະນະພັກເຂດສຸຍເຕີທີ່ນະຄອນຢວີລິນແຂວງສ້ານຊີ່ຊຶ່ງເປັນບ່ອນເຮັດວຽກໃນສະໄໝປະຕິວັດຂອງທ່ານສີຈົ້ງຊຸ່ນພໍ່ຂອງທ່ານສີຈິ້ນຜິງ, ທ່ານສີຈິ້ນຜິງ ໄດ້ອ່ານໂຕໜັງສືແຖວໜຶ່ງທີ່ສະດຸດຕາດ້ວຍສຽງຄ່ອຍວ່າ:“ນັ່ງຢູ່ຂ້າງປະຊາຊົນຢ່າງຊື່ຕົງ”.
ຄໍາເຫັນ