ຂ່າວລະບຸວ່າ: ເພື່ອເພີ່ມທະວີປະສິດທິຜົນຮ່ວມສຳພັນຂອງຊັບພະຍາກອນຢູ່ຕະຫຼາດພາຍໃນ ແລະ ສາກົນ, ເປີດກວ້າງການສະໜອງສິນຄ້າທີ່ມີຄຸນນະພາບສູງ, ປີ 2026, ຈີນຈະປະຕິບັດອັດຕາພາສີຊົ່ວຄາວທີ່ຕ່ຳກວ່າອັດຕາພາສີຂອງປະເທດທີ່ໄດ້ຮັບສິດທິພິເສດດ້ານພາສີສູງສຸດຕໍ່ສິນຄ້ານຳເຂົ້າ 935 ຊະນິດ. ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າກັບປະເທດດ້ອຍພັດທະນາ ແລະ ຊ່ວຍເຫຼືອການພັດທະນາຂອງປະເທດເຫຼົ່ານີ້.
ປີ 2026, ຈີນຈະສືບຕໍ່ປະຕິບັດການປອດພາສີ 100% ຕໍ່ຜະລິດຕະພັນຈາກ 43 ປະເທດດ້ອຍພັດທະນາທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດກັບຈີນ; ອີງຕາມສັນຍາການຄ້າອາຊີ-ປາຊີຟິກ ແລະ ສັນຍາລະຫວ່າງຈີນ ກັບ ລັດຖະບານປະເທດສະມາຊິກອາຊຽນ, ຈີນຈະສືບຕໍ່ໃຫ້ສິດທິພິເສດດ້ານພາສີແກ່ສິນຄ້າຈຳນວນໜຶ່ງທີ່ນຳເຂົ້າຈາກລາວ, ກຳປູເຈຍ, ມຽນມາ ແລະ ບັງກລາເທດ.
ຄໍາເຫັນ