ຂ່າວລະບຸວ່າ: ໃນດ້ານການສະໜັບສະໜູນນະໂຍບາຍ, ອົງການທີ່ກ່ຽວຂ້ອງຈະເປີດນະໂຍບາຍການຂໍຖອນຄືນພາສີສຳລັບນັກທ່ອງທ່ຽວໃນເວລາອອກຈາກຈີນສະບັບ 2.0 ທີ່ປັບປຸງໃໝ່ ເພື່ອເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດສາມາດຊື້ສິນຄ້າຢູ່ຈີນດ້ວຍລາຄາຖືກກວ່າເກົ່າ ແລະ ມີຄວາມສະດວກກວ່າເກົ່າ. ນອກຈາກນີ້, ຈີນຍັງຈະຈັດກິດຈະກຳສຳຄັນ 20 ກວ່າຄັ້ງ ເຊັ່ນ: ລະດູການບໍລິໂພກສາກົນ, ເດືອນບໍລິໂພກສິນຄ້າດີເດັ່ນ ແລະ ອື່ນໆ, ຈັດກິດຈະກຳ “ຊື້ສິນຄ້າຢູ່ຈີນ” ສະເພາະຕົວເມືອງ ແລະ ທ້ອງຖິ່ນຕ່າງໆ, ຊີ້ນຳທ້ອງຖິ່ນຕ່າງໆປະສານສົມທົບລະຫວ່າງຊັບພະຍາກອນທີ່ກ່ຽວຂ້ອງກັບການຄ້າ, ການທ່ອງທ່ຽວ, ວັດທະນະທຳ, ກິລາ, ສຸຂະພາບ ແລະ ອື່ນໆ ເພື່ອຕອບສະໜອງຄວາມຕ້ອງການຂອງການບໍລິໂພກທີ່ຫຼາກຫຼາຍ.
ຄໍາເຫັນ