ຈີນ ຈະຊຸກຍູ້ການຮ່ວມມື ແລະ ການພັດທະນາວິທະຍາສາດເຕັກໂນໂລຊີຂອງໂລກ
ຂ່າວສານຊີອາໄອລາຍງານໃນວັນທີ 29 ມີນາ ຜ່ານມາວ່າ: ກອງປະຊຸມເວທີປຶກສາຫາລືຈົ່ງກວນຊຸ່ນປະຈຳປີ 2026 ພາຍໃຕ້ຫົວຂໍ້ “ການເຊືີ່ອມໂຍງເຂົ້າກັນຢ່າງເລິກເຊິ່ງລະຫວ່າງການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງດ້ານອຸດສາຫະກຳ” ທີ່ກຳລັງຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ຂອງຈີນ, ໂດຍມີແຂກເຂົ້າຮ່ວມຫຼາຍກວ່າ 1.000 ຄົນ ທີ່ມາຈາກ 100 ກວ່າປະເທດ ແລະ ເຂດແຄວ້ນ ໄດ້ຮ່ວມກັນປຶກສາຫາລືຫົວຂໍ້ຕ່າງໆກ່ຽວກັບການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ການປະດິດສ້າງດ້ານອຸດສາຫະກຳ, ການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີໃນລະດັບສູງຂອງຈີນ ແລະ ອື່ນໆ.
ຜົນງານທີ່ທັນສະໄໝຫຼາຍກວ່າ 500 ລາຍການໃນຂົງເຂດປັນຍາປະດິດປະສານກາຍະພາບ, ອຸດສາຫະກຳການຜະລິດອັດສະລິຍະ, ການແພດຊີວະພາບ ແລະ ອື່ນໆ ໄດ້ຖືກນໍາມາວາງສະແດງຢູ່ສະຖານທີ່ຈັດກອງປະຊຸມໃນປີນີ້ ຊຶ່ງໄດ້ສະແດງໃຫ້ເຫັນເຖິງຜົນງານຫຼ້າສຸດທາງດ້ານວິທະຍາສາດເຕັກໂນໂລຊີ ແລະ ຜົນສຳເລັດທີ່ທັນສະໄໝທາງດ້ານກຳລັງການຜະລິດໃນຄຸນນະພາບໃໝ່ຂອງຈີນ.
ໃນໄລຍະກອງປະຊຸມປີນີ້, ໂດຍປິ່ນອ້ອມຫົວຂໍ້ການບໍລິຫານວິທະຍາສາດເຕັກໂນໂລຊີທົ່ວໂລກ, ການຄົ້ນຄວ້າຂັ້ນພື້ນຖານກັບວິທະຍາສາດເຕັກໂນໂລຊີທີ່ທັນສະໄໝ ແລະ ການປະດິດສ້າງດ້ານນິເວດ ແລະ ອື່ນໆ ຈະຈັດກອງປະຊຸມເວທີປຶກສາຫາລືທີ່ກ່ຽວຂ້ອງ 60 ຄັ້ງ ແລະ ໃນນັ້ນມີ 21 ຄັ້ງຈະຈັດຂຶ້ນເປັນຄັ້ງທຳອິດ.
ຄໍາເຫັນ