ຂ່າວລະບຸວ່າ: ປັດຈຸບັນ, ຄຽງຄູ່ກັບປະສິດທິພາບການຜະລິດຂອງວິສາຫະກິດຕໍ່ເຮືອສືບຕໍ່ຍົກສູງຂຶ້ນ, ຈີນໃຊ້ເວລາພຽງປະມານ 1 ປີເທົ່ານັ້ນ ກໍສາມາດຜະລິດກຳປັ່ນບັນທຸກນ້ຳມັນຂະໜາດໃຫຍ່ພິເສດໄດ້ໜຶ່ງລຳ ນັບຕັ້ງແຕ່ເລີ່ມຕົ້ນການຜະລິດຈົນເຖິງການສົ່ງມອບ. ປັດຈຸບັນ, ເຕັກໂນໂລຊີສຳຄັນຕົ້ນຕໍໃນການຜະລິດກຳປັ່ນບັນທຸກນ້ຳມັນຂອງຈີນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ຈີນໄດ້ຄອບຄອງເຕັກໂນໂລຊີພະລັງແຮງສອງເຊື້ອໄຟ ເປັນຕົ້ນ: ເມຕາໂນລ ແລະ ແອມໂມເນຍແຫຼວ. ວິສາຫະກິດຕໍ່ເຮືອຂອງຈີນທີ່ໄດ້ຄອບຄອງເຕັກໂນໂລຊີທີ່ກ້າວໜ້າ ແລະ ມີການວິເຄາະຕະຫຼາດທີ່ຖືກຕ້ອງ ໄດ້ຮັບໃບຈອງຊື້ກຳປັ່ນບັນທຸກນ້ຳມັນຢ່າງຫຼວງຫຼາຍ.
ໂຕເລກສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ: ໃນໄຕມາດທຳອິດຂອງປີນີ້, ຈີນໄດ້ຮັບໃບຈອງຊື້ກຳປັ່ນບັນທຸກນ້ຳມັນຂະໜາດໃຫຍ່ພິເສດ 67 ລຳ ກວມເອົາ 92% ຂອງຕະຫຼາດທົ່ວໂລກ, ເວລາການຜະລິດຂອງໂຮງງານຕໍ່ເຮືອທີ່ກ່ຽວຂ້ອງໄດ້ຖືກກຳນົດໄວ້ຈົນເຖິງປີ 2030.
ຄໍາເຫັນ