ຈີນ ແລະ ປະເທດຄູ່ຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ” ຍົກສູງການຮ່ວມມືດ້ານກະສິກໍາ
ຂ່າວສານຊີອາໄອລາຍງານວ່າ: ງານຕະຫຼາດນັດຜະລິດຕະພັນກະສິກຳສາກົນຈີນ ຄັ້ງທີ 22 ໄດ້ຈັດຂຶ້ນຢູ່ນະຄອນທຽນສິນຂອງຈີນ ຫວ່າງມໍ່ໆມານີ້.
ຂ່າວລະບຸວ່າ: ຫໍວາງສະແດງສາກົນຂອງງານຕະຫຼາດນັດຄັ້ງນີ້ໄດ້ເຕົ້າໂຮມ 66 ວິສາຫະກິດ ທີ່ມາຈາກ 19 ປະເທດ ແລະ ເຂດແຄວ້ນຂອງ 5 ທະວີບ ຊຶ່ງລວມມີໄທ, ບຣາຊິນ, ອີຕາລີ, ມາເລເຊຍ, ນູແວນເຊລັງ, ອູກັນດາ ແລະ ປະເທດອື່ນໆ, ໂດຍໄດ້ສະແດງໃຫ້ເຫັນເຖິງຜົນງານການຮ່ວມມືດ້ານກະສິກຳລະຫວ່າງປະເທດຄູ່ຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ”.
ຊຸມປີມໍ່ໆມານີ້, ຈີນໄດ້ຕັ້ງໜ້າເຂົ້າຮ່ວມການຄຸ້ມຄອງບໍລິຫານສະບຽງອາຫານ ແລະ ກະສິກຳສາກົນ ຊຶ່ງໄດ້ຮ່ວມກັບປະເທດທີ່ກ່ຽວຂ້ອງປະກາດວິໄສທັດ ແລະ ເຄື່ອນໄຫວຊຸກຍູ້ການຮ່ວມມືດ້ານກະສິກຳພາຍໃຕ້ຂອບຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ”, ມີເກືອບ 90 ປະເທດຄູ່ຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ອົງການຈັດຕັ້ງສາກົນໄດ້ລົງນາມເອກະສານຮ່ວມມືດ້ານກະສິກຳ ແລະ ການປະມົງຈຳນວນ 100 ກວ່າສະບັບ ຊຶ່ງໄດ້ຊຸກຍູ້ການພັດທະນະກະສິກຳແບບທັນສະໄໝ ແລະ ສ້າງລາຍຮັບເພີ່ມໃຫ້ແກ່ຊາວກະສິກອນຂອງປະເທດຄູ່ຮ່ວມ “ໜຶ່ງແລວໜຶ່ງເສັ້ນທາງ”.
ຄໍາເຫັນ