ຈີນ​ ມີ​ຜະ​ລິດ​ຕະ​ພັນ​ຫຸ່ນ​ຍົນ​ກວມ​ເອົາ​ຫຼາຍກວ່າເຄິ່ງ​ໜຶ່ງ​ຂອງ​ໂລກ

ຈີນ​ ມີ​ຜະ​ລິດ​ຕະ​ພັນ​ຫຸ່ນ​ຍົນ​ກວມ​ເອົາ​ຫຼາຍກວ່າເຄິ່ງ​ໜຶ່ງ​ຂອງ​ໂລກ

ຈີນ​ ມີ​ຜະ​ລິດ​ຕະ​ພັນ​ຫຸ່ນ​ຍົນ​ກວມ​ເອົາ​ຫຼາຍກວ່າເຄິ່ງ​ໜຶ່ງ​ຂອງ​ໂລກ
ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 20 ກໍ​ລະ​ກົດຜ່ານມາ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຈີນ ​ໄດ້​ເຜີຍ​ແຜ່​ຂໍ້​ມູນ​ໃຫ້​ຮູ້​ວ່າ, ໃນ 6 ເດືອນ​ຕົ້ນ​ປີ​ນີ້, ມີ​ຫຼາຍ​ອຸດ​ສາ​ຫະ​ກຳ​ທີ່​ມີ​ຄວາມ​ໄດ້​ປຽບ​ທາງ​ດ້ານ​ການ​ແຂ່ງ​ຂັນ​ກັບ​ສາ​ກົນ​, ໄດ້​ເລັ່ງ​ລັດ​ພັດ​ທະ​ນາ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ.

ຂ່າວລະບຸວ່າ: ໃນດ້ານຫຸ່ນຍົນອັດສະລິຍະ, ໂດຍສະເພາະຫຸ່ນຍົນສີ່ຂາທີ່ຈີນຄົ້ນຄວ້າພັດທະນາຂຶ້ນມາໄດ້ກວມເອົາເກືອບ 70% ຂອງຍອດປະລິມານການຈຳໜ່າຍທົ່ວໂລກ, ສ່ວນຈຳນວນຜະລິດຕະພັນຫຸ່ນຍົນມະນຸດສຳເລັດຮູບບັນລຸຫຼາຍກວ່າ 400 ລາຍການ, ກວມເອົາຫຼາຍກວ່າເຄິ່ງຂອງໂລກ.

ໃນຂົງເຂດປັນຍາປະດິດ, ເຊມີຄອນດັກເຕີ, ພະລັງງານໃໝ່, ຢາຊີວະພາບ ແລະ ຂົງເຂດອື່ນໆ, ໄດ້ເກີດມີວິສາຫະກິດຢູນິຄອນລະດັບໂລກຫຼາຍແຫ່ງ, ໂດຍໄດ້ຕັ້ງໜ້າປະກອບສ່ວນແຜນການຂອງຈີນເຂົ້າໃນການຄົ້ນຄວ້າ ແລະ ສ້າງມາດຕະຖານສາກົນ, ການບໍລິຫານອຸດສາຫະກຳ ແລະ ອື່ນໆ.

ຄໍາເຫັນ

ຂ່າວຕ່າງປະເທດ

ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ຫວຽດນາມ ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ກອງບັນຊາການນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ນັບແຕ່ວັນທີ 23 ມິຖຸນາ ມາຮອດປັດຈຸບັນ, ບັນດາກຳລັງປະຕິບັດໜ້າທີ່ຄົ້ນຫາ, ທ້ອນໂຮມ ອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຢັ້ງຢືນຊື່ ແລະ ນາມສະກຸນນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສວນສາທາລະນະ ເລທິຣຽງ ຕາແສງຮວ່າຮຶງ ນະຄອນໂຮ່ຈິມິນ ໄດ້ພົບເຫັນ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 256 ອັດຖິ.
ການສົ່ງອອກລົດຂອງຈີນ ສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນ

ການສົ່ງອອກລົດຂອງຈີນ ສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນ

ວິທະຍຸ,ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 13 ສິງຫານີ້ວ່າ: ແຫຼ່ງຂ່າວຈາກສະມາຄົມອຸດສາຫະກຳລົດຈີນໃຫ້ຮູ້ໃນວັນທີ 12 ສິງຫາ ຜ່ານມາວ່າ, ການສົ່ງອອກລົດຂອງຈີນຍັງສືບຕໍ່ຮັກສາທ່າອຽງເພີ່ມຂຶ້ນຢ່າງແຂງແຮງ, ສະເພາະເດືອນກໍລະກົດຜ່ານມາ ໄດ້ສົ່ງອອກລົດຫຼາຍກວ່າ 1.04 ລ້ານຄັນ, ເພີ່ມຂຶ້ນ 81.3% ເມື່ອທຽບໃສ່ເດືອນກໍລະກົດປີກາຍ. ໃນນັ້ນ, ລົດໃຊ້ພະລັງງານໃໝ່ມີເຖິງ 553,000 ກວ່າຄັນ, ເພີ່ມຂຶ້ນ 145.5%.
ຄື້ນຄວາມຮ້ອນໃນທະເລ ກຳລັັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດ

ຄື້ນຄວາມຮ້ອນໃນທະເລ ກຳລັັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ການຄົ້ນຄວ້າໃໝ່ທີ່ດຳເນີນຮ່ວມກັນໂດຍມະຫາວິທະຍາໄລ Adelaide ຂອງອົສຕຣາລີ ແລະ ມະຫາວິທະຍາໄລຮ່ອງກົງ (ຈີນ) ເປີດເຜີຍວ່າ, ຄື້ນຄວາມຮ້ອນໃນມະຫາສະໝຸດກຳລັງກາຍເປັນໄພຂົ່ມຂູ່ທີ່ເພີ່ມຂຶ້ນຕໍ່ສຸຂະພາບຂອງມະນຸດ, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ປະກາລັງທີ່ກຳລັງຈະສູນພັນ ຫຼື ປະລິມານສັດນໍ້າທີ່ຫຼຸດລົງເທົ່ານັ້ນ. ໂດຍທີມນັກຄົ້ນຄວ້າກຳລັງຮຽກຮ້ອງໃຫ້ຄື້ນຄວາມຮ້ອນໃນມະຫາສະໝຸດເປັນບັນຫາສາທາລະນະສຸກທີ່ສຳຄັນ, ໂດຍເຕືອນບໍ່ໃຫ້ມອງຂ້າມຜົນກະທົບຂອງມັນຕໍ່ມະນຸດເຖິງວ່າຈະມີຫຼັກຖານທີ່ເພີ່ມຂຶ້ນຂອງຜົນກະທົບຢ່າງກວ້າງຂວາງ.
ໂລກປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ

ໂລກປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ສິງຫາ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາໂລກ (WMO) ອ້າງອີງຂໍ້ມູນຈາກອົງການຕິດຕາມກວດກາການປ່ຽນແປງສະພາບອາກາດ Copernicus (C3S) ລາຍງານວ່າ, ໂລກໄດ້ປະສົບກັບເດືອນກໍລະກົດທີ່ຮ້ອນທີ່ສຸດເປັນອັນດັບສອງເທົ່າທີ່ເຄີຍມີມາ. ອຸນຫະພູມພື້ນຜິວໂລກໂດຍສະເລ່ຍໃນເດືອນກໍລະກົດສູງກວ່າ 1.47 ອົງສາ ເມື່ອທຽບກັບຄ່າສະເລ່ຍກ່ອນຍຸກອຸດສາຫະກຳໃນປີ 1850-1900, ຍ້ອນວ່າພື້ນທີ່ສ່ວນໃຫຍ່ຂອງຊີກໂລກເໜືອໄດ້ປະສົບກັບຄື້ນຄວາມຮ້ອນທີ່ຮຸນແຮງ, ໄພແຫ້ງແລ້ງທີ່ຍາວນານ ແລະ ໄຟໄໝ້ປ່າ, ໃນຂະນະທີ່ພາກພື້ນອື່ນໆມີຝົນຕົກໜັກ ແລະ ນໍ້າຖ້ວມ.
ດັດຊະນີລາຄາຜູ້ບໍລິໂພກຂອງຍີ່ປຸ່ນ ໃນເດືອນກໍລະກົດ ຫຼຸດລົງເຫຼືອ 7.2%

ດັດຊະນີລາຄາຜູ້ບໍລິໂພກຂອງຍີ່ປຸ່ນ ໃນເດືອນກໍລະກົດ ຫຼຸດລົງເຫຼືອ 7.2%

ຂ່າວຕ່າງປະເທດລາຍງານວ່າ: ເຈົ້າໜ້າທີ່ຍີ່ປຸ່ນໄດ້ເປີດເຜີຍຂໍ້ມູນໃນວັນທີ 13 ສິງຫາ ນີ້ວ່າ, ດັດຊະນີລາຄາຜູ້ຜະລິດ (PPI) ຂອງຍີ່ປຸ່ນ ຊຶ່ງເປັນມາດຕະການວັດແທກຕົ້ນທຶນສິນຄ້າຢູ່ໜ້າໂຮງງານ, ໄດ້ເພີ່ມຂຶ້ນ 7.2% ໃນເດືອນກໍລະກົດ ເມື່ອທຽບກັບປີກ່ອນ ຊຶ່ງຫຼຸດລົງເລັກນ້ອຍຈາກລະດັບ 7.3% ໃນເດືອນມິຖຸນາ ແລະ ຕໍ່າກວ່າຄວາມຄາດຫວັງຂອງນັກວິເຄາະ ທີ່ 7.4%.
ຫວຽດນາມ ເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນອາຊຽນ

ຫວຽດນາມ ເສົາຄ້ຳຍຸດທະສາດໃນ 5 ພື້ນຖານເສດຖະກິດດີເດັ່ນອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 13 ສິງຫາ ຜ່ານມາວ່າ: ດ້ວຍຂອບຂະໜາດ, ພື້ນຖານອຸດສາຫະກຳ, ໂຄງປະກອບປະຊາກອນ ແລະ ຕະຫຼາດບໍລິໂພກ ນັບມື້ນັບເປີດກວ້າງ, 5 ພື້ນຖານເສດຖະກິດ ລວມມີ: ມາເລເຊຍ, ອິນໂດເນເຊຍ, ໄທ, ຫວຽດນາມ ແລະ ຟີລິບປິນ ພວມກຳນົດຖານະບົດບາດຢູ່ອາຊີຕາເວັນອອກສ່ຽງໃຕ້ໃນແຜນທີ່ທຶນທົ່ວໂລກກໍຄືວົງຈອນເຕີບໂຕຕໍ່ໄປຂອງອາຊຽນ. ໃນນັ້ນ, ຫວຽດນາມ ພົ້ນເດັ່ນຂຶ້ນຄືໜຶ່ງໃນບັນດາກຳລັງໜູນຢ່າງແຮງທີ່ສຸດໃນການເຕີບໂຕເສດຖະກິດ. ໂດຍໄດ້ຮັບການຕີລາຄາຂອງນັກເສດຖະກິດທົ່ວໂລກ.
ສິງກະໂປ ຍົກການຄາດຄະເນການເຕີບໂຕທາງເສດຖະກິດ ຂຶ້ນເປັນ 4.5-5.5%

ສິງກະໂປ ຍົກການຄາດຄະເນການເຕີບໂຕທາງເສດຖະກິດ ຂຶ້ນເປັນ 4.5-5.5%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາຜ່ານມາວ່າ: ກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປໄດ້ປັບປຸງການຄາດຄະເນການເຕີບໂຕທາງເສດຖະກິດປີ 2026 ຂຶ້ນຈາກ 2-4% ເປັນ 4.5-5.5%, ໂດຍອີງໃສ່ຜົນການດຳເນີນງານທີ່ດີກ່ວາທີ່ຄາດໄວ້ໃນເດືອນມັງກອນ-ມິຖຸນາ 2026, ທ່າອ່ຽງສະຖານະການທີ່ີດີຂຶ້ນໃນໄລຍະທີ່ເຫຼືອຂອງປີນີ້ ຍັງສະທ້ອນໃຫ້ເຫັນເຖິງປະລິມານທຶນທີ່ໃຊ້ຈ່າຍກ່ຽວຂ້ອງກັບປັນຍາປະດິດ (AI) ທົ່ວໂລກເພີ່ມຂຶ້ນຢ່າງໄວວາ.
ຄົ້ນພົບຄວາມງາມຢ່າງໜ້າອັດສະຈັນຂອງເມືອງ Yichun ທາງພາກກາງຂອງຈີນ ໂດຍຜ່ານການທ່ອງທ່ຽວ

ຄົ້ນພົບຄວາມງາມຢ່າງໜ້າອັດສະຈັນຂອງເມືອງ Yichun ທາງພາກກາງຂອງຈີນ ໂດຍຜ່ານການທ່ອງທ່ຽວ

ໃນແຂວງຈຽງຊີ, ເມື່ອບໍ່ດົນມານີ້ ໄດ້ມີກຸ່ມນັກສຶກສາຕ່າງປະເທດຈາກ 11 ປະເທດໄປທ່ຽວຊົມເມືອງYichunເພື່ອສຳຜັດກັບມໍລະດົກທາງທຳມະຊາດ ແລະ ວັດທະນະທຳທີ່ຫຼາກຫຼາຍ ເຮັດໃຫ້ເຂົາເຈົ້າເຂົ້າໃຈທ້ອງຖິ່ນໄດ້ດີຂຶ້ນ.
ອັງກິດ ປະເຊີນກັບໄພແຫ້ງແລ້ງຮຸນແຮງ

ອັງກິດ ປະເຊີນກັບໄພແຫ້ງແລ້ງຮຸນແຮງ

ຂ່າວຕ່າງປະເທດລາຍງານໃນວັນທີ 11 ສິງຫາ ຜ່ານມາວ່າ: ກຸ່ມໄພແຫ້ງແລ້ງແຫ່ງຊາດຂອງອັງກິດ (NDG) ໄດ້ອອກຄຳເຕືອນໃນວັນທີ 10 ສິງຫາ ຜ່ານມາວ່າ: ພື້ນທີ່ເກືອບສາມສ່ວນສີ່ຂອງອັງກິດກຳລັງປະເຊີນກັບສະພາບໄພແຫ້ງແລ້ງ ຫຼັງຈາກສະຖານະການຮ້າຍແຮງຂຶ້ນຍ້ອນສະພາບອາກາດແຫ້ງແລ້ງໃນຕົ້ນເດືອນສິງຫາ.
ຍອດເກີນດຸນການຄ້າສາກົນຂອງຣັດ ເພີ່ມຂຶ້ນ 14% ໃນເຄິ່ງທຳອິດຂອງປີນີ້

ຍອດເກີນດຸນການຄ້າສາກົນຂອງຣັດ ເພີ່ມຂຶ້ນ 14% ໃນເຄິ່ງທຳອິດຂອງປີນີ້

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 11 ສິງຫາຜ່ານມາວ່າ: ສຳນັກງານພາສີຂອງຣັດເຊຍໄດ້ລາຍງານວ່າ, ຍອດເກີນດຸນການຄ້າສາກົນຂອງຣັດເຊຍໃນໄລຍະເດືອນມັງກອນ-ມິຖຸນາ 2026 ແມ່ນ 73.4 ຕື້ໂດລາ, ເພີ່ມຂຶ້ນປະມານ 14% ເມື່ອທຽບກັບປີກ່ອນ.
ເພີ່ມເຕີມ