​​ຈີນ​ ມີ​ສ່ວນ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊັມ​ໂລກ ​​ທີ່ອາ​ເມ​ຣິ​ກາ-ແມັກ​ຊິກ - ກາ​ນາ​ດາ ​ເປັນ​ເຈົ້າ​ພາບ

​​ຈີນ​ ມີ​ສ່ວນ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊັມ​ໂລກ ​​ທີ່ອາ​ເມ​ຣິ​ກາ-ແມັກ​ຊິກ - ກາ​ນາ​ດາ ​ເປັນ​ເຈົ້າ​ພາບ

​​ຈີນ​ ມີ​ສ່ວນ​ຮ່ວມ​ໃນ​ງານ​ແຂ່ງ​ຂັນ​ບານ​ເຕະ​ຊີງ​ແຊັມ​ໂລກ ​​ທີ່ອາ​ເມ​ຣິ​ກາ-ແມັກ​ຊິກ - ກາ​ນາ​ດາ ​ເປັນ​ເຈົ້າ​ພາບ
ງານແຂ່ງຂັນບານເຕະຊີງແຊັມໂລກປີ 2026 ທີ່ອາເມຣິກາ-ແມັກຊິກ-ການາດາຮ່ວມກັນເປັນເຈົ້າພາບໄດ້ເລີ່ມຂຶ້ນຢ່າງເປັນທາງການໃນວັນທີ 11 ມິຖຸນາ ຜ່ານມານີ້. ເຖິງວ່າທີມຊາດຈີນບໍ່ໄດ້ເຂົ້າຮ່ວມການແຂ່ງຂັນ, ແຕ່ຈີນໄດ້ມີສ່ວນຮ່ວມໃນຫຼາຍຂົງເຂດຂອງການແຂ່ງຂັນຄັ້ງນີ້ຢ່າງຮອບດ້ານ, ຈາກການສະໜັບສະໜູນ ຫຼື ເປັນສະປອນເຊີຍີ່ຫໍ້ຕ່າງໆ, ເຕັກໂນໂລຊີສຳຄັນຮອດວັດທະນະທຳທີ່ທັນສະໄໝ, ຈີນໄດ້ມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ເລິກເຊິ່ງ ຊຶ່ງມີຫຼາຍກວ່າຄວາມຮັບຮູ້ຂອງຄົນທົ່ວໄປ.
​​ຈນ​ ມ​ສວນ​ຮວມ​ໃນ​ງານ​ແຂງ​ຂນ​ບານ​ເຕະ​ຊງ​ແຊມ​ໂລກ ​​ທອາ​ເມ​ຣ​ກາ-ແມກ​ຊກ - ກາ​ນາ​ດາ ​ເປນ​ເຈາ​ພາບ - image 1
 

ເມື່ອສັງເກດເບິ່ງລາຍຊື່ສະປອນເຊີທົ່ວໂລກຂອງງານແຂ່ງຂັນບານເຕະຄັ້ງນີ້ແລ້ວເຫັນວ່າ: ຍີ່ຫໍ້ຈີນ ໄດ້ຄອງຖານະສຳຄັນຍິ່ງ. ໃນບັນດາສະປອນເຊີຊັ້ນຍອດທົ່ວໂລກ 16 ແຫ່ງຂອງງານແຂ່ງຂັນຄັ້ງນີ້, ມີວິສາຫະກິດຈີນ 4 ແຫ່ງຄື: Lenovo, Hisense, Mengniu ແລະ Wanda, ມູນຄ່າການສະໜັບສະໜູນຂອງວິສາຫະກິດຈີນກວມເອົາເກືອບ 20% ຂອງຍອດມູນຄ່າການສະໜັບສະໜູນທັງໝົດຂອງສະຫະພັນບານເຕະສາກົນ ຫຼື FIFA, Lenovo ຍິ່ງເປັນຄູ່ຮ່ວມຊັ້ນຍອດຂອງ FIFA. ຕຸກກະຕາ LABUBU ຂອງບໍລິສັດ POP-Mart ໄດ້ປະກົດຕົວໃນພິທີເປີດງານປີນີ້ ຊຶ່ງໄດ້ກາຍເປັນສັນຍະາລັກສຳຄັນວັດທະນະທຳຈີນທີ່ດຶງດູດສາຍຕາຂອງຜູ້ຊົມທົ່ວໂລກ.

​​ຈນ​ ມ​ສວນ​ຮວມ​ໃນ​ງານ​ແຂງ​ຂນ​ບານ​ເຕະ​ຊງ​ແຊມ​ໂລກ ​​ທອາ​ເມ​ຣ​ກາ-ແມກ​ຊກ - ກາ​ນາ​ດາ ​ເປນ​ເຈາ​ພາບ - image 2
 

ນອກຈາກການສະໜັບສະໜູນແລ້ວ, ການຜະລິດອັດສະລິຍະຂອງຈີນທີ່ໄດ້ເສີມຂະຫຍາຍບົດບາດຫຼາຍຢ່າງໃນງານຍິ່ງໄດ້ດຶງດູດສາຍຕາຂອງຜູ້ຊົມທັງຫຼາຍ. ງານແຂ່ງຂັນຄັ້ງນີ້ຖືກເອີ້ນວ່າເປັນ “ງານແຂ່ງຂັນບານເຕະຊີງແຊັມໂລກ AI” ຄັ້ງປະຖົມມະລືກ, ເຕັກໂນໂລຊີສຳຄັນຫຼາຍຢ່າງທີ່ຄ້ຳຊູການແຂ່ງຂັນແບບອັດສະລິຍະໃນງານຄັ້ງນີ້ລ້ວນແຕ່ເປັນຂອງວິສາຫະກິດຈີນ. ບໍລິສັດ Lenovo ໄດ້ສ້າງຕັ້ງສູນຖ່າຍທອດຂະໜາດໃຫຍ່ຢູ່ນະຄອນດັລລາສຂອງອາເມຣິກາ ເພື່ອຄຸ້ມຄອງເນື້ອໃນການຖ່າຍທອດທັງໝົດໃນ 16 ຕົວເມືອງທີ່ເປັນເຈົ້າພາບຈັດການແຂ່ງຂັນ ຊຶ່ງໄດ້ຮັບປະກັນການສົ່ງສັນຍານຖ່າຍທອດການແຂ່ງຂັນໄປສູ່ທົ່ວໂລກຢ່າງໝັ້ນທ່ຽງໂດຍອີງໃສ່ອຸປະກອນຂະໜາດໃຫຍ່.

​​ຈນ​ ມ​ສວນ​ຮວມ​ໃນ​ງານ​ແຂງ​ຂນ​ບານ​ເຕະ​ຊງ​ແຊມ​ໂລກ ​​ທອາ​ເມ​ຣ​ກາ-ແມກ​ຊກ - ກາ​ນາ​ດາ ​ເປນ​ເຈາ​ພາບ - image 3
 

ຮູບຈຳລອງອັດສະລິຍະບານເຕະ ທີ່ບໍລິສັດ Lenovo ຄົ້ນຄວ້າເອງໄດ້ໃຫ້ການວິເຄາະຂໍ້ມູນແບບມືອາຊີບໃຫ້ແກ່ 48 ທີມທີ່ເຂົ້າຮ່ວມການແຂ່ງຂັນ, ຮູບຈຳລອງນັກກິລາດີຈີຕອນສາມາດຊ່ວຍກຳມະການຕັດສິນການລ້ຳໜ້າຂອງນັກກິລາຢ່າງຖືກຕ້ອງແມ່ນຢຳ, ການຖ່າຍທອດການແຂ່ງຂັນ, ສະຖິຕິຂໍ້ມູນ ແລະ ການຕັດສິນໃນສະໜາມແຂ່ງຂັນລ້ວນແຕ່ປາສະຈາກການສະໜັບສະໜູນດ້ານເຕັກໂນໂລຊີຂອງຈີນບໍ່ໄດ້. ບໍລິສັດ Hisense ໄດ້ໃຫ້ການບໍລິການແກ່ລະບົບກຳມະການວີດີໂອດ້ວຍອຸປະກອນສະແດງຜົນໜ້າຈໍທີ່ມີຄຸນນະພາບສູງ ເພື່ອຊ່ວຍກຳມະການຕັດສິນຢ່າງຍຸຕິທຳດ້ວຍຄຸນນະພາບໜ້າຈໍທີ່ມີຄວາມຊັດເຈນສູງ. ຈາກອຸປະກອນເຖິງວິທີປະມວນຜົນອັດສະລິຍະ, ວິທະຍາສາດເຕັກໂນໂລຊີຈີນໄດ້ເປັນພື້ນຖານທີ່ສຳຄັນໃຫ້ແກ່ການຮັບປະກັນໃຫ້ງານແຂ່ງຂັນບານເຕະໂລກຄັ້ງນີ້ດຳເນີນໄປດ້ວຍດີ.

ການມີສ່ວນຮ່ວມຢ່າງເລິກເຊິ່ງຂອງວິສາຫະກິດຈີນໃນງານແຂ່ງຂັນບານເຕະຊີງແຊັມໂລກ ໄດ້ທັບມ້າງຖ້ອຍຄວາມທີ່ວ່າ: “ຕັດການພົວພັນດ້ານເສດຖະກິດ, ຫຼຸດຄວາມສ່ຽງ” ແລະ ອື່ນໆ. ໃນຊຸມປີຜ່ານມາ, ອິດທິກຳລັງພາຍນອກສ່ວນໜຶ່ງໄດ້ຕັ້ງຂໍ້ຈຳກັດໃຫ້ແກ່ວິສາຫະກິດຈີນເລື້ອຍໆ, ເຈດຕະນາຈຳກັດບໍ່ໃຫ້ການຜະລິດຂອງຈີນ ແລະ ເຕັກໂນໂລຊີຂອງຈີນມີສ່ວນຮ່ວມໃນຕ່ອງໂສ້ການສະໜອງຂອງໂລກ. ຢ່າງໃດກໍຕາມ, ໃນການແຂ່ງຂັນລະດັບໂລກຄັ້ງນີ້, ຝ່າຍເຈົ້າພາບຈະບໍ່ສາມາດຈັດງານໄດ້ຖ້າຫາກປາສະຈາກເຕັກໂນໂລຊີຈີນທີ່ຄົບວົງຈອນ ແລະ ເຊື່ອຖືໄດ້. ຖ້າບໍ່ນຳໃຊ້ເຕັກໂນໂລຊີຈີນໃນດ້ານການຖ່າຍທອດ, ວິທີປະມວນຜົນ ແລະ ອຸປະກອນຕັດສິນການແຂ່ງຂັນຈະເຮັດໃຫ້ບໍ່ພຽງແຕ່ມີຕົ້ນທຶນສູງ, ການຄົ້ນຄວ້າຜະລິດກໍຈະບໍ່ທັນກັບເວລາຈັດງານແຂ່ງຂັນອີກດ້ວຍ. ຕະຫຼາດປະຕິບັດຕາມຫຼັກການການຮ່ວມມືທີ່ຕິດແທດຕົວຈິງຢ່າງສະເໝີຕົ້ນສະເໝີປາຍ, ຄຳຂວັນການເມືອງພູມີພາກ ຈະບໍ່ສາມາດຢຸດຢັ້ງທ່າອຽງໃຫຍ່ທີ່ອຸດສາຫະກຳທົ່ວໂລກເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ.

​​ຈນ​ ມ​ສວນ​ຮວມ​ໃນ​ງານ​ແຂງ​ຂນ​ບານ​ເຕະ​ຊງ​ແຊມ​ໂລກ ​​ທອາ​ເມ​ຣ​ກາ-ແມກ​ຊກ - ກາ​ນາ​ດາ ​ເປນ​ເຈາ​ພາບ - image 4
 

ການມີສ່ວນຮ່ວມຢ່າງເລິກເຊິ່ງໃນງານແຂ່ງຂັນລະດັບສາກົນຕ່າງໆ ເຊັ່ນ: ງານແຂ່ງຂັນບານເຕະຊີງແຊັມໂລກ ແລະ ງານກິລາໂອແລັມປິກເປັນຕົ້ນໄດ້ສະແດງໃຫ້ເຫັນເຖິງການເຕີບໂຕຂອງຍຸດທະສາດເຜີຍແຜ່ຍີ່ຫໍ້ຂອງວິສາຫະກິດຈີນໃນຂອບເຂດທົ່ວໂລກທີ່ສຸກງອມ. ໃນຊຸມປີຜ່ານມາ, ວິສາຫະກິດຈີນໄດ້ພັດທະນາຕົນເອງຈາກການສົ່ງອອກຜະລິດຕະພັນແບບງ່າຍດາຍໄປສູ່ຜູ້ໃຫ້ບໍລິການດ້ານເຕັກໂນໂລຊີ ແລະ ການເຜີຍແຜ່ວັດທະນະທຳໄປພ້ອມກັນ, ໄດ້ຍົກຊື່ສຽງຂອງຕົນໃນເວທີສາກົນໂດຍຜ່ານເວທີກິລາສາກົນ ເພື່ອເຮັດໃຫ້ໂລກໄດ້ເຫັນພາບພົດວິສາຫະກິດຈີນທີ່ໄດ້ຮັບການພັດທະນາຢ່າງຮອບດ້ານ.

ງານແຂ່ງຂັນບານເຕະຊີງແຊັມໂລກປັດຈຸບັນຈະບໍ່ພຽງແຕ່ເປັນເວທີການແຂ່ງຂັນບານເຕະເທົ່ານັ້ນ, ຍິ່ງແມ່ນເວທີການແລກປ່ຽນດ້ານເສດຖະກິດ, ວິທະຍາສາດເຕັກໂນໂລຊີ ແລະ ວັດທະນະທຳອີກດ້ວຍ. ວິສາຫະກິດຈີນບໍ່ພຽງແຕ່ເປັນຜູ້ຊົມການແຂ່ງຂັນເທົ່ານັ້ນ, ຫາກແມ່ນຜູ້ມີສ່ວນຮ່ວມຢ່າງເລິກເຊິ່ງອີກດ້ວຍ. ວິສາຫະກິດຈີນມີສ່ວນຮ່ວມຢ່າງຮອບດ້ານໃນງານແຂ່ງຂັນບານເຕະຊີງແຊັມໂລກໃນຄັ້ງນີ້, ໄດ້ສະແດງໃຫ້ເຫັນວ່າຈີນໄດ້ຍົກລະດັບອຸດສາຫະກຳ ແລະ ກຳລັງສັງລວມຂອງຕົນສູງຂຶ້ນເລື້ອຍໆ. ໃນອະນາຄົດ, ຍ່ອມຈະມີຍີ່ຫໍ້ຈີນ, ເຕັກໂນໂລຊີຈີນ ແລະ ວັດທະນະທຳຈີນກ້າວໄປສູ່ລະດັບໂລກຫຼາຍກວ່າເກົ່າ ແລະ ປະກອບສ່ວນຫຼາຍກວ່າເກົ່າໃນເວທີສາກົນ.

ບົດໂດຍ: ວິທະຍຸໂທລະພາບສູນກາງຈີນ (CMG)

ຄໍາເຫັນ

ຂ່າວຕ່າງປະເທດ

ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ຈີນ​ ມຸ່ງ​ໝັ້ນ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ານ​ເສດ​ຖະ​ກິດ​ດ້ວຍ​ການ​ປະ​ດິດ​ສ້າງ​

ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ສ​ະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ຈີນ ​ຄົບ​ຮອບ 77 ປີ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 30 ກັນ​ຍາ ຜ່ານມາ, ໂດຍ​ເພິ່ນ​ໄດ້​ຍົກ​ໃຫ້​ເຫັນ​ວ່າ: “ຕ້ອງ​ຊຸກ​ຍູ້​ເສດ​ຖະ​ກິດ​ໃຫ້​ພັດ​ທະ​ນາ​​ໄປສູ່​​ການ​ຂັບ​ເຄື່ອນດ້​ວຍ​ການ​ປະ​ດິດ​ສ້າງ, ມີ​ໂຄງ​ສ້າງ​ເສດ​ຖະ​ກິດ​ທີ່​ປັບ​ປຸງ​ໃຫ້​ດີ​ຂຶ້ນ ​ແລະ​ ພັດ​ທະ​ນາ​ໄປ​ສູ່​ທິດ​ທາງ​ທີ່​ດີ, ຮັບ​ປະ​ກັນ ​ແລະ​ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນຢ່າງ​ແທ້​ຈິງ, ພະ​ຍາ​ຍາມ​ສູ້​ຊົນ​ເຮັດ​ສຳ​ເລັດ​ໜ້າ​ທີ່​ເປົ້າ ​ໝາຍ​ໝົດ​ປີ ເພື່ອ​ບັນ​ລຸ​ສະ​ພາບ​ການ​ເລີ່ມ​ຕົ້ນ​ທີ່​ດີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 15​”.
ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ນັກ​ທ່ອງ​ທ່ຽ​ວຕ່າງ​ປະ​ເທດ​ຫຼັ່ງ​ໄຫຼ​​ທ່ຽວ​ຈີນ​​ ເພື່ອ​ສຳ​ຜັດ​ມົນ​ສະ​ເໜ່​ທີ່​ຫຼາກຫຼາຍ​ສີ​ສັນ​ຂອງ​ຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 9 ຕຸລາ ນີ້ວ່າ: ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ໄດ້​ເຂົ້າ​ມາ​ທ່ອງ​ທ່ຽວ​ຈີນ​ນັບ​ມື້ຫຼາຍ​ຂຶ້ນ. ໂຕ​ເລກ​ຂໍ້​ມູນ​ຈາກ​ເວັບ​ໄຊ​ທ່ອງ​ທ່ຽວ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ພັກ​ບຸນ​ວັນ​ຊາດ​ຈີນ​ປີ​ນີ້, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​​ເດີນ​ທາງມາ​ທ່ອງ​ທ່ຽວ​ຈີນ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທະ​ວີບ​ເອີ​ຣົບ ແລະ ທະ​ວີບ​​ໂອ​ຊີ​ອາ​ນີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.
ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ປິດ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 8 ຕຸ​ລາ ຜ່ານມາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ​ທີ່ ​ນະຄອນຫຼວງຮ່າ​ໂນ້ຍ ​ໄດ້​ປິດກອງ​ປະ​ຊຸມ​ຄັ້ງ​ທີ 4 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 14 ​ພາຍຫຼັງດຳເນີນ​ເປັນ​ເວ​ລາ 4 ວັນ (ວັນ​ທີ 5-8 ຕຸ​ລາ). ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ປະ​ທານ​ປະ​ເທດ ຫວຽດນາມ ໄດ້​ກ່າວ​ຄຳ​ເຫັນ​ເນັ້ນ​ນັກຫຼາຍ​ບັນ​ຫາ​ສຳ​ຄັນ​ທີ່​ສູນ​ກາງ​ໄດ້​ຮັບ​ຮອງ​ເອົາ. ທ່ານໄດ້ເນັ້ນໜັກວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ຫັນ​ເປັນ​ລະ​ອຽດ​ບາດ​ກ້າວ​ສຳ​ຄັນ ມະ​ຕິ​ກອງ​ປະ​ຊຸມ​ໃຫ​ຍ່​ຄັ້ງ​ທີ 14 ຂອງ​ພັກ, ຕິດ​ພັນກັບ​ການກໍ່​ສ້າງ​ພັກ ​ການ​ບໍ​ລິ​ຫານ​ແຫ່ງ​ຊາດ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ບັນ​ດາ​ນະ​ໂຍ​ບາຍ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ, ປະ​ຕິ​ບັດ, ເຕົ້າ​ໂຮມ​ກຳ​ລັງ​ທົ່ວ​ບວງ​ຊົນ​ທັງ​ຊາດ.
ທະ​ນາ​ຄານ​ໂລກ​ ປັບການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ​ ​

ທະ​ນາ​ຄານ​ໂລກ​ ປັບການ​ຄາ​ດ​ຄະ​ເນ​​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ - ປາ​ຊີ​ຟິກ​ ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 6 ຕຸ​ລາ​ ຜ່ານມາ, ທະ​ນາ​ຄານ​ໂລກ​ໄດ້​ປະ​ກາດ​ບົດ​ລາຍ​ງານ​ວ່າ​ດ້ວຍ​ການ​ຄາດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ ແລະ ປາ​ຊີ​ຟິກ ສະ​ບັບ​ປັບ​ປຸງ​ໃໝ່, ໂດຍ​ໄດ້​ປັບ​ການ​ຄາ​ດ​ຄະ​ເນ​ຈັງ​ຫວະ​ການ​ເຕີບ​ໂຕຂອງເສດ​ຖະ​ກິດ​ພາກ​ພື້ນ​ດັ່ງ​ກ່າວ​ຂຶ້ນ​ເປັນ 4.5%, ເພີ່ມ​ຂຶ້ນ 0.3% ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ທີ່​ປະ​ກາດ​ໃນ​ເດືອນ​ເມ​ສາ​ ຜ່ານມາ.
IMF ແນະນຳໃຫ້ລັດຖະບານທົ່ວໂລກຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

IMF ແນະນຳໃຫ້ລັດຖະບານທົ່ວໂລກຊ່ວຍເຫຼືອກຸ່ມຄົນທີ່ມີຄວາມສ່ຽງ

ຂ່າວຕ່າງປະເທດລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: ກອງທຶນການເງິນສາກົນ (IMF) ໄດ້ແນະນຳໃຫ້ລັດຖະບານທົ່ວໂລກໃຊ້ມາດຕະການຊ່ວຍເຫຼືອທາງດ້ານການເງິນແບບເຈາະຈົງສຳລັບກຸ່ມທີ່ມີຄວາມສ່ຽງ, ແທນທີ່ຈະໃຫ້ການອຸດໜູນລາຄາສິນຄ້າຢ່າງກວ້າງຂວາງ, ເພື່ອຫຼຸດຜ່ອນຜົນກະທົບຕໍ່ຄົວເຮືອນທີ່ມີລາຍໄດ້ຕໍ່າໃນໄລຍະທີ່ອັດຕາເງິນເຟີ້ເພີ່ມຂຶ້ນ.
ສິງກະໂປ ສະເໜີ 2 ໂຄງການເພື່ອເສີມຂະຫຍາຍການຕ້ານການຫຼອກລວງທາງອອນລາຍ

ສິງກະໂປ ສະເໜີ 2 ໂຄງການເພື່ອເສີມຂະຫຍາຍການຕ້ານການຫຼອກລວງທາງອອນລາຍ

ຂ່າວຕ່າງປະເທດລາຍາງນວ່າ: ທ່ານ ເຄ ຊານມູກາມ ລັດຖະມົນຕີອາວຸໂສສິງກະໂປ ໄດ້ເປີດເຜີຍໃນວັນ 6 ຕຸລາ ຜ່ານມາ ວ່າ, ສິງກະໂປໄດ້ສະເໜີ 2 ໂຄງການ ເພື່ອເສີມຂະຫຍາຍການຕອບສະໜອງຕໍ່ໄພຂົ່ມຂູ່ຈາກການຫຼອກລວງທາງອອນລາຍໃນອາຊຽນ ກ່ອນທີ່ສິງກະໂປຈະເປັນປະທານອາຊຽນໃນປີໜ້າ.
ຮົງ​ກົງ ​ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​

ຮົງ​ກົງ ​ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 6 ຕຸ​ລ​າ​ ຜ່ານມາ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຟ​ຣາ​ເຊີ​ກາ​ນາ​ດາ ​ໄດ້​ປະ​ກາດ “ບົດ​ລາຍ​ງານ​ຄວາມ​ເສລີ​ດ້ານ​ເສດຖະກິດ​ໂລກ​ປະຈຳ​ປີ 2026”. ຮົງກົງ​​ ໄດ້​ຮັບ​ການ​ປະ​ເມີນເປັນ​ກຸ່ມ​ເສດຖະກິດ​​ເສລີ​ທີ່​ສຸດ​ໃນ​ໂລກ​​ອີກ​​ຄັ້ງໜຶ່ງ. ໃນ​ມື້​ດຽວ​ກັນ, ​ໂຄ​ສົກ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງກ່າວ ​ວ່າ, ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ຢືນ​ຢັນ​ທ່າ​ແຮງ​ດ້ານ​ຕະຫຼາດ​ເສ​ລີ​ ລວມ​ທັງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ເປີດ​ປະ​ຕູ, ມີ​ປະ​ສິດ​ທິ​ຜົນ​ສູງ ແລະ ຍຸ​ຕິ​ທຳຂອງ​ຮົງ​ກົງ​ອີກ​ຄັ້ງ​ໜຶ່ງ.
ການ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງຫວຽດນາມ ບັນລຸ 9 ຕື້ກວ່າໂດລາ ​

ການ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງຫວຽດນາມ ບັນລຸ 9 ຕື້ກວ່າໂດລາ ​

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 7 ຕຸລາ ຜ່ານມາວ່າ: ໃນ 9 ເດືອນ​ຕົ້ນ​ປີ 2026, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ບັນ​ລຸ 9 ຕື້ກວ່າໂດລາ, ເພີ່ມ​ຂຶ້ນ 12.3%. ກຳ​ລັ​ງ​ໜູນການ​ເຕີບ​ໂຕແມ່ນ​ໝາກ​ຜົນ​ທີ່​ຕັ້ງ​ໜ້າຂອງ​ການ​ເຄື່ອນ​ໄຫວ​ປູກ​ລ້ຽງ, ປຸງ​ແຕ່ງ ແລະ ຄວາມ​ຕ້ອງ​ການຂອງ​ຕະຫຼາດ. ດ້ວຍ​ອັດ​ຕາ​ການ​ເຕີບ​ໂຕ​ສູງ, ສິນ​ໃນ​ນ້ຳ​ສືບ​ຕໍ່​ຮັກ​ສາ​ບົດ​ບາດ​ສຳ​ຄັນ​ໃນ​ການ​ເພີ່ມ​ວົງ​ເງິນ​ ແລະ ປັບ​ປຸງ​​ດຸນ​ການ​ຄ້າຂອງຂົງເຂດ​ກະ​ສິ​ກຳ.
ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຍອດຂາຍຍ່ອຍຂອງສິງກະໂປຊ້າລົງໃນເດືອນສິງຫາ

ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

AMRO ປັບການຄາດຄະເນການເຕີບໂຕ GDP ສ ເກົາຫຼີ ຂຶ້ນເປັນ 3.3%

ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO) ໄດ້ປັບການຄາດຄະເນການເຕີບໂຕທາງເສດຖະກິດຂອງ ສ ເກົາຫຼີ ໃນປີ 2026 ຂຶ້ນເປັນ 3.3% ຈາກ 3.1% ແລະ ການຄາດຄະເນປີ 2027 ເປັນ 2.7% ຈາກ 2.2%, ພ້ອມທັງເຕືອນວ່າ ຄວາມຕ້ອງການ AI ທີ່ຊ້າລົງ ແລະ ວິກິດການຕາເວັນອອກກາງອາດຈະສ້າງຄວາມກົດດັນຕໍ່ການສົ່ງອອກ ແລະ ການລົງທຶນໃນພາກພື້ນ.
ເພີ່ມເຕີມ