ຈີນ ຍັງຄົງເປັນປະເທດອັນດັບຕົ້ນໆໃນລາຍຊື່ກຸ່ມຕົວເມືອງປະດິດສ້າງໃໝ່ທົ່ວໂລກ 100 ແຫ່ງ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 8 ກັນຍາ ຜ່ານມາ ຢູ່ນະຄອນເຊີແນວ ປະເທດສະວິດ, ອົງການຊັບສິນທາງປັນຍາໂລກໄດ້ເຜີຍແຜ່ບົດລາຍງານກຸ່ມຕົວເມືອງປະດິດສ້າງໃໝ່ 100 ແຫ່ງໃນ “ຕົວຊີ້ວັດປະດິດສ້າງໃໝ່ທົ່ວໂລກປີ 2026”, ຈີນມີ 25 ກຸ່ມຖືກຈັດຢູ່ໃນບັນຊີລາຍຊື່ດັ່ງກ່າວ ແລະ ເປັນອັນດັບ 1 ຂອງໂລກເປັນເວລາ 4 ປີຕິດຕໍ່ກັນ. ໃນນັ້ນ, ກຸ່ມຕົວເມືອງ “ເຊິນເຈິ້ນ-ຮົງກົງ-ກວາງໂຈ່ວ” ໄດ້ເປັນອັນດັບ 1 ເປັນປີທີ 2 ຕິດຕໍ່ກັນ.
ກຸ່ມປະດິດສ້າງໃໝ່ໃນຕົວຊີ້ວັດປະດິດສ້າງໃໝ່ທີ່ອົງການຊັບສິນທາງປັນຍາໂລກເປີດເຜີຍໃນທຸກປີໝາຍເຖິງຕົວເມືອງ ຫຼື ກຸ່ມຕົວເມືອງ, ຕົ້ນຕໍມີ 3 ຕົວຊີ້ວັດ ຄື: ສະຖານທີ່ຂອງຜູ້ປະດິດສ້າງໃໝ່ທີ່ຮ້ອງຂໍສິດທິບັດທີ່ເປີດເຜີຍພາຍໃຕ້ “ສົນທິສັນຍາການຮ່ວມມືດ້ານສິດທິບັດ”, ອົງການຈັດຕັ້ງຂອງຜູ້ຂຽນທີ່ໄດ້ພິມຈຳໜ່າຍບົດຄົ້ນຄວ້າວິທະຍາສາດ ແລະ ທີ່ຕັ້ງຂອງບໍລິສັດທີ່ໄດ້ຮັບທຶນຈາກການລົງທຶນຄວາມສ່ຽງ ໂດຍມີຈຸດປະສົງເພື່ອສະທ້ອນໃຫ້ເຫັນເຖິງເຂດປະດິດສ້າງ ໃໝ່ທີ່ມີຄວາມກະຕືລືລົ້ນຫຼາຍທີ່ສຸດຂອງທົ່ວໂລກ.
ຄໍາເຫັນ