ທ່ານ ບອຣກ ເບຣນເດ ກ່າວວ່າ: ຈີນໄດ້ຕັ້ງໜ້າບຸກບືນໃນຂົງເຂດວິທະຍາສາດເຕັກໂນໂລຊີຈະເລີນໃໝ່ຢ່າງແຂງແຮງ ໃນຂະນະທີ່ໄດ້ສຸມໃສ່ການພັດທະນາໃນຂົງເຂດດັ້ງເດີມທີ່ມີທ່າແຮງ. ກອງປະຊຸມເວທີປຶກສາຫາລືເສດຖະກິດໂລກຄາດຄະເນວ່າ: ຈັງຫວະການເຕີບໂຕຂອງເສດຖະກິດຈີນໃນປີນີ້ຈະຫຼາຍກວ່າ 5%.
ທ່ານ ບອຣກ ເບຣນເດ ກ່າວຕື່ມວ່າ: ຈີນພວມເປັນສັກຂີພິຍານໃຫ້ແກ່ການເຕີບໂຕຢ່າງວ່ອງໄວໃນຂົງເຂດເຕັກໂນໂລຊີລ້ຳຍຸກ ແລະ ພະຍາຍາມສຸມໃສ່ການຄົ້ນຄວ້າພັດທະນາ ແລະ ປະດິດສ້າງໃໝ່ດ້ານເຕັກໂນໂລຊີໃໝ່. “ເຕັກໂນໂລຊີໃໝ່ເຫຼົ່ານີ້ອາດຈະສາມາດຍົກກຳລັງການຜະລິດຢ່າງຫຼວງຫຼາຍ ແລະ ນຳເອົາໂອກາດການເຕີບໂຕອັນມະຫາສານມາໃຫ້ໃນຫຼາຍປີຂ້າງໜ້າ. ຈີນພວມເປັນຜູ້ຊຸກຍູ້ທີ່ສຳຄັນໃນຂະບວນການດັ່ງກ່າວ.”
ຄໍາເຫັນ