ທ່ານ ລິນຈ້ຽນ ກ່າວວ່າ: ສະຖານະການຢູ່ພາກພື້ນຕາເວັນອອກກາງໃນປັດຈຸບັນນີ້ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານພະລັງງານຂອງໂລກ, ຄວາມສະດວກຂອງຕ່ອງໂສ້ການຜະລິດ, ການສະໜອງ ແລະ ລະບຽບການຄ້າສາກົນ.ປະເທດທີ່ກ່ຽວຂ້ອງຄວນຢຸດຕິການເຄື່ອນໄຫວທາງການທະຫານໃນທັນທີເພື່ອປ້ອງກັນບໍ່ໃຫ້ຄວາມບໍ່ໝັ້ນຄົງໃນພາກພື້ນສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດຂອງໂລກຕື່ມອີກ. ຈີນຍິນດີເພີ່ມທະວີການປະສານງານກັບປະຊາຄົມໂລກ, ເພື່ອພ້ອມກັນຮັບມືກັບບັນຫາຄວາມໝັ້ນຄົງດ້ານພະລັງງານ.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ