ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 9 ກັນຍາຜ່ານມາ, ພາກສ່ວນຕ່າງໆຂອງຈີນ ລວມທັງກະຊວງຊັບພະຍາກອນມະນຸດ ແລະ ປະກັນສັງຄົມຈີນ ໄດ້ປະກາດ 11 ອາຊີບໃໝ່ ເຊັ່ນ: ຊ່າງເຕັກນິກການປະຍຸກໃຊ້ຫຸ່ນຍົນອັດສະລິຍະ, ນັກວິເຄາະຂໍ້ມູນການກິລາ ແລະ ອື່ນໆ ແລະ 23 ຕໍາແໜ່ງງານໃໝ່ ເຊັ່ນ: ແຮງງານໃນຄຸ້ມຊຸມຊົນ, ຜູ້ສົ່ງເມດ່ວນເຂດອາກາດຕ່ຳ ແລະ ອື່ນໆ. ອາຊີບໃໝ່ທີ່ປະກາດຄັ້ງນີ້ລວມທັງ 5 ອາຊີບດີຈີຕອນ ແລະ 3 ອາຊີບສີຂຽວ.
ອາຊີບໃໝ່ ແລະ ຕຳແໜ່ງງານໃໝ່ທີ່ປະກາດຄັ້ງນີ້, ມີທັງຜູ້ວາງແຜນການພັດທະນາແບບຍືນຍົງ ແລະ ຜູ້ພັດທະນາອັດສະລິຍະ ທີ່ຮັບໃຊ້ການພັດທະນາວິສາຫະກິດ ແລະ ການຍົກລະດັບອຸດສາຫະກຳ ລວມທັງຊ່າງປະກອບເຟີນີເຈີອັດສະລິຍະ, ຊ່າງຕັດ ແລະ ປຸງແຕ່ງດອກໄມ້ສົດ ທີ່ຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນໃນການມີຊີວິດທີ່ດີອີກດ້ວຍ.
ນັບແຕ່ປີ 2019 ເປັນຕົ້ນມາ, ຈີນໄດ້ປະກາດ 121 ອາຊີບໃໝ່ 8 ຄັ້ງ.
ຄໍາເຫັນ