ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງກະສິກຳ ແລະ ຊົນນະບົດຈີນ ໄດ້ເປີດເຜີຍໂຕເລກຂໍ້ມູນການເກັບກ່ຽວເຂົ້າຫວີດດ້ວຍເຄື່ອງຈັກ ວ່າ: ປັດຈຸບັນ, ທົ່ວປະເທດຈີນໄດ້ເກັບກ່ຽວເຂົ້າຫວີດ ສໍາເລັດ 13.3 ລ້ານເຮັກຕາ, ເທົ່າກັບເກືອບ 60% ຂອງເຂົ້າຫວີດທົ່ວປະເທດ. ຂະນະດຽວກັນ, ຢູ່ບ່ອນທີ່ໄດ້ສຳເລັດການເກັບກ່ຽວເຂົ້າຫວີດນັ້ນ ກຳລັງສືບຕໍ່ຫວ່ານກ້າໃນລະດູຮ້ອນ.
ປັດຈຸບັນ, ເຂົ້າຫວີດທີ່ປູກໃນລະດູໜາວຂອງເຂດຜະລິດເຂົ້າຫວີດທີ່ສຳຄັນຂອງທົ່ງພຽງຫວງຫວຍໄຫ ທີ່ເຂດລ່ອງແມ່ນ້ຳເຫຼືອງ, ແມ່ນ້ຳຫວຍເຫີ ແລະ ແມ່ນ້ຳໄຫເຫີ ກຳລັງຂຸ້ນຂ້ຽວເກັບກ່ຽວຢູ່, ແຂວງສ້ານຊີ່ ແລະ ແຂວງຊ່ານຕົ່ງ ໄດ້ເຂົ້າສູ່ໄລຍະເກັບກ່ຽວຂະໜາດໃຫຍ່.
ການສຳຫຼວດຂະແໜງກະສິກຳຫຼ້າສຸດສະແດງໃຫ້ເຫັນວ່າ: ທັນຍາຫານທີ່ປູກໃນລະດູຮ້ອນໃນທົ່ວປະເທດຈີນໄດ້ສຳເລັດການປູກແລ້ວເກືອບ 20%.
ຄໍາເຫັນ