ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປ ເປີດເຜີຍໃນວັນທີ 5 ຕຸລາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປເພີ່ມຂຶ້ນ 0.7% ໃນເດືອນສິງຫາ ເມື່ອທຽບກັບປີກ່ອນ, ຊ້າລົງຈາກການເຕີບໂຕ 1.3% ໃນເດືອນກໍລະກົດ.
ຂ່າວຕ່າງປະເທດລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫ້ອງການຄົ້ນຄວ້າເສດຖະກິດມະຫາພາກອາຊຽນ+3 (AMRO) ໄດ້ປັບການຄາດຄະເນການເຕີບໂຕທາງເສດຖະກິດຂອງ ສ ເກົາຫຼີ ໃນປີ 2026 ຂຶ້ນເປັນ 3.3% ຈາກ 3.1% ແລະ ການຄາດຄະເນປີ 2027 ເປັນ 2.7% ຈາກ 2.2%, ພ້ອມທັງເຕືອນວ່າ ຄວາມຕ້ອງການ AI ທີ່ຊ້າລົງ ແລະ ວິກິດການຕາເວັນອອກກາງອາດຈະສ້າງຄວາມກົດດັນຕໍ່ການສົ່ງອອກ ແລະ ການລົງທຶນໃນພາກພື້ນ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຄະນະກຳມະການໂນເບວຂອງສະຖາບັນຄາໂຣລິນສະກາ ປະເທດຊູແອດ ໄດ້ປະກາດວ່າ, ນັກວິທະຍາສາດ 3 ທ່ານຄື: ຄາລ ໄດເຊີຣອດ, ປີເຕີ ເຮເກມານ ແລະ ຈອດ ເນເກລ ໄດ້ຮັບລາງວັນໂນເບວສາຂາສະລີລະວິທະຍາ ຫຼື ການແພດ ຈາກຜົນງານການຄົ້ນພົບຊ່ອງໄອອອນທີ່ຄວບຄຸມດ້ວຍແສງ ແລະ ເຕັກໂນໂລຊີ optogenetics ຊຶ່ງເປັນເຕັກນິກທີ່ສະແດງໃຫ້ເຫັນວ່າຈຸລັງປະສາດມີບົດບາດໃນການສ້າງຄວາມຊົງຈຳ, ຄວາມຮູ້ສຶກ ແລະ ພຶດຕິກຳໃນສະໝອງຂອງສິ່ງທີ່ມີຊີວິດແນວໃດ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຖະແຫຼງການຮ່ວມຈາກອົງການ UNESCO, ອົງການແຮງງານສາກົນ, ກອງທຶນເດັກແຫ່ງສະຫະປະຊາຊາດ ແລະ ສະຫະພັນການສຶກສາສາກົນ ທີ່ອອກໃນວັນທີ 5 ຕຸລາ ຜ່ານມາ ຊຶ່ງກົງກັບວັນຄູໂລກ ລະບຸວ່າ: ໂລກອາດຈະຕ້ອງການຄູເພີ່ມອີກ 50 ລ້ານຄົນພາຍໃນປີ 2030. ໃນນັ້ນ, 44 ລ້ານຄົນ ແມ່ນຕ້ອງການເພື່ອສະໜັບສະໜູນການສຶກສາຂັ້ນປະຖົມ ແລະ ມັດທະຍົມຕອນປາຍ ແລະ ອີກ 6 ລ້ານຄົນສຳລັບການສຶກສາໃນໄວເດັກ.
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ຕຸລາ ຜ່ານມາວ່າ: ຫວ່າງບໍ່ດົນມານີ້, ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນ ໄດ້ປະກາດ “ບົດລາຍງານລາຍຮັບ ແລະ ລາຍຈ່າຍສາກົນຈີນໃນ 6 ເດືອນຕົ້ນປີ 2026” ໂດຍສະແດງໃຫ້ເຫັນວ່າ:
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມບົດລາຍງານກ່ຽວກັບເສດຖະກິດພາກພື້ນອາຊີຕາເວັນອອກ - ປາຊີຟິກ (EAP) ຂອງທະນາຄານໂລກ (WB) ທີ່ປະກາດໃນວັນທີ 6 ຕຸລາ ຜ່ານມາ ລະບຸວ່າ, ຫວຽດນາມ ສືບຕໍ່ໄດ້ຮັບການຄາດຄະເນວ່າແມ່ນພື້ນຖານເສດຖະກິດເຕີບໂຕແຮງທີ່ສຸດຢູ່ພາກພື້ນ EAP, ຍ້ອນການບຸກທະລຸຂອງການເຄື່ອນໄຫວຜະລິດ ແລະ ການສົ່ງອອກສິນຄ້າປະເພດເຕັກໂນໂລຊີສູງ ພ້ອມກັບບັນດາຜະລິດຕະພັນທີ່ກ່ຽວຂ້ອງເຖິງປັນຍາປະດິດ, ກໍຄືນະໂຍບາຍປີການເງິນເປີດກວ້າງ.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ກະຊວງການເງິນຂອງອູແກຣນເປີດເຜີຍວ່າ, ອູແກຣນໄດ້ຮັບເງິນສະໜັບສະໜູນ ຈາກສະຫະພາບເອີຣົບ (EU) ຈຳນວນ 2.9 ຕື້ເອີໂຣ ເພື່ອສ້າງສະຖຽນລະພາບທາງເສດຖະກິດ, ສະໜັບສະໜູນລາຍຈ່າຍງົບປະມານທີ່ສຳຄັນ, ການຟື້ນຟູ ແລະ ສ້າງຄວາມທັນສະໄໝ, ລວມທັງການດຳເນີນການປະຕິຮູບ ເພື່ອມຸ່ງໄປສູ່ການເປັນສະມາຊິກຂອງ EU.
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຝຣັ່ງລາຍງານວ່າ, ເດືອນກັນຍາ 2026 ເປັນເດືອນກັນຍາທີ່ຮ້ອນທີ່ສຸດອັນດັບ 2 ໃນປະເທດຝຣັ່ງ ນັບຕັ້ງແຕ່ມີການບັນທຶກໃນປີ 1900. ໂດຍອຸນຫະພູມສະເລ່ຍໃນເດືອນກັນຍາສູງກວ່າລະດັບສະເລ່ຍປະມານ 3.1 ອົງສາ ໃນໄລຍະປີ 1991-2020 ແລະ ເປັນອັນດັບສອງຮອງຈາກເດືອນກັນຍາ 2023 ທີ່ມີອຸນຫະພູມສະເລ່ຍສູງກວ່າລະດັບສະເລ່ຍ 3.6 ອົງສາ.
ຂ່າວຕ່າງປະເທດລາຍງານໃນວັນທີ 5 ຕຸລາ ຜ່ານມາວ່າ: ຍີ່ປຸ່ນຍັງຄົງຢູ່ອັນດັບທີ 12 ໃນດັດຊະນີນະວັດຕະກໍາຂອງອົງການຊັບສິນທາງປັນຍາໂລກ (WIPO) ໃນປີນີ້, ຕາມຫຼັງ ສ ເກົາຫຼີ, ສິງກະໂປ ແລະ ຈີນ ໃນບັນດາເຂດເສດຖະກິດຫຼັກຂອງພາກພື້ນ.
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 4 ຕຸລາ ຜ່ານມາ, ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ປະເທດຄູ່ຮ່ວມມື (OPEC+) ໄດ້ແຈ້ງວ່າ 7 ປະເທດສະມາຊິກ (ລວມມີ: ຊາອຸດິດ ອາຣັບບີ, ອີຣັກ, ກູເວດ, ອານເຊຣີ, ກາຊັກສະຖານ, ໂອມານ ແລະ ຣັດເຊຍ) ໄດ້ຕົກລົງຮັກສາລະດັບປະລິມານນ້ຳມັນສູງສຸດປັດຈຸບັນໃນເດືອນ ພະຈິກ. ສິ່ງດັ່ງກ່າວໝາຍຄວາມວ່າ 7 ປະເທດ ຈະຮັກສາຍອດປະລິມານນ້ຳມັນຢູ່ລະດັບສູງສຸດ ຂຶ້ນເປັນ 31.01 ລ້ານຖັງ/ວັນ.
ຄໍາເຫັນ