ຂ່າວລະບຸວ່າ: ເວລາ 5 ໂມງ 13 ນາທີ ຂອງວັນທີ 25 ພຶດສະພາ ນີ້, ຈຸນັກບິນຍານອະວະກາດເສີນໂຈ່ວ 21 ທີ່ກຳລັງປະຕິບັດພາລະກິດຢູ່ອະວະກາດໄດ້ເປີດປະຕູຍານເພື່ອຕ້ອນຮັບຈຸນັກບິນຍານອະວະກາດເສີນໂຈ່ວ 23 ເຂົ້າສູ່ສະຖານີອະວະກາດຈີນ “ທ່ຽນກົ່ງ”. ນີ້ເປັນເທື່ອທີ 8 ທີ່ຈຸນັກບິນອະວະກາດສອງຈຸພົບປະກັນຢູ່ເທິງອະວະກາດໃນປະຫວັດສາດການບິນອະວະກາດຂອງຈີນ ແລະ ເປັນເທື່ອທຳອິດທີ່ມີນັກບິນອະວະກາດຮົງກົງເຂົ້າປະຈຳການຢູ່ສະຖານີອະວະກາດ “ທ່ຽນກົ່ງ”.
ທ່ານ ສີຈິ້ນຜິງ ຕັ້ງຂໍ້ “ປາລະໄນ” ເມື່ອ 30 ກວ່າປີກ່ອນ
ເດືອນມິຖຸນາ ປີ 1988, ທ່ານ ສີຈິ້ນຜິງ ດຳລົງຕຳແໜ່ງເປັນເລຂາຄະນະພັກເຂດນິງເຕີ ແຂວງຟູຈ້ຽນ. ໃນການສຳຫຼວດເກັບກຳຂໍ້ມູນ, ມີປະຊາຊົນຈຳນວນຫຼາຍໄດ້ສ່ອງແສງບັນຫາພົ້ນເດັ່ນອັນໜຶ່ງຄື: ພະນັກງານຢຶດທີ່ດິນຫຼວງປຸກສ້າງເຮືອນສ່ວນຕົວຢ່າງຜິດລະບຽບການ.
ຄໍາເຫັນ