ຂ່າວລະບຸວ່າ: ເວລາ 5 ໂມງ 13 ນາທີ ຂອງວັນທີ 25 ພຶດສະພາ ນີ້, ຈຸນັກບິນຍານອະວະກາດເສີນໂຈ່ວ 21 ທີ່ກຳລັງປະຕິບັດພາລະກິດຢູ່ອະວະກາດໄດ້ເປີດປະຕູຍານເພື່ອຕ້ອນຮັບຈຸນັກບິນຍານອະວະກາດເສີນໂຈ່ວ 23 ເຂົ້າສູ່ສະຖານີອະວະກາດຈີນ “ທ່ຽນກົ່ງ”. ນີ້ເປັນເທື່ອທີ 8 ທີ່ຈຸນັກບິນອະວະກາດສອງຈຸພົບປະກັນຢູ່ເທິງອະວະກາດໃນປະຫວັດສາດການບິນອະວະກາດຂອງຈີນ ແລະ ເປັນເທື່ອທຳອິດທີ່ມີນັກບິນອະວະກາດຮົງກົງເຂົ້າປະຈຳການຢູ່ສະຖານີອະວະກາດ “ທ່ຽນກົ່ງ”.
ປີ 2025 ຫວຽດນາມ ສົ່ງອອກແກ່ນໝາກມ່ວງຫິມະພານ ບັນລຸ 5.4 ຕື້ກວ່າໂດລາ
ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ 24 ພຶດສະພາ ຜ່ານມາວ່າ: ຕາມໂຕເລກຫຼ້າສຸດຂອງກົມພາສີ, ປີ 2025 ຍອດວົງເງິນສົ່ງອອກແກ່ນໝາກມ່ວງຫິມະພານຂອງ ຫວຽດນາມ ບັນລຸ 5.4 ຕື້ກວ່າໂດລາ, ສົ່ງອອກໄປຍັງ 112 ປະເທດ ແລະ ເຂດແຄວ້ນ ຊຶ່ງຢືນຢັນທີ່ຕັ້ງອັນດັບ 1 ຂອງ ຫວຽດນາມ ໃນການສົ່ງອອກແກ່ນໝາກມ່ວງຫິມະພານສູ່ໂລກ ດ້ວຍການກວມເອົາອັດຕາສ່ວນຕະຫຼາດສົ່ງອອກທົ່ວໂລກ 80%.
ຄໍາເຫັນ