ຈີນ-ອາ​ເມ​ຣິ​ກາ​ ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​​ເບື້ອງ​ຕົ້ນ​ກ່ຽວ​ກັບ​ຫົວ​ຂໍ້​ຫາ​ລື​ຈຳ​ນວນ​ໜຶ່ງ

ຈີນ-ອາ​ເມ​ຣິ​ກາ​ ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​​ເບື້ອງ​ຕົ້ນ​ກ່ຽວ​ກັບ​ຫົວ​ຂໍ້​ຫາ​ລື​ຈຳ​ນວນ​ໜຶ່ງ

ຈີນ-ອາ​ເມ​ຣິ​ກາ​ ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​​ເບື້ອງ​ຕົ້ນ​ກ່ຽວ​ກັບ​ຫົວ​ຂໍ້​ຫາ​ລື​ຈຳ​ນວນ​ໜຶ່ງ
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 15 - 16 ມີ​ນາ​ນີ້​ (ຕາມ​ເວ​ລາ​ທ້ອງ​ຖິ່ນ) ຈີນ​-ອາ​ເມ​ຣິ​ກາ ໄດ້ຈັດ​ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​ການ​ຄ້າ​ຢູ່​ນະ​ຄອນ​ຫຼວງ​ປາ​ຣີ​ ຂອງ​ຝ​ຣັ່ງ. ທ່ານ ຫຼີ​ເຊີງ​ກ່າງ ຜູ້​ແທນ​ການ​ເຈ​ລະ​ຈາ​ການ​ຄ້າ​ສາ​ກົນ ທັງ​ເປັນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ໃນ​​ໜຶ່ງ​ມື້​ເຄິ່ງ​ຜ່ານ​ມາ, ຄະ​ນະ​ຜູ້​ແທນ​ຂອງ​ທັງ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ກົງ​ໄປ​ກົງ​ມາ, ​ເລິກເຊິ່ງ ແລະ ​ມີ​ລັກ​ສະ​ນະ​ສ້າງ​ສັນ, ໂດຍ​ໄດ້ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​​​ເບື້ອງ​ຕົ້ນ​ກ່ຽວ​ກັບ​ຫົວ​ຂໍ້​ຫາ​ລື​ຈຳ​ນວນ​ໜຶ່ງ. ຕໍ່​ໄປ, ສອງ​ຝ່າຍ​ຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ຕາມ​​ຂັ້ນ​ຕອນ​ຕໍ່​ໄປ.

 

ທ່ານ ຫຼີເຊີງກ່າງ ກ່າວຕື່ມວ່າ: ຫົວຂໍ້ທີ່ໄດ້ປຶກສາຫາລືລະຫວ່າງຈີນ-ອາເມຣິການັ້ນລວມທັງລະດັບພາສີສອງຝ່າຍ, ການຂະຫຍາຍເວລາປະຕິບັດການຈັດວາງທີ່ກ່ຽວຂ້ອງກັບພາສີສອງຝ່າຍ ແລະ ມາດຕະການທີ່ບໍ່ແມ່ນພາສີ ພາຍໃຕ້ສະຖານະການໃໝ່ ແລະ ອື່ນໆ. ອາເມຣິກາ ໄດ້ສະເໜີປັບປຸງມາດຕະການພາສີໃໝ່ແລະ ການພິຈາລະນາໃນບາດກ້າວຕໍ່ໄປ, ຈີນໄດ້ສະແດງຄວາມສົນໃຈຕໍ່ຄວາມບໍ່ແນ່ນອນທີ່ຈະເກີດຂຶ້ນຍ້ອນການປັບປຸງດັ່ງກ່າວ. ສອງຝ່າຍເຫັນດີຮ່ວມກັນສຸມກຳລັງເຂົ້າໃນການຮັກສາການພົວພັນດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍໃຫ້ມີຄວາມໝັ້ນທ່ຽງ ແລະ ໄດ້ຫາລືກ່ຽວກັບການສ້າງກົນໄກເຮັດວຽກເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍ.

ຄໍາເຫັນ

ຂ່າວຕ່າງປະເທດ

OPEC+ ຈະເພີ່ມການຜະລິດນ້ຳມັນໃນເດືອນມິຖຸນາ

OPEC+ ຈະເພີ່ມການຜະລິດນ້ຳມັນໃນເດືອນມິຖຸນາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ອົງການບັນດາປະເທດຜູ້ສົ່ງອອກນ້ຳມັນ ແລະ ພັນທະມິດ ຫຼື OPEC+ ໄດ້ຕົກລົງກັນໃນວັນ 3 ພຶດສະພາ ຜ່ານມາ ເພື່ອເພີ່ມການຜະລິດນໍ້າມັນດິບຂຶ້ນ 188,000 ບາເຣວຕໍ່ມື້ໃນເດືອນມິຖຸນາ ຊຶ່ງເປັນເດືອນທີສາມຕິດຕໍ່ກັນຂອງການເພີ່ມຂຶ້ນ, ເຖິງແມ່ນວ່າການສົ່ງອອກນໍ້າມັນຕົວຈິງຍັງປະເຊີນກັບຂໍ້ຈຳກັດຈາກຄວາມສ່ຽງໃນເສັ້ນທາງຊ່ອງແຄບຮໍມຸສ.
ພູເຂົາໄຟມາຢອນຂອງຟິລິບປິນ ພົ່ນເຖົ່າຖ່ານອອກມາຢ່າງຫຼວງຫຼາຍ

ພູເຂົາໄຟມາຢອນຂອງຟິລິບປິນ ພົ່ນເຖົ່າຖ່ານອອກມາຢ່າງຫຼວງຫຼາຍ

ຂ່າວສານຊີອາໄອລາຍງານວ່າ: ຄະນະກໍາມະການບັນເທົາໄພແຫ່ງຊາດຟິລິບປິນໃຫ້ຮູ້ໃນວັນທີ 4 ພຶດສະພານີ້ວ່າ, ການເຄື່ອນໄຫວຂອງພູເຂົາໄຟມາຢອນໃນຟີລິບປິນໄດ້ຮຸນແຮງຂຶ້ນໃນວັນທີ 2 ພຶດສະພາ ຜ່ານມາ ໂດຍໄດ້ພົ່ນເຖົ່າຖ່ານພູໄຟອອກມາຢ່າງຫຼວງຫຼາຍ,​ ສົ່ງຜົນກະທົບຕໍ່ 87 ບ້ານ ແລະ ປະຊາຊົນຫຼາຍກວ່າ 1 ແສນຄົນທີ່ຢູ່ອ້ອມຂ້າງ. ປັດຈຸບັນມີ 5,000 ກວ່າຄົນອາໄສຢູ່ສູນຈັດສັນຊົ່ວຄາວ.
ກໍາປູເຈຍ ເປີດລະດູການທ່ອງທ່ຽວສີຂຽວ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ

ກໍາປູເຈຍ ເປີດລະດູການທ່ອງທ່ຽວສີຂຽວ ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດ

ຂ່າວສານຊີອາໄອລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ກະຊວງການທ່ອງທ່ຽວກໍາປູເຈຍ ໄດ້ຈັດພິທີເປີດ “ລະດູການທ່ອງທ່ຽວສີຂຽວ” ປີ 2026 ຢູ່ນະຄອນຫຼວງພະນົມເປັນ ຂຶ້ນຫວ່າງມໍ່ໆມານີ້, ເພື່ອດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວໃນລະດູຝົນ ຫຼື ນອກລະດູການທ່ອງທ່ຽວ.
ອາຊຽນ+3 ສະແດງຄວາມກັງວົນກ່ຽວກັບການໜອງນໍ້າມັນຈາກຕາເວັນອອກກາງ

ອາຊຽນ+3 ສະແດງຄວາມກັງວົນກ່ຽວກັບການໜອງນໍ້າມັນຈາກຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານກາງຂອງບັນດາປະເທດອາຊຽນ ພ້ອມກັບຍີ່ປຸ່ນ, ຈີນ ແລະ ສ ເກົາຫຼີ ໄດ້ສະແດງຄວາມກັງວົນກ່ຽວກັບສະຖານະການການສະໜອງນ້ຳມັນດິບຈາກຕາເວັນອອກກາງ ທ່າມກາງຄວາມຂັດແຍ້ງທີ່ເພີ່ມຂຶ້ນ. ພ້ອມທັງຕົກລົງທີ່ຈະຍົກລະດັບການຮ່ວມມືເພື່ອແກ້ໄຂຄວາມສ່ຽງຮ່ວມກັນ.
ໃນເດືອນ​ເມ​ສາ ຫວຽດ​ນາມ ​ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ສາ​ກົນ​ 2 ລ້ານກວ່າ​ຄົນ ​

ໃນເດືອນ​ເມ​ສາ ຫວຽດ​ນາມ ​ຕ້ອນ​ຮັບ​ນັກທ່ອງ​ທ່ຽວ​ສາ​ກົນ​ 2 ລ້ານກວ່າ​ຄົນ ​

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 4 ພຶດສະພາ ຜ່ານມາວ່າ: ຕາມ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມ​ລາຍງານ, ໃນ​ເດືອນ​ເມ​ສາ 2026 ຫວຽດ​ນາມ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ 2.03 ລ້ານ​ເທື່ອ​ຄົນ ແລະ ​ໄດ້​ຍົກຍອດ​ຈຳ​ນວນ​ນັກທ່ອງ​ທ່ຽວ​ສາ​ກົນ​ໃນ 4 ເດືອນ​ຕົ້ນ​ປີ 2026 ບັນ​ລຸ​ລະ​ດັບ 8.8 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 14.6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ ແລະ ປະ​ຕິ​ບັດ​ສຳ​ເລັດ 35% ເປົ້​າ​ໝາຍ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ 25 ລ້ານ​ເທື່ອ​ຄົນໃນ​ປີ 2026.
ພູມຕ້ານທານຂອງແມ່ຊ່ວຍພັດທະນາພູມຕ້ານທານທາງປາກຂອງລູກ

ພູມຕ້ານທານຂອງແມ່ຊ່ວຍພັດທະນາພູມຕ້ານທານທາງປາກຂອງລູກ

ຂ່າວຕ່າງປະເທດລາຍງານໃນທ້າຍເດືອນເມສາຜ່ານມາວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Hebrew ຂອງເຢຣູຊາເລັມ ປະເທດອິສຣາແອນ ທີ່ພິມໃນວາລະສານ Nature Communications ພົບວ່າ, ແມ່ບໍ່ພຽງແຕ່ຖ່າຍທອດການປົກປ້ອງຊົ່ວຄາວໃຫ້ກັບລູກນ້ອຍຂອງຕົນເທົ່ານັ້ນ, ແຕ່ຍັງມີບົດບາດກຳນົດການພັດທະນາລະບົບພູມຕ້ານທານຂອງລູກໃນອີກຫຼາຍປີຂ້າງໜ້າ.
ຈີນ ອອກພັນທະບັດໄລຍະຍາວພິເສດຊຸດທີ 2 ໃນປີນີ້ ມູນຄ່າ 91,5 ຕື້ຢວນ

ຈີນ ອອກພັນທະບັດໄລຍະຍາວພິເສດຊຸດທີ 2 ໃນປີນີ້ ມູນຄ່າ 91,5 ຕື້ຢວນ

ຂ່າວຊີອາໄອລາຍງານໃນວັນທີ 3 ພຶດສະພາ ຜ່ານມາວ່າ: ແຫຼ່ງຂ່າວຈາກຄະນະ​ກຳມະການພັດທະນາ​ ແລະ ​​ປະຕິ​ຮູບ​ແຫ່ງ​ຊາດ​ຈີນ ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຈີນໄດ້ອອກບັນຊີລາຍຊື່ ແລະ ງົບປະມານສໍາລັບພັນທະບັດໄລຍະຍາວພິເສດຊຸດທີ 2 ໃນປີນີ້ ມູນຄ່າ 91.5 ຕື້ຢວນ ເພື່ອສະໜັບສະໜູນການປ່ຽນຖ່າຍເຄື່ອງອຸປະກອນ ແລະ ການທົດແທນຄືນເຄື່ອງອຸປະໂພກ-ບໍລິໂພກ.
ລັດຖະບານມາເລເຊຍ ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ

ລັດຖະບານມາເລເຊຍ ຫຼຸດຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ກະຊວງການເງິນມາເລເຊຍໄດ້ເປີດເຜີຍວ່າ,ລັດຖະບານມາເລເຊຍກຳລັງເພີ່ມທະວີມາດຕະການຢ່າງຕັ້ງໜ້າເພື່ອຄວບຄຸມການໃຊ້ຈ່າຍທີ່ບໍ່ຈຳເປັນ ແລະເພື່ອຮັກສາສະຖຽນລະພາບທາງເສດຖະກິດທ່າມກາງຄວາມຜັນຜວນຂອງໂລກທີ່ເພີ່ມຂຶ້ນ.
OPEC + ເຫັນດີ ເພີ່ມການຜະລິດນໍ້າມັນໃນເດືອນມິຖຸນາໜ້ານີ້

OPEC + ເຫັນດີ ເພີ່ມການຜະລິດນໍ້າມັນໃນເດືອນມິຖຸນາໜ້ານີ້

ຂ່າວສານຊີອາໄອລາຍງານໃນວັນທີ 3 ພຶດສະພາ ຜ່ານມາວ່າ: ສື່ມວນຊົນຕ່າງປະເທດອ້າງອີງຕາມແຫຼ່ງຂ່າວຈາກຜູ້ສັນທັດກໍລະນີລາຍງານໃນວັນທີ 2 ພຶດສະພາ ຜ່ານມາວ່າ:
ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງຕັ້ງໜ້າໃນເດືອນເມສາ

ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງຕັ້ງໜ້າໃນເດືອນເມສາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 3 ພຶດ​ສະ​ພາ ຜ່ານມາ, ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ຕ່າງ ​ເງິ​ນ ຫວຽດ​ນາມ) ໄດ້​ປະ​ກາດ​ບົດ​ລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ-​ສັງ​ຄົມ ເດືອນ​ເມ​ສາ ແລະ 4 ເດືອນ​ຕົ້ນ​ປີ 2026. ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ມີ​ຂົງ​ເຂດ​ເສດ​ຖະ​ກິດ​ປາຍ​ແຫຼມ​ຈຳ​ນວນ​ໜຶ່ງ​ຂອງ ຫວຽດ​ນາມ ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ.
ເພີ່ມເຕີມ