ຈີນ​ກຳ​ລັງ​ດຳ​ເນີນ​ການ​ສຶກ​ສາ​ທີ່​ມີ​ຂະ​ໜາດ​ໃຫຍ່​ແລະ​ຄຸນ​ນະ​ພາບ​ດີ​ໃນ​ໂລກ

ຈີນ​ກຳ​ລັງ​ດຳ​ເນີນ​ການ​ສຶກ​ສາ​ທີ່​ມີ​ຂະ​ໜາດ​ໃຫຍ່​ແລະ​ຄຸນ​ນະ​ພາບ​ດີ​ໃນ​ໂລກ

ຈີນ​ກຳ​ລັງ​ດຳ​ເນີນ​ການ​ສຶກ​ສາ​ທີ່​ມີ​ຂະ​ໜາດ​ໃຫຍ່​ແລະ​ຄຸນ​ນະ​ພາບ​ດີ​ໃນ​ໂລກ
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 7 ມີນາ ຜ່ານມາ, ກອງ​ປະ​ຊຸມ​ຄັ້ງ​ທີ 14 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ຊຸດ​ທີ 14 ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ຫົວ​ຂໍ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ທ່ານ ຮ​ວາຍ​ຈິ້ນ​ເພີງ ລັດ​ຖະ​ມົນ​ຕີ​ກະ​ຊວງ​​ສຶ​ກ​ສາ​ທິ​ການ​ຈີນ​ໄດ້​ແນະ​ນຳ​ສະ​ພາບ​ການ​ສຶກ​ສາ​ຂອງ​ຈີນ​ໃຫ້​ຊາບ ວ່າ: ປັດ​ຈຸ​ບັນ​ນີ້, ຈີນ​ມີ​ໂຮງ​ຮຽນ​​ຊັ້ນຕ່າງໆ ແລະ​ປະ​ເພດ​ຕ່າງໆ 440,000 ແຫ່ງ, ມີ​ນັກ​ຮຽນ​ນັກ​ສຶກ​ສາ​ 280,000,000 ຄົນ ແລະ​ຄູ​-ອາ​ຈານ 18,700,000 ຄົນ.

 

ອັດຕາເຂົ້າໂຮງຮຽນອະນຸບານແມ່ນ 92.9%, ເພີ່ມຂຶ້ນ 28.4% ເມື່ອທຽບໃສ່ໄລຍະກ່ອນຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເມື່ອປີ 2012. ປີ 2025, ນະໂຍບາຍຍົກເວັ້ນຄ່າຮຽນປີໜຶ່ງກ່ອນເຂົ້າໂຮງຮຽນປະຖົມ ໄດ້ນຳເອົາຜົນປະໂຫຍດໃຫ້ແກ່ເດັກນ້ອຍ 14,000,000 ຄົນ.

ກ່ຽວກັບການສຶກສາພາກບັງຄັບ, ບົນພື້ນຖານທີ່ 2,895 ເມືອງໃນທົ່ວປະເທດຈີນໄດ້ມີຄວາມດຸ່ນດ່ຽງໂດຍພື້ນຖານ, ໃນທ້າຍປີ 2025, ມີ 19.8% ຄື: 572 ເມືອງໄດ້ບັນລຸຄວາມດຸ່ນດ່ຽງທີ່ມີຄຸນນະພາບດີ.

ອັດຕາເຂົ້າໂຮງຮຽນມັດທະຍົມປາຍແມ່ນ 92%, ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະກ່ອນຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນເມື່ອປີ 2012, ເດັກນ້ອຍຫຼາຍກວ່າເກົ່າມີໂອກາດເຂົ້າໂຮງຮຽນມັດທະຍົມປາຍ.

ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ລະຫວ່າງປີ 2021-2025, ການສຶກສາຊັ້ນສູງໄດ້ສົ່ງຜູ້ມີຄວາມຮູ້ຄວາມສາມາດທັງໝົດ 55,000,000 ຄົນໃຫ້ແກ່ສັງຄົມ, ອັດຕາເຂົ້າໂຮງຮຽນຊັ້ນສູງເພີ່ມຈາກບໍ່ຮອດ 30% ໃນໄລຍະກ່ອນຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນໃນເມື່ອປີ 2012 ຂຶ້ນຮອດຫຼາຍກວ່າ 60% ໃນປັດຈຸບັນ, ກໍຄືເພີ່ມຂຶ້ນຫຼາຍກວ່າ 1 ເທົ່າ.

ໂຕເລກສະຖິຕິເຫຼົ່ານີ້ສະແດງໃຫ້ເຫັນວ່າ: ຈີນມີການບຸກທະລຸໃໝ່ໃນການສະໜອງການບໍລິການສາທາລະນະດ້ານການສຶກສາທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະມີຄຸນນະພາບດີ. ອັດຕາທົ່ວເຖິງ ແລະຕົວຊີ້ວັດສຳຄັນດ້ານການສຶກສາຂັ້ນພື້ນຖານໄດ້ລື່ນກາຍລະດັບສະເລ່ຍຂອງປະເທດທີ່ມີລາຍຮັບປານກາງ ແລະສູງຢ່າງຮອບດ້ານ, ໃນນັ້ນ, ການສຶກສາກ່ອນເຂົ້າໂຮງຮຽນປະຖົມ ແລະການສຶກສາພາກບັງຄັບບັນລຸລະດັບສະເລ່ຍຂອງປະເທດທີ່ມີລາຍຮັບສູງ.

ຄໍາເຫັນ

ຂ່າວຕ່າງປະເທດ

ສົງຄາມລະຫວ່າງ ອາເມ​ຣິກາ-ອິສຣາແອນ ​ກັບ ອີຣານ ເຮັດໃຫ້ເກີດວິກິດພະລັງງານ​ໜັກ​​ໜ່ວງທີ່ສຸດໃນປະຫວັດສາດ

ສົງຄາມລະຫວ່າງ ອາເມ​ຣິກາ-ອິສຣາແອນ ​ກັບ ອີຣານ ເຮັດໃຫ້ເກີດວິກິດພະລັງງານ​ໜັກ​​ໜ່ວງທີ່ສຸດໃນປະຫວັດສາດ

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ເມສາ ຜ່ານມາ, ທ່ານ ຟາຕິ ບີໂຣລ ຜູ້ອຳນວຍການ​ໃຫຍ່ອົງການພະລັງງານສາກົນກ່າວວ່າ: ສົງຄາມລະຫວ່າງອາເມຣິກາ-ອິສຣາແອນ ​ກັບ ອີຣານ ພວມເຮັດໃຫ້​ທົ່ວໂລກ​ຜະເຊີນ​ກັບວິກິດພະລັງງານທີ່​ໜັກ​​ໜ່ວງ ທີ່ສຸດໃນປະຫວັດສາດ.
AI ຈະສົ່ງຜົນກະທົບຕໍ່ການຈ້າງງງານໃນອັງກິດ

AI ຈະສົ່ງຜົນກະທົບຕໍ່ການຈ້າງງງານໃນອັງກິດ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ເມສາ ຜ່ານມາວ່າ: ຜູ້ບໍລິຫານທຸລະກິດໃນອັງກິດຄາດວ່າປັນຍາປະດິດ (AI) ຈະສົ່ງຜົນກະທົບຕໍ່ການຈ້າງງານໂດຍລວມຫຼຸດລົງໃນທົດສະວັດຕໍ່ໄປ, ໂດຍສະເພາະຕຳແໜ່ງງານລະດັບເລີ່ມຕົ້ນມີທ່າອ່ຽງທີ່ຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ.
UN ເຕືອນ ເສດຖະກິດອາຊີ-ປາຊີຟິກ ມີຄວາມສ່ຽງຖືກກົດດັນຈາກວິກິດການຕາເວັນອອກກາງ

UN ເຕືອນ ເສດຖະກິດອາຊີ-ປາຊີຟິກ ມີຄວາມສ່ຽງຖືກກົດດັນຈາກວິກິດການຕາເວັນອອກກາງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ເມສາ ຜ່ານມາວ່າ: ອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍບົດລາຍງານການສຳຫຼວດເສດຖະກິດ ແລະ ສັງຄົມ ຂອງອາຊີ-ປາຊີຟິກ ປະຈຳປີ 2026 ໂດຍລະບຸວ່າ, ຂໍ້ຂັດແຍ່ງທີ່ເກີດຂຶ້ນໃນຕາເວັນອອກກາງ ກຳລັງເພີ່ມຄວາມກົດດັນຄັ້ງໃໝ່ຕໍ່ທ່າອ່ຽງເສດຖະກິດຂອງອາຊີ-ປາຊີຟິກ, ໂດຍສົ່ງຜົນກະທົບຕໍ່ຕະຫຼາດພະລັງງານ ແລະ ສິນຄ້າ, ພ້ອມທັງເສັ້ນທາງການຄ້າ ແລະ ການເຊື່ອມຕໍ່, ໃນໄລຍະທີ່ເສດຖະກິດໂລກມີຄວາມບໍ່ແນ່ນອນສູງຢູ່ແລ້ວ.
ບໍລິສັດຍີ່ປຸ່ນ ຫຼາຍກວ່າ 200 ແຫ່ງຈ່າຍຄ່າໄຖ່ Ransomware ແຕ່ 60% ກູ້ຄືນຂໍ້ມູນບໍ່ໄດ້

ບໍລິສັດຍີ່ປຸ່ນ ຫຼາຍກວ່າ 200 ແຫ່ງຈ່າຍຄ່າໄຖ່ Ransomware ແຕ່ 60% ກູ້ຄືນຂໍ້ມູນບໍ່ໄດ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ເມສາ ຜ່ານມາວ່າ: ຜົນການສຳຫຼວດຫຼ້າສຸດຂອງສະຖາບັນສົ່ງເສີມເສດຖະກິດ ແລະ ສັງຄົມດີຈີຕອນ ຂອງຍີ່ປຸ່ນ (JIPDEC) ຊີ້ໃຫ້ເຫັນວ່າ, ມີບໍລິສັດຍີ່ປຸ່ນຢ່າງໜ້ອຍ 222 ແຫ່ງ ທີ່ຍອມຈ່າຍເງິນຄ່າໄຖ່ໃຫ້ກັບແຮກເກີ ທີ່ໃຊ້ Ransomware (ຊັອຟແວຮຽກຮ້ອງຄ່າໄຖ່), ແຕ່ປະມານ 60% ຂອງບໍລິສັດເຫຼົ່ານັ້ນຍັງບໍ່ສາມາດກູ້ຄືນຂໍ້ມູນຂອງເຂົາເຈົ້າໄດ້.
ຫວຽດນາມ ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ ​ວຽກ​ງານ​ຊົນ​ເຜົ່າ ແລະ ນະ​ໂຍ​ບາຍ​ຊົນ​ເຜົ່າ

ຫວຽດນາມ ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ​ ​ວຽກ​ງານ​ຊົນ​ເຜົ່າ ແລະ ນະ​ໂຍ​ບາຍ​ຊົນ​ເຜົ່າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 20 ເມ​ສາ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດ​ນາມ ປະ​ເທດ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານ​ການ​ພົບ​ປະ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ທີ່​ເປັນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ.
“ກະ​ແສ​ນິ​ຍົມ​ດ້ານ​ການ​ຕ່າງ​ປະ​ເທດ” ສ່ອງ​ແສງ​ເຖິງ​ຄວາມ​ໃຈ​ກວ້າງ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່

“ກະ​ແສ​ນິ​ຍົມ​ດ້ານ​ການ​ຕ່າງ​ປະ​ເທດ” ສ່ອງ​ແສງ​ເຖິງ​ຄວາມ​ໃຈ​ກວ້າງ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃຫຍ່

​ຂ່າວສານຊີອາໄອລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ພົບ​ປະ​ກັບມຸງ​ກຸດ​ຣາ​ຊະ​ກຸ​ມານ​ແຫ່ງ​ອາ​ບູ​ດາ​ບີ​ ສະ​ຫະ​ລັດ ​ອາ​ຣັບ ​ເອ​ມີ​ເຣດ, ທ່ານ​ ເປ​ໂດ​ຣ ຊານ​ເຊັ​ສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແອັດ​ສະ​ປາຍ, ທ່ານ ​ເຊີ​ເກລັ​ຟ​ລົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ແລະ ທ່ານ​ ໂຕ​ເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດຫວຽດນາມ ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ​ຕາມ​ລຳ​ດັບ.
ບໍ​ລິ​ສັດ​ການ​ບິນຫຼາຍ​ແຫ່ງ​ໃນ​ໂລກ​ເຂົ້າ​ສູ່​ໄລ​ຍະ​ປ້ອງ​ກັນ​ຕົນ​ເອງເພື່ອໃຫ້ຢູ່ລອດ

ບໍ​ລິ​ສັດ​ການ​ບິນຫຼາຍ​ແຫ່ງ​ໃນ​ໂລກ​ເຂົ້າ​ສູ່​ໄລ​ຍະ​ປ້ອງ​ກັນ​ຕົນ​ເອງເພື່ອໃຫ້ຢູ່ລອດ

ຂ່າວສານຊີອາໄອລາຍງານວ່າ: ຫວ່າງມໍ່ໆມານີ້, ຜູ້​ຊ່ຽວ​ຊາຍ​ດ້ານ​ອຸດ​ສາ​ຫະ​ກຳ​ການ​ບິນ​ກ່າວ​ວ່າ, ໃນຫຼາຍ​ເດືອນ​​ຂ້າງ​ໜ້າ, ນັກ​ທ່ອງ​ທ່ຽວ​ທົ່ວ​ໂລກ​ຕ້ອງ​ທຳ​ໃຈ​ກຽມ​ພ້ອມ​ຮັບ​ມື​ກັບ​ຖ້ຽວ​ບິນ​ຖືກ​ຍົກ​ເລີກ, ​ເສັ້ນ​ທາງ​ການ​ບິນຫຼຸດ​ໜ້ອຍ​ລົງ ແລະ​ ລາຄາ​​ປີ້​ເຮືອ​ບິນເພີ່ມ​ຂຶ້ນ, ເພາະ​ວ່າ​ບໍ​ລິ​ສັດ​ການ​ບິນຫຼາຍ​ແຫ່ງ​ພວມ​ເຂົ້າ​ສູ່​ໄລ​ຍະ​ປ້ອງ​ກັນ​ຕົນ​ເອງ​​ເພື່ອໃຫ້​ຢູ່​ລອດ ​ໂດຍ​ຜ່ານ​ການຫຼຸດ​ຖ້ຽວ​ບິນ​ໃຫ້​ໜ້ອຍ​ລົງ ແລະ ​ເພີ່ມ​ລາ​ຄາ​ປີ້​ເຮືອ​ບິນ ເພື່​ອ​ຮັບ​ມືກັບ​ສະ​ພາບ​ການ​​ບໍ່​ເອື້ອ​ອຳ​ນວຍຕ່າງໆ ຄື: ນ້ຳ​ມັນ​ເຊື້ອ​ໄຟ​ການ​ບິນ​ມີກ​ານ​ຕອບ​ສະ​ໜອງ​ບໍ່​ພຽງ​ພໍ ແລະ ​​ມີລາ​ຄາ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍເປັນ​ຕົ້ນ.
ນັກ​ທຸ​ລະ​ກິດ​ ​ເຂົ້າ​ຮ່ວມງານວາງສະແດງສິນຄ້າກວາງໂຈ່ວ ສ້າງ​ສະ​ຖິ​ຕິ​ໃໝ່​​ໃນ​ປະ​ຫວັດ​ສາດ

ນັກ​ທຸ​ລະ​ກິດ​ ​ເຂົ້າ​ຮ່ວມງານວາງສະແດງສິນຄ້າກວາງໂຈ່ວ ສ້າງ​ສະ​ຖິ​ຕິ​ໃໝ່​​ໃນ​ປະ​ຫວັດ​ສາດ

ຂ່າວສານຊີອາໄອລາຍງານວ່າ: ງານວາງສະແດງສິນຄ້າກວາງໂຈ່ວຄັ້ງທີ 139 ໄລຍະທີ 1 ໄດ້ສິ້ນສຸດລົງໃນວັນທີ 19 ເມສາ ຜ່ານມາ, ໂດຍໄດ້ສະແດງໃຫ້ເຫັນຜົນງານ​ດ້ານນະວັດຕະກຳຂອງລະບົບອຸດສາຫະກຳທີ່ກ້າວໜ້າຂອງຈີນຢ່າງຄົບຊຸດ.
IEA ເປີດເຜີຍວ່າ ການໃຊ້ໄຟຟ້າທົ່ວໂລກ ເພີ່ມຂຶ້ນ 3% ໃນປີ 2025

IEA ເປີດເຜີຍວ່າ ການໃຊ້ໄຟຟ້າທົ່ວໂລກ ເພີ່ມຂຶ້ນ 3% ໃນປີ 2025

ຂ່າວຕ່າງປະເທດລາຍງານວ່າ: ອົງການພະລັງງານສາກົນ (IEA) ໄດ້ອອກບົດລາຍງານການທົບທວນພະລັງງານໂລກໃນວັນທີ 20 ເມສາ ຜ່ານມາ ໂດຍລະບຸວ່າ, ປະລິມານການໃຊ້ໄຟຟ້າທົ່ວໂລກ ໃນປີ 2025 ເພີ່ມຂຶ້ນ 3%, ໂດຍສ່ວນໜຶ່ງແມ່ນຍ້ອນຄວາມຕ້ອງການລົດໄຟຟ້າ (EV) ແລະ ສູນຂໍ້ມູນ (Data Center) ທີ່ເພີ່ມຂຶ້ນຢ່າງໄວວາ. ເຖິງຢ່າງໃດກໍຕາມ, ຕົວຂັບເຄື່ອນຫຼັກຍັງຄົງເປັນຂະແໜງອຸດສາຫະກຳ, ເຄື່ອງໃຊ້ໄຟຟ້າໃນຄົວເຮືອນ ແລະ ອາຄານການຄ້າ.
ຍີ່ປຸ່ນ ກວດພົບຄື້ນສຶນາມິ ຫຼັງແຜ່ນດິນໄຫວຂະໜາດ 7.5 ຣິກເຕີ

ຍີ່ປຸ່ນ ກວດພົບຄື້ນສຶນາມິ ຫຼັງແຜ່ນດິນໄຫວຂະໜາດ 7.5 ຣິກເຕີ

ຂ່າວຕ່າງປະເທດລາຍງານວ່າ: ໃນຕອນບ່າຍຂອງວັນທີ 20 ເມສາ ຜ່ານມາ, ຍີ່ປຸ່ນໄດ້ລາຍງານພົບຄື້ນສຶນາມິຢູ່ບໍລິເວນນອກຊາຍຝັ່ງຂອງແຂວງອິວາເຕະ ແລະ ແຂວງອາໂອໂມຣິ ໃນມະຫາສະໝຸດປາຊີຟິກ ຫຼັງຈາກເກີດແຜ່ນດິນໄຫວຂະໜາດ 7.5 ຣິກເຕີ ຢູ່ນອກຊາຍຝັ່ງຂອງຊັນຣິກຸ ທາງພາກຕາເວັນອອກສ່ຽງເໜືອຂອງຍີ່ປຸ່ນ. ໂດຍທີ່ທ່າເຮືອຄູຈິ ໃນແຂວງອິວາເຕະ ວັດແທກຄື້ນໄດ້ສູງເຖິງ 80 ຊັງຕີແມັດ.
ເພີ່ມເຕີມ