ຂ່າວລະບຸວ່າ:ນັບມາຮອດປັດຈຸບັນ, ນະໂຍບາຍ ແລະເອກະສານຕ່າງໆກ່ຽວກັບດ່ານພາສີອິດສະຫຼະໄດ້ຮັບການຈັດຕັ້ງປະຕິບັດພ້ອມກັນ ເຊັ່ນ: ບັນຊີລາຍຊື່ສິນຄ້າເກັບພາສີນຳເຂົ້າ, ນະໂຍບາຍພາສີດ້ານການຈໍລະຈອນສິນຄ້າ, ບັນຊີລາຍຊື່ສິນຄ້າ ແລະວັດຖຸສິ່ງຂອງທີ່ຕ້ອງຫ້າມ ຫຼືຈຳກັດດ້ານຂາເຂົ້າ-ຂາອອກ, ນະໂຍບາຍຍົກເວັ້ນພາສີຕໍ່ຜະລິດຕະພັນປຸງແຕ່ງທີ່ມີມູນຄ່າເພີ່ມ, ລະບຽບການຕິດຕາມຄຸ້ມຄອງອົງການພາສີ ແລະອື່ນໆ.
ຫຼັງຈາກປະຕິບັດດ່ານພາສີອິດສະຫຼະທົ່ວເກາະໄຫຫຼຳແລ້ວ, ແຂວງໄຫຫຼຳຍັງຈະເປີດກວ້າງຂົງເຂດການເປີດປະຕູຢ່າງບໍ່ຢຸດຢັ້ງ, ສືບຕໍ່ປັບປຸງລະບົບນະໂຍບາຍ ແລະລະບຽບການໃຫ້ສົມບູນຂຶ້ນຢ່າງຕໍ່ເນື່ອງ, ພະຍາຍາມສ້າງເປັນດ່ານສຳຄັນທີ່ນຳພາການເປີດປະຕູສູ່ພາຍນອກຂອງຈີນໃນຍຸກໃໝ່.
ຄໍາເຫັນ