ທ່ານ ໂກ່ວເຈ່ຍຄຸນ ຢືນຢັນວ່າ: ປີນີ້ເປັນປີຄົບຮອບ 10 ປີແຫ່ງການບັນລຸສັນຍາປາຣີ ທັງເປັນປີທີ່ປະເທດຕ່າງໆສະເໜີເປົ້າໝາຍການເຄື່ອນໄຫວເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຕາມສະພາບຕົວຈິງຂອງປະເທດຕົນຮອບໃໝ່ ຊຶ່ງເປັນຂີດໝາຍສໍາຄັນຂອງການຄຸ້ມຄອງດິນຟ້າອາກາດໂລກ. ນັບແຕ່ຕົ້ນປີນີ້ມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄໍາປາໄສສໍາຄັນໃນກອງປະຊຸມສຸດຍອດການປ່ຽນແປງຂອງດິນຟ້າອາກາດ 2 ຄັ້ງທີ່ມີທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ທ່ານ ລູອິສ ອິນາຊີໂອ ລູລາ ດາ ຊິນວາ ປະທານາທິບໍດີບຣາຊິນ ເປັນປະທານຮ່ວມ.
ໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ສະເໜີເປົ້າໝາຍການເຄື່ອນໄຫວເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຕາມສະພາບຕົວຈິງຂອງຈີນຮອບໃໝ່, ໂດຍໄດ້ສະແດງໃຫ້ເຫັນເຖິງບົດບາດນໍາພາດ້ານການຄຸ້ມຄອງດິນຟ້າອາກາດໂລກກໍຄືພາບພົດປະເທດໃຫຍ່ທີ່ມີຄວາມຮັບຜິດຊອບຂອງຈີນ. ຈີນຍິນດີເພີ່ມຄວາມໝັ້ນໃຈ ແລະ ແຮງຂັບເຄື່ອນທີ່ເຂັ້ມແຂງກວ່າເກົ່າໃຫ້ແກ່ການຄຸ້ມຄອງດິນຟ້າອາກາດໂລກດ້ວຍຜົນສໍາເລັດ ແລະແຜນການຂອງຈີນ, ພ້ອມທັງຫວັງຢາກຮ່ວມກັບຝ່າຍຕ່າງໆ ຍົກສູງຄັນທຸງລັດທິຫຼາຍຝ່າຍ, ເພີ່ມທະວີຄວາມສາມັກຄີ ແລະ ການປະສານງານ ເພື່ອຊຸກຍູ້ການຫັນເປັນແບບສີຂຽວ ແລະ ກາກບອນຕໍ່າຂອງໂລກ ກໍຄືຮ່ວມກັນສ້າງໂລກທີ່ສະອາດ ແລະ ສວຍງາມ.
ຄໍາເຫັນ