ຈົ່ງພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ

ຈົ່ງພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ
ໂດຍ: ຄໍາໃໝ່ ສັງທອງເພັດ
    ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ(ວັນທີ 20 ມັງກອນ 1949 ຫາ ວັນທີ 20 ມັງກອນ 2024)ສະຫາຍ ພັນໂທ ພັນທະມິດ ແສງສະຫວ່າງ ນັກຮົບແຂ່ງຂັນແຫ່ງຊາດອະດີດຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ແມ່ນບຸກຄົນໜຶ່ງທີ່ມີຜົນງານ ແລະ ຊີວິດການເຄື່ອນໄຫວດີເດັ່ນ ທີ່ຕິດພັນກັບຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ໃນຫຼາຍບັ້ນຮົບ, ບັ້ນຕີທີ່ສໍາຄັນດຸເດືອດຂ້ຽວຂາດທີ່ເຕັມໄປດ້ວຍນໍ້າໃຈເສຍສະຫຼະ ແລະ ນໍ້າໃຈຮັກຊາດອັນສູງສົ່ງຕໍ່ສູ້ບໍ່ຍອມຈໍານົນເດັດຂາດປະຕິບັດທຸກມະຕິ, ຄໍາສັ່ງຂອງຜູ້ບັນຊາຢ່າງເຂັ້ມງວດ ສາມາດປະກອບສ່ວນເຂົ້າໃນໄຊຊະນະລວມຂອງປະເທດຊາດ ກໍຄືການກໍາເນີດເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວຢ່າງມີຜົນສໍາເລັດອັນຈົບງາມ ສະຫາຍໄດ້ສະແດງທັດສະນະຄວາມຮູ້ສຶກດັ່ງກ່າວຜ່ານສື່ມວນຊົນກອງທັບ.
    ສະຫາຍ ພັນໂທ ພັນທະມິດ ແສງສະຫວ່າງ ໄດ້ຮຽກຮ້ອງໃຫ້ນາຍ ແລະ ພົນທະຫານຮຸ່ນສືບທອດໃນທົ່ວກອງທັບ ຈົ່ງພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວເຂົ້າສູ່ຊີວິດຕົວຈິງຂອງຕົນໃຫ້ເກີດດອກອອກຜົນຢ່າງຈົບງາມເພື່ອເປັນກໍາລງແຮງອັນແຂງແກ່ນຂອງພັກໃນການປົກປັກຮັກສາໝາກຜົນຂອງການປະຕິວັດທີ່ບັນພະບູລຸດ, ພະນັກງານປະຕິວັດ-ອາວຸໂສບໍານານຮຸ່ນກ່ອນໄດ້ສ້າງໄວ້ຊຶ່ງເຕັມໄປດ້ວຍນໍ້າໃຈຮັກຊາດ, ນໍ້າໃຈເສຍສະຫຼະອັນສູງສົ່ງແລກມາດ້ວຍຊີວິດເລືອດເນື້ອ, ເຫື່ອໄຄຂອງນັກຮົບປະຕິວັດບໍ່ຈັກວ່າເທົ່າໃດຄົນ.ພ້ອມນີ້ຍັງໄດ້ອວຍພອນໄຊອັນປະເສີດຕໍ່ການນໍາພັກ-ລັດ, ຄະນະນໍາກະຊວງປ້ອງກັນປະເທດຈົ່ງມີສຸຂະພາບເຂັ້ມແຂງ, ອາຍຸໝັ້ນຂວັນຍືນ, ສືບຕໍ່ນໍາພາປະເທດຊາດ ແລະ ກອງທັບກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນນາຍ ແລະ ພົນທະຫານໃນທົ່ວກອງທັບ, ຮຸ່ນສືບທອດປ່ຽນແທນຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນເຂົ້າປັບປຸງກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ ໂດຍຖືເອົາການຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກໃຫ້ເປັນຮູບປະທໍາຕົວຈິງ ແນໃສ່ສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດ ທີ່ມີລະບຽບແບບແຜນທັນສະໄໝເປັນກ້າວໆ. 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ ສະຫຼຸບການນຳພາ-ຊີ້ນຳຮອບດ້ານ

ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດກອງປະຊຸມສະຫຼຸບການນຳພາ-ຊີ້ນຳຮອບດ້ານ ຂອງຄະນະພັກ-ຄະນະບັນຊາໃນການປະຕິບັດມະຕິ, ແຜນດໍາເນີນງານຂອງຄະນະພັກ, ແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວວຽກງານວິຊາສະເພາະ ໃນວັນທີ 11 ມິຖຸນານີ້, ໃຫ້ກຽດເປັນປະທານໂດຍ ສະຫາຍ ພົຕ ແອນ ອຸ່ນອານົງນຸດ ຮອງລັດຖະມົນຕີກະຊວງ ປກສ, ມີບັນດາຄະນະພັກ-ຄະນະບັນຊາເຂົ້າຮ່ວມ.
ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025

ສາມອົງການຈັດຕັ້ງມະຫາຊົນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດແຂ່ງຂັນຖາມ-ຕອບ ແລະ ສໍາມະນາວິທະຍາສາດ ສະຫຼອງ 3 ວັນປະຫວັດສາດປີ 2025 ໂດຍໄດ້ຮັບການສະໜັບສະໜູນຈາກ ຄະນະຊີ້ນຳລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂຶ້ນເມື່ອວັນທີ 10 ມິຖຸນາຜ່ານມາ, ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ວາດສະໜາ ຈັນທະນະສິນ ເລຂາຄະນະພັກຮາກຖານ ຄສບ ຫົວໜ້າຄະນະວິຊາ ຄສບ, ສະຫາຍ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ສີພອນ ສີບຸນເຮືອງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ສສກ, ພ້ອມດ້ວຍຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຍົກ​ລະ​ດັບ ການເກັບກຳຫາງສຽງສັງຄົມໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ ເມືອງ​ປາກ​ຊ່ອງ

ຄະນະໂຄສະນາອົບຮົມແຂວງຈຳປາສັກ ຮ່ວມກັບ ຄະນະໂຄສະນາອົບຮົມເມືອງປາກຊ່ອງ ໄດ້ຈັດຊຸດຝຶກອົບຮົມວຽກງານເກັບກຳ, ສະພາບແນວຄິດຫາງສຽງ-ສັງຄົມ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນເມືອງປາກຊ່ອງ ໃນ​ວັນ​ທີ 10 ມິ​ຖຸ​ນາ​ນີ້ ທີ່ ເມືອງ​ປາກ​ຊ່ອງ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ, ມີ ທ່ານ ແສງເດືອນ ສົມສະຫວັນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ຂັ້ນເມືອງ, ຫົວໜ້າຄະນະຈັດຕັ້ງເມືອງປາກຊ່ອງ, ມີ​ພະ​ນັກ​ງານ​ຈາກ​ບັນ​ດາ​ກົມ​ກອງ​ອ້ອມ​ຂ້າງ​ເມືອງ​ປາກ​ຊ່ອງ​ເຂົ້າ​ຮ່ວມ.
ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ການນຳແຂວງຫຼວງພະບາງ ຊຸກ​ຍູ້ວຽກງານ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງ

ທ່ານ ບຸນເລື່ອມ ມະນີວົງ ປະທານສະພາປະຊາຊົນ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ໄດ້ຢ້ຽມຢາມ ເຮັດວຽກ ຢູ່ໂຮງງານຊີມັງຄອນຈ໌ ຫຼວງພະບາງຈຳກັດ ໃນ​ວັນ​ທີ 9 ມິ​ຖຸ​ນາ​ຜ່ານ​ມາ ໂດຍໄດ້ຮັບການຕ້ອນຮັບຈາກ ຜູ້ບໍລິຫານ ແລະ ພະນັກງານພາຍໃນໂຮງງານ.
ປະທານສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ

ປະທານສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພາຍຸໝາກເຫັບ ຢູ່ເມືອງສີໂຄດຕະບອງ

ໃນວັນທີ 10 ມິຖຸນານີ້ ທີ່ວັດໂພທາຣາມ ບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ລົງພື້ນທີ່ຕົວຈິງ ເພື່ອພົບປະຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ພາຍຸໝາກເຫັບ ທີ່ພັດຖະຫຼົ່ມໃນໄລຍະຜ່ານມາ ຊຶ່ງການລົງພື້ນທີ່ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ມີຄະນະນຳຂັ້ນສູງຈາກສະພາແຫ່ງຊາດ ອຳນາດການປົກຄອງນະຄອນຫຼວງວຽງຈັນ ຄະນະກຳມະການປົກຄອງເມືອງສີໂຄດຕະບອງ ພ້ອມດ້ວຍອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສສຊ-ສປນວ ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ

ສສຊ-ສປນວ ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ

ໃນວັນທີ 10 ມິຖຸນານີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານ ສະພາປະຊາຊົນນະຄອນຫຼວງວຽງຈັນ ສະມາຊິກສະພາແຫ່ງຊາດຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນ ຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X (ສສຊ) ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V (ສປນວ) ທີ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໃຫ້ການຕ້ອນຮັບຂອງທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກໍາມະການປົກຄອງ ນະຄອນຫຼວງວຽງຈັນ, ທ່ານ ບຸນມີ ໄຊຍະວົງ ປະທານຄະນະກໍາມະການປົກຄອງເມືອງສີໂຄດຕະບອງ ມີບັນດາສະມາຊິກສະພາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງ ວທ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງ ວທ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດພິທີປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ ໃນວັນທີ 10 ມິຖຸນານີ້, ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການປາຖະກະຖາຂອງທ່ານ ພົນຈັດຕະວາ ສຸລິນພອນ ຄໍາພະຈັນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີທ່ານ​ ພະຂັນໄຊ ສີຂັນໄຊ ຫົວໜ້າກົມຈັດຕັ້ງພະນັກງານ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ປາຖະກະຖາ 3 ວັນປະຫວັດສາດ

ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ ປາຖະກະຖາ 3 ວັນປະຫວັດສາດ

ກົມໃຫຍ່ພະລາທິການປ້ອງກັນຄວາມສະຫງົບ (ປກສ) ຈັດພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີຂຶ້ນໃນວັນທີ 9 ມິຖຸນາ ຜ່ານມາ, ໃຫ້ກຽດປາຖະກະຖາໂດຍສະຫາຍ ພົຈວ ອຸດົມ ສີສົງຄາມ ຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ສະຫາຍ ພົຈວ ພູທອນ ພົນໂພສີລາຫົງ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີບັນດາຫົວໜ້າກົມ-ຮອງກົມ ພ້ອມດ້ວຍນາຍຕໍາຫຼວດເຂົ້າຮ່ວມ.
ການນຳແຂວງຫຼວງພະບາງ ຕິດຕາມໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊ

ການນຳແຂວງຫຼວງພະບາງ ຕິດຕາມໂຄງການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊ

ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ຕິດຕາມຄວາມຄືບໜ້າ ຂອງໂຄງການກໍ່ສ້າງພື້ນຖານໂຄງລ່າງຫຼາຍແຫ່ງ, ເຊິ່ງ ທ່ານ ຄໍາກ້ຽງ ຈົ່ງຮົ່ວຖໍ່ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະາປະຊາຊົນແຂວງ ປະຈໍາເມືອງໂພນໄຊ ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດວຽກງານກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໂພນໄຊປະກອບມີ ໂຄງການກໍ່ສ້າງ ໂຮງໝໍເມືອງ, ໂຄງການກໍ່ສ້າງສຳນັກງານຫ້ອງວ່າການເມືອງ ແລະ ສະຖານທີ່ຈັດງານບຸນຊ່ວງເຮືອປະຈຳປີ, ເຊິ່ງການລົງຕິດຕາມໃນຄັ້ງນີ້ ເປັນການກວດກາ ແລະ ຊຸກຍູ້ໃຫ້ການກໍ່ສ້າງ ດຳເນີນໄປຢ່າງມີປະສິດທິພາບ ຕາມແຜນການທີ່ວາງໄວ້.
ທະນາຄານສົ່ງເສີມກະສິກຳ ສະຫຼຸບຜົນການດໍາເນີນທຸລະກິດປີ 2025

ທະນາຄານສົ່ງເສີມກະສິກຳ ສະຫຼຸບຜົນການດໍາເນີນທຸລະກິດປີ 2025

ທະນາຄານສົ່ງເສີມກະສິກຳ ຈຳກັດ (APB) ຈັດກອງປະຊຸມສະຫຼຸບຜົນການດໍາເນີນທຸລະກິດປະຈໍາປີ 2025 ແລະ ວາງທິດທາງປີ 2026 ຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພົງສະຫວັດ ເສນາພວນ ປະທານສະພາບໍລິຫານ APB, ໂດຍມີຄະນະກໍາມະການສະພາບໍລິ ຫານ, ຄະນະອຳນວຍການ, ຜູ້ຈັດການຝ່າຍ, ຄະນະພະແນກ, ຄະນະສາຂາ, ຄະນະຂະແໜງເຂົ້າຮ່ວມ.
ເພີ່ມເຕີມ