ຈົດຈຳບຸນຄຸນຂອງພັກເສີມຂະຫຍາຍວຽກງານການຕ່າງປະເທດໃຫ້ເຕີບໃຫຍ່ເຂັ້ມແຂງ

ຈົດຈຳບຸນຄຸນຂອງພັກເສີມຂະຫຍາຍວຽກງານການຕ່າງປະເທດໃຫ້ເຕີບໃຫຍ່ເຂັ້ມແຂງ

ຈົດຈຳບຸນຄຸນຂອງພັກເສີມຂະຫຍາຍວຽກງານການຕ່າງປະເທດໃຫ້ເຕີບໃຫຍ່ເຂັ້ມແຂງ
ໂດຍ: ແສງຈັນ ພັກປະຊາຊົນ ປະຕິວັດລາວ ນັບແຕ່ມື້ສ້າງຕັ້ງໃນວັນທີ 22 ມີນາ 1955ເປັນຕົ້ນມານັ້ນ, ພວກເຮົາໄດ້ຮູ້ດີແລ້ວວ່າປະຫວັດສາດແຫ່ງການຕໍ່ສູ້ປະຕິວັດຂອງປະຊາຊົນລາວບັນດາເຜົ່າ, ການປົກປັກຮັກສາ

ແລະ ການສ້າງສາພັດທະນາປະເທດຊາດ ພັກກຳເນີດມາຈາກປະຊາຊົນ, ເປັນຕົວແທນຂອງປະຊາຊົນ ແລະ ເປັນບ່ອນເຕົ້າໂຮມກຳລັງແຮງ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ນຳພາປວງຊົນລາວ ເດີນຕາມເສັ້ນທາງອັນຖືກຕ້ອງ, ມີໄຫວພິບ ແລະ ມີການພັດທະນາທີ່ສອດຄ່ອງກັບສະພາບການຕົວຈິງຂອງປະເທດ; ພັກ ໄດ້ນຳພາປວງຊົນລາວ ຕໍ່ສູ້ຍາດເອົາໄຊຊະນະ ຈາກຈັກກະພັດຜູ້ຮຸກຮານ ໄດ້ຢ່າງສົມບູນ.ຕະຫຼອດ70 ປີ ພາຍໃຕ້ການນຳພາຂອງພັກ, ປະເທດສາມາດຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ເສດຖະກິດມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນເປັນກ້າວໆ.

ສະຫາຍ ບຸນເຫຼືອ ພັນດານຸວົງ ຮັກສາການເລຂາຄະນະພັກ ຄະນະພົວພັນຕ່າງປະເທດສູນກາງພັກໄດ້ໃຫ້ສໍາພາດ ຕໍ່ນັກຂ່າວໜັງສືພິມປະຊາຊົນ ວ່າ: ໃນຂະແໜງການຕ່າງປະເທດ,ພັກໄດ້ວາງແນວທາງນະໂຍບາຍການຕ່າງປະເທດ ທີ່ຖືກຕ້ອງ ແລະ ສອດຄ່ອງກັບສະພາບການພາຍໃນ ແລະ ສາກົນໃນແຕ່ລະໄລຍະ;ໄລຍະການເຄື່ອນໄຫວປະຕິວັດ, ພັກໄດ້ຖືສຳຄັນການເປີດກວ້າງການຮ່ວມມືກັບສາກົນ, ຍາດແຍ່ງເອົາຄວາມເຫັນອົກເຫັນໃຈ, ການສະໜັບສະໜູນແລະການຊ່ວຍເຫຼືອຂອງບັນດາກຳລັງກ້າວໜ້າແລະປະຊາຊາດໃນໂລກ; ໄລຍະໃໝ່, ພັກກໍໄດ້ສືບຕໍ່ຜັນຂະຫຍາຍແນວຄິດຊີ້ນຳ ແລະ ພຶດຕິກຳຕົວຈິງໃນການເຄື່ອນໄຫວວຽກງານ ເພື່ອສ້າງສະພາບແວດລ້ອມສາກົນ ທີ່ເອື້ອອຳນວຍໃຫ້ແກ່ການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ; ສືບຕໍ່ຢຶດໝັ້ນນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ; ສືບຕໍ່ເຄື່ອນໄຫວວຽກງານຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ ແລະ ຫຼາຍລະດັບ ໂດຍການສົມທົບແໜ້ນຢ່າງກົມກຽວ ວຽກງານການທູດສາຍພັກ, ການທູດສາຍລັດ ແລະ ການທູດປະຊາຊົນ.

ໃນການພົວພັນດ້ານພັກ, ໄດ້ເອົາໃຈໃສ່ ເພີ່ມທະວີ ແລະ ເສີມຂະຫຍາຍ ການພົວພັນຮ່ວມມືແບບທາງກວ້າງ ແລະ ທາງເລິກ ກັບບັນດາພັກເພື່ອນມິດຍຸດທະສາດຮ່ວມອຸດົມການ ຜ່ານກົນໄກການຮ່ວມມືຕ່າງໆ ເຊັ່ນ: ກອງປະຊຸມສຸດຍອດ 3 ພັກ ລາວ-ຫວຽດນາມ-ກໍາປູເຈຍ, ການພົບປະປະຈໍາປີ 2 ກົມການເມືອງ ລາວ-ຫວຽດນາມ, ກອງປະຊຸມສຸດຍອດປະຈໍາປີ ລາວ-ກໍາປູເຈຍ, ການພົບປະປະຈໍາປີຂອງການນໍາຂັ້ນສູງສຸດຂອງພັກ, ລັດ ລາວ-ຈີນ ແລະ ອື່ນໆ ພ້ອມກັນນັ້ນ ກໍໄດ້ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາພັກການເມືອງ-ຂະບວນການກ້າວໜ້າສາກົນ ດ້ວຍຫຼາຍຮູບການ ແລະ ຫຼາຍລະດັບ; ໃນຂອບຫຼາຍຝ່າຍ ກໍໄດ້ສືບຕໍ່ພົວພັນ ແລະ ເຂົ້າຮ່ວມກອງປະຊຸມສາກົນຂອງບັນດາພັກການເມືອງໂລກ ຢ່າງຕັ້ງໜ້າ ໂດຍຜ່ານຂອບການພົວພັນຫຼາຍຝ່າຍທີ່ພັກເປັນສະມາຊິກ ແລະ ບໍ່ເປັນສະມາຊິກ ເຊັ່ນ: ກອງປະຊຸມສາກົນຂອງບັນດາພັກກອມມູນິດ ແລະ ກຳມະກອນ (IMCWP)ຊຶ່ງພັກເຮົາໄດ້ຖືກຮັບຮອງເຂົ້າເປັນສະມາຊິກວິຊາການໃນກອງປະຊຸມດັ່ງກ່າວ ໃນປີ2022, ກອງປະຊຸມພັກກອມມູນິດຈີນ ກັບພັກການເມືອງສາກົນ, ກອງປະຊຸມພັກກອມມູນິດຈີນ ກັບບັນດາພັກການເມືອງ 5 ປະເທດລຸ່ມແມ່ນໍ້າຂອງ, ກອງປະຊຸມໂຕະມົນຣັດເຊຍ ກັບພັກການເມືອງ ບັນດາປະເທດສະມາຊິກອາຊຽນ, ເວທີສຳມະນາສາກົນສັງຄົມນິຍົມ, ກອງປະຊຸມສາກົນຂອງບັນດາພັກການເມືອງອາຊີ (ICAPP) ແລະ ກອງປະຊຸມສາກົນອື່ນໆ.

ໃນດ້ານການພົວພັນສາຍລັດ, ພັກໄດ້ເອົາໃຈໃສ່ໃນການເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານກັບ ສສຫວຽດນາມ, ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານຕາມທິດ4 ດີແລະ ການສ້າງເປັນຄູ່ຮ່ວມຊາຕາກຳກັບ ສປ ຈີນ, ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານກັບ ສປປ ເກົາຫຼີ, ສກູບາ, ຣັດເຊຍ, ກໍາປູເຈຍ ພ້ອມທັງເສີມຂະຫຍາຍການຮ່ວມມືກັບບັນດາປະເທດໃຫຍ່, ປະເທດມະຫາອຳນາດ, ກັບທຸກປະເທດ ແລະ ອົງການຈັດຕັ້ງສາກົນ ບົນພື້ນຖານການເຄົາລົບເອກະລາດ, ອຳນາດອະທິປະໄຕ ກໍຄື 5 ຫຼັກການ ຢູ່ຮ່ວມກັນໂດຍສັນຕິ, ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ; ປະຕິບັດພັນທະຂອງຕົນ ພາຍໃຕ້ສົນທິສັນຍາສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີ, ທັງຍາດແຍ່ງ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຕົນໃນເວທີພາກພື້ນ ແລະ ສາກົນ.ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ປະກອບສ່ວນໃນຂອບຫຼາຍຝ່າຍອື່ນໆ ເພື່ອຍົກສູງຖານະບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໃຫ້ສູງເດັ່ນຂຶ້ນເລື້ອຍໆ ໂດຍສະເພາະ ອັນທີ່ພົ້ນເດັ່ນ ແມ່ນການເຄື່ອນໄຫວໃນຂອບອາຊຽນ ຊຶ່ງ ສປປ ລາວ ກໍໄດ້ເປັນປະທານໝູນວຽນຂອງອາຊຽນ ໃນປີ 2024 ທີ່ຜ່ານມາ ດ້ວຍຜົນສຳເລັດອັນຈົບງາມ.

ໃນດ້ານການທູດປະຊາຊົນ ກໍສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ ໃນການເສີມສ້າງສາຍພົວພັນທີ່ດີ ລະຫວ່າງ ປະຊາຊົນກັບປະຊາຊົນ, ໄດ້ຊຸກຍູ້ການພົວພັນຮ່ວມມື ແລະ ຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອຂອງບັນດາອົງການຈັດຕັ້ງມະຫາຊົນ, ບັນດາສະມາຄົມມິດຕະພາບ ແລະ ມູນນິທິຕ່າງໆຊຶ່ງໄດ້ເປັນເຄື່ອງມືທີ່ສຳຄັນໃນການຊຸກຍູ້ຄວາມເຂົ້າອົກເຂົ້າໃຈຈາກສາກົນ ແລະ ສາມາດຍາດເອົາການຊ່ວຍເຫຼືອຕົວຈິງມາສູ່ປະຊາຊົນລາວ.

ມາເຖິງປັດຈຸບັນ, ສປປ ລາວ ໄດ້ມີການພົວພັນກັບ 145 ພັກການເມືອງ, ສະມາຄົມມິດຕະພາບລາວ ກັບຕ່າງປະເທດ 20ສະມາຄົມ ແລະ ຄະນະສັນຕິພາບ-ສາມັກຄີຂອງລາວ 1 ຄະນະ,ມີການພົວພັນການທູດກັບ 151 ປະເທດ, ໂດຍມີສໍານັກງານການທູດລາວ ປະຈໍາ 27ປະເທດ, ພ້ອມກັນນັ້ນ ກໍຍັງໄດ້ເປັນພາຄີ ຂອງບັນດາຂອບການຮ່ວມມືສາກົນຕ່າງໆ ຢ່າງກວ້າງຂວາງ.

ໂດຍລວມແລ້ວເຫັນວ່າ, ວຽກງານການຕ່າງປະເທດແມ່ນນັບມື້ນັບເປີດກວ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ ພາລະກິດປົກປັກຮັກສາ, ສ້າງສາພັດທະນາ ສປປ ລາວ ແລະ ສ້າງຄວາມເຊື່ອໝັ້ນອັນໜັກແໜ້ນໃນການຍາດແຍ່ງແລະຮັບເອົາການສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດຍຸດທະສາດ ແລະ ວົງຄະນາຍາດສາກົນ ບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ບົນພື້ນຖານການເສີມຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກ ຕາມທິດ “ເພີ່ມທະວີຄວາມເປັນເຈົ້າການປະຕິບັດການພົວພັນກັບຕ່າງປະເທດ, ສ້າງເງື່ອນໄຂສະດວກ ແລະ ນຳຜົນປະໂຫຍດຕົວຈິງ ໃຫ້ແກ່ການພັດທະນາປະເທດຊາດ”. ທັງໝົດທີ່ກ່າວມານັ້ນ ເປັນພຽງພາກສ່ວນໜຶ່ງ ຂອງຜົນສຳເລັດທີ່ຍາດມາໄດ້ພາຍໃຕ້ການນຳພາຂອງພັກ ແລະ ກໍເປັນໜຶ່ງສິ່ງຢັ້ງຢືນຢ່າງໜັກແໜ້ນວ່າ: ການນໍາພາຂອງພັກເຮົາ ປຽບເໝືອນແສງສະຫວ່າງ ທີ່ຊີ້ທິດເຍືອງທາງ ແລະ ເປັນດັ່ງເສັ້ນດ້າຍສີແດງ ທີ່ສອດຫ້ອຍໄປທຸກຂົງເຂດວຽກງານ; ທຸກໄຊຊະນະ ແລະຜົນສຳເລັດຂອງປະຊາຊົນລາວ ບໍ່ວ່າຈະເປັນໄລຍະການປະຕິວັດໃນເມື່ອກ່ອນກໍຄືໃນໄລຍະປົກປັກຮັກສາ ແລະສ້າງສາປະເທດຊາດໃນປັດຈຸບັນແມ່ນບໍ່ສາມາດເກີດຂຶ້ນໄດ້ ຖ້າບໍ່ມີການນຳພາຂອງພັກ. ພວກເຮົາ ຈົ່ງພ້ອມກັນຈົດຈຳວັນທີ 22 ມີນາ, ຈົດຈຳບຸນຄຸນຂອງພັກ, ຢຶດໝັ້ນເດີນຕາມພັກ ແລະ ຕັ້ງໜ້າປະຕິບັດແນວທາງນະໂຍບາຍທີ່ພັກວາງອອກ ດ້ວຍຄວາມຮັບຜິດຊອບ.

ສະຫາຍບຸນເຫຼືອ ພັນດານຸວົງ ກ່າວອີກວ່າ: ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາຂອງພັກ, ຂະແໜງການຕ່າງປະເທດພວກເຮົາ ຈະນັບມື້ເຕີບໃຫຍ່ຂະຫຍາຍຕົວ, ຍາດໄດ້ຜົນສຳເລັດຕົວຈິງ ທີ່ໃຫຍ່ຫຼວງກວ່າເກົ່າປະກອບສ່ວນເຂົ້າໃນພະລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ ກໍຄື ປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ຂອງໂລກ ແລະ ຂໍຖືໂອກາດອັນມີຄວາມໝາຍສຳຄັນນີ້, ອວຍພອນໄຊອັນປະເສີດແດ່ ການນຳພັກ-ລັດຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນການນຳພາປະເທດຊາດກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້.

ພັກປະຊາຊົນ ປະຕິວັດລາວ ຈົ່ງໝັ້ນຍືນ!

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ