ດັກລັກ ສ້າງເຄື່ອງໝາຍການຄ້າຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວ

ດັກລັກ ສ້າງເຄື່ອງໝາຍການຄ້າຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວ

ດັກລັກ ສ້າງເຄື່ອງໝາຍການຄ້າຈຸດນັດພົບ ແລະ ຜະລິດຕະພັນທ່ອງທ່ຽວ
ວິທະຍຸກະຈາຍສຽງຫວຽດນາມລາງານ ຫວ່າງມໍ່ໆມານີ້ວ່າ: ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງດັກ​ລັກ ໄດ້​ສົມ​ທົບ​ກັບ​ສະ​ໂມ​ສອນຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດຫວຽດນາມ (CSMO) ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສ້າງ​ເຄື່ອງ​ໝາຍ​ຈຸດ​ນັດ​ພົບ ແລະ ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ.

ໃນກອງປະຊຸມສຳມະນາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງດັກລັກ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2026, ດັກລັກ ໄດ້ຕ້ອນຮັບນັກທ່ອງທ່ຽວປະມານ 5.33 ລ້ານເທື່ອຄົນ, ເພີ່ມຂຶ້ນກວ່າ 37% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ນັກທ່ອງທ່ຽວສາກົນບັນລຸ 78,500 ເທື່ອຄົນ, ເພີ່ມຂຶ້ນເກືອບ 38%.

ເມື່ອເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມສຳມະນາໃນການສ້າງເຄື່ອງໝາຍການຄ້າຂອງແຂວງ, ທ່ານ ຫງວຽນເລວູ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດັກລັກ ໃຫ້ຮູ້ວ່າ: ບັນດາຄວາມຮູ້ຈາກກອງປະຊຸມຄັ້ງນີ້ຈະຊ່ວຍໃຫ້ທ້ອງຖິ່ນເປັນເຈົ້າການໃນການສ້າງບັນດາຜະລິດຕະພັນທ່ອງທ່ຽວຢູ່ທ້ອງຖິ່ນຂອງຕົນ. ສິ່ງສຳຄັນທີ່ສຸດແມ່ນພວກເຮົານຳມາຊຶ່ງສິ່ງໃດໃຫ້ແກ່ນັກທ່ອງທ່ຽວ ແລະ ເມື່ອນັກທ່ອງທ່ຽວມາຢ້ຽມຢາມເຂົາເຈົ້າຈະເກັບເອົາສິ່ງໃດໃຫ້ແກ່ຕົນເອງ ແລະ ທ້ອງຖິ່ນຈະເປັນເຈົ້າການໃນການສ້າງຈຸດນັດພົບຂອງຕົນ.

ຄໍາເຫັນ

ຂ່າວຕ່າງປະເທດ

ສິງກະໂປ ຄາດຄະເນສະພາບອາກາດແຫ້ງແລ້ງ ແລະ ຕິດຕາມຄວາມສ່ຽງຂອງໝອກຄວັນ

ສິງກະໂປ ຄາດຄະເນສະພາບອາກາດແຫ້ງແລ້ງ ແລະ ຕິດຕາມຄວາມສ່ຽງຂອງໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ກັນຍາ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດຂອງສິງກະໂປຄາດຄະເນວ່າ, ສິງກະໂປຈະປະສົບກັບສະພາບອາກາດແຫ້ງແລ້ງຢ່າງຕໍ່ເນື່ອງໃນໄລຍະເຄິ່ງທໍາອິດຂອງເດືອນກັນຍາ, ໂດຍລົມມໍລະສຸມຕາເວັນຕົກສ່ຽງໃຕ້ຈະນຳເອົາລົມຕາເວັນອອກສ່ຽງໃຕ້ ຫຼື ລົມຕາເວັນຕົກສ່ຽງໃຕ້ພັດຜ່ານພື້ນທີ່ສ່ວນໃຫຍ່. ໃນຂະນະທີ່ປະລິມານນ້ຳຝົນໃນສອງອາທິດທຳອິດຂອງເດືອນຄາດວ່າຈະຕໍ່າກວ່າລະດັບສະເລ່ຍໃນຫຼາຍພາກພື້ນ.
EU ກຳນົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

EU ກຳນົດ ChatGPT, Reddit ແລະ Roblox ຢູ່ພາຍໃຕ້ກົດລະບຽບເພີ່ມເຕີມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ຄະນະກຳມະການເອີຣົບໄດ້ກຳນົດໃຫ້ ChatGPT, Reddit, ແລະ Roblox ເປັນການບໍລິການອອນລາຍຂະໜາດໃຫຍ່ທີ່ຢູ່ພາຍໃຕ້ກົດໝາຍວ່າດ້ວຍການບໍລິການດີຈີຕອນ (DSA) ຂອງສະຫະພາບເອີຣົບ (EU) ຊຶ່ງໝາຍຄວາມວ່າຕ້ອງຢູ່ພາຍໃຕ້ຂໍ້ກຳນົດດ້ານກົດລະບຽບເພີ່ມເຕີມ.
ເສດ​ຖະ​ກິດຫວຽດນາມໃນ​ເດືອນ​ສິງ​ຫາ​ ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ເສດ​ຖະ​ກິດຫວຽດນາມໃນ​ເດືອນ​ສິງ​ຫາ​ ມີ​ການ​ຫັນ​ປ່ຽນ​ທີ່​ຕັ້ງ​ໜ້າ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕາມໂຕ​ເລກ​ໂດຍ​ກົມ​ສະ​ຖິ​ຕິ ກະ​ຊວງ​ການ​ເງິນ ຫວຽດ​ນາມ ປະ​ກາດ​ໃນ​ວັນ​ທີ 3 ກັນ​ຍາ ຜ່ານມາ, ສະ​ພາ​ບ​ການພັດ​ທະ​ນາ​ເສດ​ຖະ​ກິດ ຫວ​ຽດ​ນາມ ໃນ​ເດືອນ​ສິງ​ຫາ​ປີ 2026 ມີ​ຄວາມ​ຄືບ​ໜ້າ. ໃນ​ນັ້ນ, ຈຸດ​ພົ້ນ​ເດັ່ນ​ແມ່ນ​ບັນ​ດາ​ຂົງ​ເຂດ ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ການ​ທ່ອງ​ທ່ຽວ, ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ.
ປີ 2025 ມູນ​ຄ່າ​ການ​ຄ້າ​ຈີນ - ອາ​ຊຽ​ນ ​ທະ​ລຸ ພັນ​ຕື້​ໂດ​ລາ​

ປີ 2025 ມູນ​ຄ່າ​ການ​ຄ້າ​ຈີນ - ອາ​ຊຽ​ນ ​ທະ​ລຸ ພັນ​ຕື້​ໂດ​ລາ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໂດຍໄດ້​ແຈ້ງ​ໃຫ້​ຮູ້​ກ່ຽວ​ກັບສະ​ພາບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ ກໍ​ຄື ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​​ລະ​ຫວ່າງຈີນ-ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າ ແລະ ການ​ລົງ​ທຶນ​ຈີນ-ອາ​ຊຽນ​ຄັ້ງ​ທີ 23.
UN ເປີດເຜີຍ ໂລກກຳລັງເຂົ້າສູ່ຍຸກໂລກຮ້ອນເກີນ 1.5 ອົງສາ

UN ເປີດເຜີຍ ໂລກກຳລັງເຂົ້າສູ່ຍຸກໂລກຮ້ອນເກີນ 1.5 ອົງສາ

ຂ່າວຕ່າງປະເທດລາຍງານວ່າ: ບົດລາຍງານທີ່ສຳຄັນຂອງສະຫະປະຊາຊາດ (UN) ທີ່ອອກໃນວັນທີ 2 ກັນຍາ ຜ່ານມາ ຊີ້ໃຫ້ເຫັນວ່າ, ອຸນຫະພູມສະເລ່ຍທົ່ວໂລກມີອ່າທ່ຽງຈະເພີ່ມຂຶ້ນຫຼາຍກວ່າ 1.5 ອົງສາ ເມື່ອທຽບກັບລະດັບກ່ອນຍຸກອຸດສາຫະກຳພາຍໃນສອງສາມປີຂ້າງໜ້າ ແລະ ອາດຈະສູງເຖິງປະມານ 1.8 ອົງສາ ໃນກໍລະນີທີ່ດີທີ່ສຸດ ຫຼື ສູງເຖິງ 2.6 ອົງສາ ຖ້າຫາກບັນດາປະເທດຕ່າງໆຍັງສືບຕໍ່ນະໂຍບາຍດ້ານສະພາບອາກາດໃນປັດຈຸບັນ.
ອິນໂດເນເຊຍ ພັດທະນາລະບົບຕິດຕາມກວດການ້ຳໃຕ້ດິນ

ອິນໂດເນເຊຍ ພັດທະນາລະບົບຕິດຕາມກວດການ້ຳໃຕ້ດິນ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ທ່ານ ອາລເບີຕຸສ ສຸໄລມານ ຫົວໜ້າສູນຄົ້ນຄວ້າສະພາບອາກາດ ແລະ ບັນຍາກາດ ທີ່ອົງການຄົ້ນຄວ້າ ແລະ ນະວັດຕະກໍາແຫ່ງຊາດອິນໂດເນເຊຍ ໄດ້ເປີດເຜີຍການພັດທະນາລະບົບຕິດຕາມກວດການ້ຳໃຕ້ດິນ ລວມທັງການກວດຈັບການປ່ຽນແປງທີ່ກ່ຽວຂ້ອງ ແລະ ການຕິດຕາມການປ່ອຍກາກບອນຈາກພື້ນທີ່ປ່າດົງດິບເພື່ອຫຼຸດຜ່ອນຄວາມສ່ຽງຂອງໄຟໄໝ້ປ່າ ແລະ ໄຟໄໝ້ທີ່ດິນ, ໂດຍສະເພາະໃນພື້ນທີ່ປ່າດົງດິບ.
ລັດຖະບານ ສ ເກົາຫຼີ ສະເໜີງົບປະມານ ປີ 2027 ສູງສຸດແບບບໍ່ເຄີຍມີມາກ່ອນ

ລັດຖະບານ ສ ເກົາຫຼີ ສະເໜີງົບປະມານ ປີ 2027 ສູງສຸດແບບບໍ່ເຄີຍມີມາກ່ອນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ທ່ານ ລີ ແຈມຽງ ປະທານາທິບໍດີ ສ ເກົາຫຼີ ໄດ້ເປັນປະທານກອງປະຊຸມຄະນະລັດຖະມົນຕີ ເພື່ອອະນຸມັດຮ່າງງົບປະມານປີ 2027 ຈຳນວນ 820.9 ພັນຕື້ວອນ ຊຶ່ງ ເປັນສະຖິຕິສູງສຸດແບບບໍ່ເຄີຍມີມາກ່ອນ ແລະ ເພີ່ມຂຶ້ນ 12.8% ເມື່ອທຽບກັບປີກ່ອນ.
ຟີລິບປິນ ຈັບກຸມຜູ້ຕ້ອງສົງໄສ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີ

ຟີລິບປິນ ຈັບກຸມຜູ້ຕ້ອງສົງໄສ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ກັນຍາ ຜ່ານມາວ່າ: ກຸ່ມຕ້ານອາຊະຍາກຳທາງໄຊເບີ (ACG) ຂອງຕຳຫຼວດແຫ່ງຊາດຟີລິບປິນໄດ້ເປີດເຜີຍການຈັບກຸມຜູ້ຕ້ອງສົງໄສ ຈຳນວນ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີໃນຫຼາຍຮູບແບບ ລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດ 2026. ໂດຍການສໍ້ໂກງທາງອອນລາຍແມ່ນການກະທຳຜິດທີ່ພົບຫຼາຍທີ່ສຸດ. ໃນຂະນະດຽວກັນ, ມີຜູ້ເຄາະຮ້າຍ 149 ຄົນໄດ້ຮັບການຊ່ວຍເຫຼືອ ແລະ 81 ຄະດີຖືກຕັດສິນລົງໂທດໂດຍສານ.
ຈີນ ຈະຊຸກຍູ້ການຮ່ວມມື​ດ້ານການຄ້າ​ ຈີນ-ອາຊຽນ ຈາກ 3 ດ້ານ

ຈີນ ຈະຊຸກຍູ້ການຮ່ວມມື​ດ້ານການຄ້າ​ ຈີນ-ອາຊຽນ ຈາກ 3 ດ້ານ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 2 ກັນຍາ ຜ່ານມາວ່າ: ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວຂອງລັດຖະ​ບານຈີນໃນວັນທີ 1 ກັນຍາ ຜ່ານມາ, ເຈົ້າໜ້າທີ່ຮັບຜິດຊອບທີ່​ກ່ຽວ​ຂ້ອງ​​ຈາກກະຊວງການຄ້າຈີນໃຫ້​ຮູ້ວ່າ: ຈະສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ​ລະ​ຫວ່າງຈີນ-ອາຊຽນ ໃຫ້​ຂຶ້ນ​ສູ່ລະດັບ​ໃໝ່​ຈາກ 3 ດ້ານ ຄື:
ນະຄອນຫຼວງຮ່າໂນ້ຍ ຮັກສາກຳລັງດຶງດູດແຫຼ່ງທຶນ FDI

ນະຄອນຫຼວງຮ່າໂນ້ຍ ຮັກສາກຳລັງດຶງດູດແຫຼ່ງທຶນ FDI

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ອີງຕາ​ມ​ໂຕ​ເລກ​ຂອງ​ພະ​ແນກ​ການ​ເງິນ ນະຄອນຫຼວງຮ່າ​ໂນ້ຍ, ນັບ​ແຕ່​ຕົ້​ນ​ປີ​ຮອດ​ວັນ​ທີ 24 ສິງ​ຫາ ຜ່ານມາ, ຍອດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ທີ່ດຶງ​ດູດ​​ໄດ້ໃນ​ບໍ​ລິ​ເວນ​ນະ​ຄອນ​ຫຼວງຮ່າໂນ້ຍບັນ​ລຸ​ປະ​ມານ 3.7 ຕື້ກວ່າໂດລາ, ເທົ່າ​ກັບ 83%, ເປົ້າ​ໝາຍໝົດ​ປີ​ແມ່ນ 4.5 ຕື້ໂດລາ.
ເພີ່ມເຕີມ