ຂ່າວລະບຸວ່າ: ເຄື່ອງວັດແທກລັງສີແກມມາທີ່ຕິດຕັ້ງຢູ່ເທິງດາວທຽມຂະໜາດນ້ອຍ 239 Alferov CubeSat ໄດ້ບັນທຶກການລະເບີດຂອງລັງສີແກມມາ GRB 260101A ເອົາໄວ້ໄດ້.
ນັກຄົ້ນຄວ້າເຊື່ອວ່າການລະເບີດດັ່ງກ່າວມີສາເຫດມາຈາກການຍຸບຕົວຍ້ອນແຮງໂນ້ມຖ່ວງ (Gravitational collapse) ຂອງແກນກາງດາວຂະໜາດໃຫຍ່ ຊຶ່ງມີມວນສານຫຼາຍກວ່າດວງຕາເວັນຫຼາຍສິບເທົ່າ.
ທ່ານ ດີມີຕຣີ ສະວິນກິນ ນັກຄົ້ນຄວ້າອາວຸໂສປະຈຳຫ້ອງທົດລອງດາລາສາດຟີຊິກ ທີ່ສະຖາບັນ Ioffe ຂອງສະພາວິທະຍາສາດຣັດເຊຍ ກ່າວວ່າ: ຂໍ້ມູນທີ່ດາວທຽມບັນທຶກໄດ້ນີ້ຈະຊ່ວຍເພີ່ມຄວາມຖືກຕ້ອງໃນການລະບຸສະຖານ ທີ່ ແລະ ຕຳແໜ່ງການລະເບີດຂອງລັງສີແກມມາໃນທ້ອງຟ້າໄດ້ດີຍິ່ງຂຶ້ນ.
ຄໍາເຫັນ