ຄ່າໃຊ້ຈ່າຍໄຟຟ້າເປັນປັດໄຈຫຼັກຂອງການເພີ່ມຂຶ້ນຂອງ PPI ໃນເດືອນກໍລະກົດ ຊຶ່ງສົ່ງຜົນເຮັດໃຫ້ດັດສະນີເພີ່ມຂຶ້ນ 0.23% ເມື່ອທຽບກັບເດືອນມິຖຸນາ. ຢ່າງໃດກໍຕາມ, ປັດໄຈດັ່ງກ່າວໄດ້ຮັບການຊົດເຊີຍບາງສ່ວນຈາກລາຄາທີ່ຕໍ່າລົງໃນຂະແໜງພະລັງງານ ແລະ ສານເຄມີ.
ຜ່ານມາ, ຍີ່ປຸ່ນໄດ້ປະເຊີນກັບລາຄາພະລັງງານທີ່ເພີ່ມຂຶ້ນ ຊຶ່ງເຮັດໃຫ້ລາຄາສິນຄ້ານໍາເຂົ້າຂອງພາກທຸລະກິດເພີ່ມສູງຂຶ້ນ. ເນື່ອງຈາກການຊຳລະເງິນເປັນເງິນໂດລາທີີ່ເພີ່ມຂຶ້ນ ໄດ້ກົດດັນໃຫ້ຄ່າເງິນເຢນອ່ອນຄ່າລົງ.
ຢ່າງໃດກໍຕາມ, ອັດຕາເງິນເຟີ້ຂອງຜູ້ບໍລິໂພກຍັງຄົງຢູ່ໃນລະດັບຂ້ອງຂ້າງຕໍ່າ, ໂດຍອັດຕາເງິນເຟີ້ທົ່ວໄປໃນເດືອນມິຖຸນາຢູ່ທີ່ 1.9% ແລະ ອັດຕາເງິນເຟີ້ຫຼັກຢູ່ທີ່ 1.6%. ສ່ວນໜຶ່ງແມ່ນຍ້ອນການອຸດໜູນຂອງລັດຖະບານທີ່ມີຈຸດປະສົງເພື່ອຫຼຸດຜ່ອນຜົນກະທົບຂອງລາຄາພະລັງງານທີ່ສູງຂຶ້ນຕໍ່ຄົວເຮືອນ.
ນອກຈາກນັ້ນ, ທະນາຄານກາງຍີ່ປຸ່ນ (BOJ) ໄດ້ລະບຸໃນບົດບັນທຶກກອງປະຊຸມໃນເດືອນກໍລະກົດຜ່ານມາວ່າ:ລາຄານ້ຳມັນທີ່ເພີ່ມຂຶ້ນຍັງຄົງເປັນຄວາມສ່ຽງດ້ານບວກຕໍ່ອັດຕາເງິນເຟີ້, ໂດຍສະມາຊິກບາງຄົນສະໜັບສະໜູນໃຫ້ຂຶ້ນອັດຕາດອກເບ້ຍເພື່ອຄວບຄຸມອັດຕາເງິນເຟີ້.
ຄໍາເຫັນ