ເດັກນ້ອຍ ແລະ ຊາວໜຸ່ມ 273 ລ້ານຄົນທົ່ວໂລກອອກຈາກລະບົບການສຶກສາ

ເດັກນ້ອຍ ແລະ ຊາວໜຸ່ມ 273 ລ້ານຄົນທົ່ວໂລກອອກຈາກລະບົບການສຶກສາ

ເດັກນ້ອຍ ແລະ ຊາວໜຸ່ມ 273 ລ້ານຄົນທົ່ວໂລກອອກຈາກລະບົບການສຶກສາ
ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ມີນາ ຜ່ານມາວ່າ: ບົດລາຍງານການຕິດຕາມການສຶກສາທົ່ວໂລກຂອງອົງການ UNESCO ປະຈຳປີ 2026 ທີ່ເຜີຍແຜ່ໃນວັນທີ 25 ມີນາ ຜ່ານມາ ຊີ້ໃຫ້ເຫັນວ່າ: ຈຳນວນເດັກນ້ອຍ ແລະ ຊາວໜຸ່ມ ທີ່ອອກຈາກລະບົບການສຶກສາທົ່ວໂລກເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນປີທີ 7 ຕິດຕໍ່ກັນ ຊຶ່ງມີເຖິງ 273 ລ້ານຄົນ.

 

ພາລະກິດໃນການຮັກສາເດັກນ້ອຍໃຫ້ຢູ່ໃນລະບົບການສຶກສາໄດ້ຊ້າລົງໃນເກືອບທຸກພາກພື້ນທົ່ວໂລກ ນັບຕັ້ງແຕ່ປີ 2015. ທ່າອ່ຽງນີ້ແມ່ນເຫັນໄດ້ຢ່າງຊັດເຈນໃນພາກພື້ນອາຟຣິກາໃຕ້ຊາຮາຣາ ຊຶ່ງສ່ວນໃຫຍ່ແມ່ນຍ້ອນຈຳນວນປະຊາກອນທີ່ເພີ່ມຂຶ້ນ, ວິກິດການ ແລະ ຂໍ້ຈຳກັດດ້ານງົບປະມານ. ໂດຍສະເພາະ, ຂໍ້ຂັດແຍ້ງທີ່ກາຍເປັນອຸປະສັກອັນໃຫຍ່ຫຼວງຕໍ່ຄວາມກ້າວໜ້າດ້ານການສຶກສາ, ເນື່ອງຈາກວ່າປັດຈຸບັນມີເດັກນ້ອຍຫຼາຍກວ່າໜຶ່ງໃນຫົກຄົນອາໄສໃນເຂດທີ່ຂັດແຍ້ງ ຊຶ່ງສົ່ງຜົນເຮັດໃຫ້ເດັກນ້ອຍຫຼຸດອອກຈາກລະບົບການສຶກສາເພີ່ມຂຶ້ນອີກຫຼາຍລ້ານຄົນ, ນອກເໜືອໄປຈາກໂຕເລກທີ່ໄດ້ບັນທຶກໄວ້.

ສະຖານະການດັ່ງກ່າວໜ້າເປັນຫ່ວງ ໂດຍສະເພາະໃນຕາເວັນອອກກາງ ຊຶ່ງຄວາມເຄັ່ງຕຶງໃນພາກພື້ນທີ່ຍືດເຍື້ອໄດ້ບັງຄັບໃຫ້ໂຮງຮຽນຫຼາຍແຫ່ງຕ້ອງປິດການຮຽນ-ການສອນ, ເຮັດໃຫ້ເດັກນ້ອຍຫຼາຍລ້ານຄົນຂາດໂອກາດທາງການສຶກສາ.

ອັດຕາສ່ວນຂອງບັນດາປະເທດທີ່ນໍາໃຊ້ກົນໄກງົບປະມານເພື່ອສະໜັບສະໜູນກຸ່ມຄົນທີ່ດ້ອຍໂອກາດໃນການສຶກສາຂັ້ນປະຖົມ ແລະ ມັດທະຍົມ ເພີ່ມຂຶ້ນຫຼາຍກວ່າ 4 ເທົ່າ ໃນ 25 ປີທີ່ຜ່ານມາ. ຕົວຢ່າງ: 76% ຂອງປະເທດຕ່າງໆທີ່ໄດ້ຈັດຕັ້ງປະຕິບັດນະໂຍບາຍເພື່ອຈັດສັນຊັບພະຍາກອນໃຫ້ແກ່ໂຮງຮຽນທີ່ດ້ອຍໂອກາດ; ຢ່າງໃດກໍຕາມ, ມີພຽງແຕ່ 8% ເທົ່ານັ້ນທີ່ນຳໃຊ້ກົນໄກເຫຼົ່ານີ້ຢ່າງມີປະສິດທິພາບ. ເພື່ອແຈກຢາຍຊັບພະຍາກອນດ້ານການສຶກສາໃຫ້ແກ່ກຸ່ມທີ່ດ້ອຍໂອກາດ,

ບົດລາຍງານເນັ້ນໜັກວ່າ: ບໍ່ມີນະໂຍບາຍໃດພຽງນະໂຍບາຍດຽວທີ່ສາມາດແກ້ໄຂບັນຫາການຖືກກີດກັນທາງການສຶກສາໄດ້ຢ່າງສິ້ນເຊີງ. ພ້ອມທັງຮຽກຮ້ອງໃຫ້ມີການອອກແບບນະໂຍບາຍທີ່ເໝາະສົມກັບສະພາບການ ແລະ ສິ່ງທ້າທາຍຂອງແຕ່ລະຂົງເຂດ. ໂດຍສຳລັບໃນບາງປະເທດ, ມີຫຼາຍມາດຕະການເຊັ່ນ: ການເຮັດໃຫ້ການສຶກສາເປັນພາກບັງຄັບແທນການໃຫ້ຮຽນໂດຍເສຍເງິນ, ການບັງຄັບໃຊ້ກົດໝາຍວ່າດ້ວຍແຮງງານເດັກ, ການຂະຫຍາຍການເຂົ້າເຖິງໄຟຟ້າ ແລະ ການສະໜອງໂຄງການອາຫານທ່ຽງໃນໂຮງຮຽນ, ລ້ວນແຕ່ໄດ້ປະກອບສ່ວນເຂົ້າໃນການເພີ່ມໄລຍະເວລາທີ່ເດັກນ້ອຍໄດ້ຢູ່ໃນລະບົບການສຶກສາ.

ຄໍາເຫັນ

ຂ່າວຕ່າງປະເທດ

“ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ ຖື​ເປັນ​ບາດ​ກ້າວ​ໃໝ່​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງຈາກ​ການບໍ​ລິ​ຫານ​ໄປ​ສູ່ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ

“ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ ຖື​ເປັນ​ບາດ​ກ້າວ​ໃໝ່​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງຈາກ​ການບໍ​ລິ​ຫານ​ໄປ​ສູ່ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 16 ກັນ​ຍາ ຜ່ານມາ​ນີ້, ທ່ານ ຫຼີ​ເຈ່ຍ​ຊ່າວ ຜູ້​ວ່າ​ການ​​ອົງ​ການ​ປົກ​ຄອງເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ຂອງ​ຈີນ​ ໄດ້​ປະ​ກາດ “ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດ (2026-2030)” ໃນ​ກອງ​ປະ​ຊຸມສະ​ພາ​ນິ​ຕິ​ບັນ​ຍັດ​ຂອງ​ເຂດ​ພິ​ເສດ ແລະ​ ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ບໍ​ລິ​ຫານ​ການ​ເມືອງ​ປີ 2026. ທ່ານ ຫຼີ​ເຈ່ຍ​ຊ່າວ ກ່າວ​ວ່າ: ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ 5 ປີ​ຄັ້ງ​ທຳ​ອິດແມ່ນ​ແຜນ​​ຜັງ​ສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຮົງ​ກົງ, ແມ່ນ​ຂີດ​ໝາຍ​ທີ່​ສຳ​ຄັນ​ຂອງ​ຮົງ​ກົງ​ໃນ​ການ​ຫັນ​ປ່ຽນ​ຈາກ​​ໄລ​ຍະການ​ບໍ​ລິ​ຫານ​ໄປ​ສູ່ໄລ​ຍະ​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​.
ໜີ້ສິນສາທາລະນະຂອງຝຣັ່ງ ຄາດວ່າຈະເກີນ 119% ຂອງ GDP

ໜີ້ສິນສາທາລະນະຂອງຝຣັ່ງ ຄາດວ່າຈະເກີນ 119% ຂອງ GDP

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 20 ກັນຍາ ຜ່ານມາວ່າ: ຂໍ້ມູນຈາກກະຊວງເສດຖະ ກິດ ແລະ ການເງິນຂອງຝຣັ່ງ ທີ່ເຜີຍແຜ່ໃນວັນ 19 ກັນຍາ ຜ່ານມາ ລະບຸວ່າ: ໜີ້ສິນສາທາລະນະຂອງ ຝຣັ່ງຈະສືບຕໍ່ເພີ່ມຂຶ້ນ, ໂດຍຄາດວ່າຈະບັນລຸ 119.3% ຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນປີ 2026 ຊຶ່ງເພີ່ມຂຶ້ນຈາກ 115.6% ໃນປີ 2025.
ການຂະຫຍາຍຕົວຂອງສູນຂໍ້ມູນໃນມາເລເຊຍ ຊຸກຍູ້ຄວາມຕ້ອງການໄຟຟ້າໃຫ້ເພີ່ມຂຶ້ນ

ການຂະຫຍາຍຕົວຂອງສູນຂໍ້ມູນໃນມາເລເຊຍ ຊຸກຍູ້ຄວາມຕ້ອງການໄຟຟ້າໃຫ້ເພີ່ມຂຶ້ນ

ສຳນັກຂ່າວສານຊິນຮວາ ລາຍງານຫວ່າງມໍ່ໆມານີ້ວ່າ: ບໍລິສັດ Moody's Ratings ຊຶ່ງບໍລິສັດຜູ້ໃຫ້ບໍລິການດ້ານຂໍ້ມູນທາງການເງິນ ໄດ້ເປີດເຜີຍວ່າ, ການຂະຫຍາຍຕົວຢ່າງໄວວາຂອງສູນຂໍ້ມູນໃນມາເລເຊຍຈະນໍາໄປສູ່ຄວາມຕ້ອງການໄຟຟ້າເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະ 10 ປີຂ້າງໜ້າ ແລະ ຂະແໜງພະລັງງານຕ້ອງອາໄສການລົງທຶນເພີ່ມຂຶ້ນຢ່າງຫຼວງຫຼາຍ. ໂດຍການເຕີບໂຕຂອງສູນຂໍ້ມູນຈະຖືກຂັບເຄື່ອນຈາກລາຄາພະລັງງານທີ່ແຂ່ງຂັນໄດ້, ການສະໜອງທີ່ພຽງພໍ ແລະ ມາດຕະການສະໜັບສະໜູນຂອງລັດຖະບານ, ລວມທັງຄວາມຕ້ອງການທີ່ເພີ່ມຂຶ້ນທີ່ຊຸກຍູ້ໂດຍສິງກະໂປ.
ການນຳເຂົ້າສິນຄ້າຂອງ​ຈີນ​ໃນ​ປີ​ນີ້ ​ຄາດ​ວ່າຈະ​ບັນ​ລຸ​ລະ​ດັບ​ສູງ​ສຸດ​ອີກ​ຄັ້ງ​

ການນຳເຂົ້າສິນຄ້າຂອງ​ຈີນ​ໃນ​ປີ​ນີ້ ​ຄາດ​ວ່າຈະ​ບັນ​ລຸ​ລະ​ດັບ​ສູງ​ສຸດ​ອີກ​ຄັ້ງ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຫ້ອງການຖະ​ແຫຼງ​ຂ່າວຂອງ​ລັດ​ຖະ​ບານ​ຈີນ​ໄດ້​ຈັດກອງປະຊຸມ​ຖະ​ແຫຼງຂ່າວ, ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຈາກ​ກະ​ຊວງ​ການ​ຄ້າ​ຈີນ​​ໃຫ້​ຮູ້​ວ່າ, ໃນຖານະເປັນປະເທດການຄ້າສິນຄ້າທີ່ໃຫຍ່ທີ່ສຸດໃນໂລກ, ຈີນຍັງ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ທີ່​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​​ຂອງການຄ້າໂລກ.
ກຳປູເຈຍ ເນລະເທດຄົນເຂົ້າເມືອງຜິດກົດໝາຍຫຼາຍກວ່າ 70,000 ຄົນ

ກຳປູເຈຍ ເນລະເທດຄົນເຂົ້າເມືອງຜິດກົດໝາຍຫຼາຍກວ່າ 70,000 ຄົນ

ສຳນັກຂ່າວສານຊິນຮວາ ລາຍງານຫວ່າງມໍ່ໆມານີ້ວ່າ: ທ່ານ ທັດ ສຸຂະ ໂຄສົກກະຊວງປ້ອງກັນຄວາມສະຫງົບຂອງກຳປູເຈຍ ໄດ້ລາຍງານການເນລະເທດຄົນເຂົ້າເມືອງຜິດກົດໝາຍ ຈຳນວນ 72,426 ຄົນ ລະຫວ່າງເດືອນກັນຍາ 2023 ຫາ ເດືອນກັນຍາ 2026 ຊຶ່ງໃນນັ້ນ, ມີຜູ້ທີ່ກ່ຽວຂ້ອງກັບການສໍ້ໂກງທາງອອນລາຍ ປະມານ 25,703 ຄົນ.
ບໍລິສັດ Google ຢືນຢັນແບບຈໍາລອງ AI ຂອງຕົນເຄີຍເຈາະລະບົບຂອງ 3 ບໍລິສັດ

ບໍລິສັດ Google ຢືນຢັນແບບຈໍາລອງ AI ຂອງຕົນເຄີຍເຈາະລະບົບຂອງ 3 ບໍລິສັດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 18 ກັນຍາ ຜ່ານມາ, ບໍລິສັດ Google ຂອງ ສະຫະລັດ ອາເມຣິກາ ໄດ້ຍອມຮັບເປັນເທື່ອທໍາອິດວ່າ: ໃນລະຫວ່າງການທົດລອງຄວາມສາມາດດ້ານຄວາມປອດໄພທາງອິນເຕີເນັດໃນເດືອນພຶດສະພາຜ່ານມາ, Gemini ຊຶ່ງເປັນແບບຈໍາລອງປັນຍາປະດິດ ຫຼື AI ຂອງຕົນເຄີຍເຈາະລະບົບປິດກັ້ນ ແລະ ລ່ວງລ້ຳເຂົ້າໃນລະບົບຂອງບໍລິສັດຕົວຈິງ 3 ແຫ່ງ.
ປີ 2026 ກວາງນິງ ຕ້ອນຮັບກຳປັ່ນທ່ອງທ່ຽວສາກົນຈຳນວນຫຼາຍ

ປີ 2026 ກວາງນິງ ຕ້ອນຮັບກຳປັ່ນທ່ອງທ່ຽວສາກົນຈຳນວນຫຼາຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 20 ກັນຍາ ຜ່ານມາວ່າ: ຕາມຕາຕະລາງກ່ຽວກັບກຳ​ປັ່ນປີ 2026 ຂອງທ່າກໍາປັ່ນສາກົນ ຮະລອງ, ລະດູການທ່ອງທ່ຽວກຳ​ປັ່ນປີນີ້ມີການເຂົ້າຮ່ວມຂອງຫຼາຍເຄື່ອງໝາຍການຄ້າກຳ​ປັ່ນສາກົນ, ພານັກທ່ອງທ່ຽວ​ມາຈາກ ສະຫະລັດ ອາເມລິກາ, ເຢຍລະມັນ, ອັງກິດ, ການາດາ, ຈີນ ແລະ ຫຼາຍປະເທດ ເອີລົບ ມາຍັງ ກວາງນິງ.
ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ເສດຖະກິດ 6 ປະເທດອາຊຽນຈະເຕີບໂຕໃນອັດຕາສະເລ່ຍ 4.8% ໃນອີກ 10 ປີຂ້າງໜ້າ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 17 ກັນຍາ ຜ່ານມາວ່າ: ບົດລາຍງານການຄາດຄະເນ 6 ປະເທດທີ່ມີເສດຖະກິດໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ ຈະເຕີບໂຕໃນອັດຕາສະເລ່ຍ 4.8% ຕໍ່ປີ ລະຫວ່າງປີ 2026 - 2035, ໂດຍໄດ້ຮັບແຮງຂັບເຄື່ອນຈາກການລົງທຶນຈາກຕ່າງປະເທດ ແລະ ການສະສົມທຶນ ຢ່າງຕໍ່ເນື່ອງ, ການພັດທະນາອຸດສາຫະກຳ ແລະ ພື້ນຖານໂຄງລ່າງ, ລວມທັງຜົນຜະລິດທີ່ເພີ່ມຂຶ້ນຈາກການນໍາໃຊ້ເຕັກໂນໂລຊີ.
ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ທ່ານ ສີ​ຈິ້ນ​ຜິງ ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ທິດ​ຊີ້​ນຳ​ທີ່​ສຳ​ຄັນ​ກ່ຽວ​ກັບ​​ການ​ພັດ​ທະ​ນາອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ​ຕົ້ນ​ມາ, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ທີ່​ກ້າວ​ໜ້າ​ຂອງ​ຈີນ​ໄດ້​ຮັບ​ການ​ພັດ​ທະ​ນາ​ ແລະ ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ກຳ​ລັງ​ປະ​ດິດ​ສ້າງ​ໃໝ່, ກຳ​ລັງ​ແຂ່ງ​ຂັນ​ ແລະ ​ກຳ​ລັງ​ສັງ​ລວມ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ການ​ສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ການ​ຜະ​ລິດ​ໄດ້​ມີບາດ​ກ້າວ​ທີ່​ໜັກ​ແໜ້ນ.
ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ ຈັດກອງປະຊຸມວາລະທີສອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ກັນຍາ ຜ່ານມາ ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກນໍາພາການປະຕິວັດ ຫວຽດນາມ, ການກຳນົດທິດນຳພາການພັດທະນາປະເທດຊາດ ໃນ 100 ປີຕໍ່ໄປ ແລະ ສະຫຼຸບ 40 ປີແຫ່ງການປະຕິບັດໂຄງການການເມືອງ ສ້າງສາປະເທດຊາດໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ ຄະນະຊີ້ນຳໄດ້ຈັດການປະຊຸມວາລະທີສອງ. ໂດຍມີ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ຫວຽດນາມ ເປັນປະທານວາລະປະຊຸມ.
ເພີ່ມເຕີມ